Homeຂ່າວຕ່າງປະເທດອີຍູເລີ່ມຂະບວນການພິຈາລະນາຖອນສິດທາງການຄ້າອອກຈາກກຳປູເຈຍ

ອີຍູເລີ່ມຂະບວນການພິຈາລະນາຖອນສິດທາງການຄ້າອອກຈາກກຳປູເຈຍ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ກຸມພາ 2019 ວ່າ ຄະນະກຳມະທິການເອີຣົບ (ອີຊີ) ເຊິ່ງເປັນຝ່າຍບໍລິຫານຂອງສະຫະພາບເອີຣົບ (ອີຍູ) ອອກຖະແຫຼງການກ່ຽວກັບການເລີ່ມຂະບວນການພິຈາລະນາຄວາມຮ່ວມມືທາງການຄ້າກັບກຳປູເຈຍ ທີ່ອາດນຳໄປສູ່ການຖອດຖອນສິດຜົນປະໂຫຍດທາງການຄ້າກັບກຳປູເຈຍໃນການເຂົ້າເຖິງຕະຫຼາດດຽວຂອງສະຫະພາບ ເຊິ່ງມອບໃຫ້ແກ່ “ກຸ່ມປະເທດພັດທະນານ້ອຍທີ່ສຸດ” ເພື່ອຊ່ວຍກະຕຸ້ນເສດຖະກິດຂອງກຸ່ມປະເທດເຫຼົ່ານີ້ ແຕ່ໂຄຕ້ານັ້ນໃຫ້ຍົກເວັ້ນສິນຄ້າປະເພດອາວຸດສົງຄາມ.

ຂະນະດຽວກັນ,​ລາຍງານຂອງອີຊີລະບຸອີກວ່າ ຂະບວນການດັ່ງກ່າວເລີ່ມຕົ້ນຕັ້ງແຕ່ວັນທີ 12 ກຸມພາ 2019 ນີ້ເປັນຕົ້ນໄປ ແລະ ມີກຳນົດເວລາ 18 ເດືອນ, ນັ້ນໝາຍຄວາມວ່າຈະສິ້ນສຸດໃນເດືອນ ສິງຫາ 2020 ຂະນະທີ່ສະພາການຄ້າເອີຣົບປະຈຳກຳປູເຈຍທີ່ເຮັດໜ້າທີ່ເປັນຕົວແທນຂອງຜູ້ປະກອບການຈາກເອີຣົບທັງໝົດໃນກຳປູເຈຍ ອອກຖະແຫຼງການວ່າຄວາມເຄື່ອນໄຫວດັ່ງກ່າວຄືເພື່ອກຳຈັດ “ການເອົາປຽບທາງການຄ້າ” ທີ່ຈະນຳໄປສູ່ການຫຼຸດອັດຕາຄວາມທຸກຍາກໃນກຳປູເຈຍ ແລະ ເຕືອນລັດຖະບານກຳປູເຈຍວ່າການເຈລະຈາຄືທາງອອກທີ່ເໝາະສົມທີ່ສຸດ ຫຼັງເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງອີຍູສົ່ງສັນຍານກ່ຽວກັບເລື່ອງນີ້ເມື່ອກາງປີທີ່ຜ່ານມາ ວ່າເປັນເພາະ “ພື້ນທີ່ປະຊາທິປະໄຕ” ໃນກຳປູເຈຍທີ່ “ຄັບແຄບ” ຈາກການທີ່ພັກປະຊາຊົນກຳປູເຈຍຂອງສົມເດັດຮຸນເຊນ ໄດ້ຕຳແໜ່ງຈາກການເລືອກຕັ້ງໃນວັນທີ 29 ກໍລະກົດ 2018 ເຖິງ 125 ຕຳແໜ່ງ.

ຕະຫຼອດໄລຍະທີ່ຜ່ານມາກຳປູເຈຍເປັນປະເທດທີ່ໄດ້ຮັບສິດພິເສດຈາກໂຄງການດັ່ງກ່າວຫຼາຍທີ່ສຸດເປັນອັນດັບ 2 ຮອງຈາກບັງກລາເທດ ປັດຈຸບັນອີຢູຖືວ່າເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງກຳປູເຈຍ ເຊິ່ງຮັບສິນຄ້າຫຼາກຫຼາຍປະເພດຈາກກຳປູເຈຍເຖິງ 45% ຈາກປະລິມານການສົ່ງອອກທັງໝົດຂອງປີທີ່ຜ່ານມາ ໂດຍສະເພາະເປັນສິນຄ້າປະເພດຜະລິດຕະພັນກ່ຽວກັບເຄື່ອງແຕ່ງກາຍ ບໍ່ວ່າຈະເປັນເສື້ອຜ້າສຳເລັດຮູບ ຫຼື ຖົງຕີນ ດ້ວຍມູນຄ່າປະມານ 4.900 ລ້ານຢູໂຣ, ຫາກອີຢູຖອນສິດນີ້ຈາກກຳປູເຈຍຈະສົ່ງຜົນກະທົບຕໍ່ແຮງງານໃນດ້ານອຸດສາຫະກຳສ່ວນນີ້ຫຼາຍກວ່າ 700.000ຄົນ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...