spot_img
Homeຂ່າວທ້ອງຖິ່ນທຫລ ຈະເອົາຜິດທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງ

ທຫລ ຈະເອົາຜິດທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງ

Published on

ໃນໄລຍະຜ່ານມາ, ຍັງມີບາງສະຖາບັນການເງິນຈຸລະພາກເຄື່ອນໄຫວບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບລະບຽບກົດໝາຍທີ່ກໍານົດໄວ້ ເຮັດໃຫ້ສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ, ສັງຄົມມີຄວາມວຸ້ນວາຍ ຢ່າງໃດກໍຕາມບັນຫານີ້ອາດຈະໝົດໄປ ເພາະ ທຫລ ປະກາດຜ່ານສື່ມວນຊົນໃຫ້ສັງຄົມຢ່າຫຼົງເຊື່ອຄໍາໂຄສະນາຂອງພວກຄົນບໍ່ດີເປັນອັນເດັດຂາດ ຖ້າພົບເຫັນພຶດຕິກໍາບໍ່ດີຕ້ອງຮີບສົ່ງຂໍ້ມູນ ຫຼື ແຈ້ງດ່ວນມາທີ່ກົມຄຸ້ມຄອງສະຖາບັນການເງິນ ທຫລ ຕາມເບີໂທລະສັບ 021-265712 ເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດຕໍ່ລະບຽບກົດໝາຍ.

ທ່ານ ອາລຸນ ບຸນຍັງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ (ທຫລ) ກ່າວຢືນຢັນຕໍ່ຜູ້ສື່ຂ່າວໃນວັນທີ 6 ກຸມພາ 2019 ວ່າ: ຜ່ານມາຍັງມີບາງສະຖາບັນການເງິນຈຸລະພາກທີ່ມີພຶດຕິກໍາເຄື່ອນໄຫວບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບລະບຽບກົດໝາຍທີ່ກໍານົດໄວ້ ເຊິ່ງເຮັດໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ, ສັງຄົມວຸ້ນວາຍ ແລະ ມີການຟ້ອງຮ້ອງເກີດຂຶ້ນກາຍເປັນຄະດີຄວາມ ເຊັ່ນ: ບາງສະຖາບັນການເງິນບໍ່ພັດທະນາລະບົບບັນຊີຂອງຕົນໃຫ້ໄດ້ມາດຕະຖານທີ່ ທຫລ ກໍານົດໄວ້ ຈຶ່ງບໍ່ສາມາດລາຍງານຂໍ້ມູນໃຫ້ ທຫລ ທັນຕາມເວລາ ຫຼື ຂໍ້ມູນມີການດັດແກ້ເຮັດໃຫ້ບໍ່ມີຄວາມໜ້າເຊື່ອຖື. ນອກນັ້ນ, ການບໍລິຫານຈັດການຍັງບໍ່ໄດ້ດີເທົ່າທີ່ຄວນຈຶ່ງເກີດມີສະພາບຄ່ອງ, ບໍ່ສາມາດສົ່ງຄືນເງິນຝາກ ແລະ ດອກເບ້ຍໃຫ້ລູກຄ້າຕາມກໍານົດ; ບາງສະຖາບັນມີພຶດຕິກໍາແອບແຝງເພື່ອລະດົມເງິນ ຫຼື ປ່ອຍສິນເຊື່ອເປັນເງິນຕາຕ່າງປະເທດ ເຊິ່ງຜິດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ເປັນການເຄື່ອໄຫວເກີນຂອບເຂດທີ່ ທຫລ ອະນຸຍາດ.

ທ່ານຫົວໜ້າກົມ ຢໍ້າຕື່ມວ່າ: ແຕ່ນີ້ຕໍ່ໄປ ທຫລ ຈະເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ເພື່ອແກ້ໄຂບັນຫາບົນພື້ນຖານລະບຽບຫຼັກການ ແລະ ແກ້ໄຂໃຫ້ໄດ້ໃນປີ 2019 ຫາກສະຖາບັນການເງິນໃດເຄື່ອນໄຫວນອກເໜືອຈາກຂອບເຂດທີ່ໄດ້ຮັບອະນຸຍາດຕ້ອງຖືກປະຕິບັດວິໄນຢ່າງເຂັ້ມງວດ ແລະ ເດັດຂາດ. ພ້ອມທັງຮຽກຮ້ອງຜ່ານສື່ມວນຊົນໃຫ້ສັງຄົມຮັບຊາບວ່າ: ທຫລ ຈະບໍ່ອະນຸຍາດໃຫ້ສະຖາບັນການເງິນຈຸລະພາກໃດລະດົມເງິນຝາກ ຫຼື ປ່ອຍກູ້ ເປັນເງິນຕາຕ່າງປະເທດຢ່າງເດັດຂາດ, ຂໍແຈ້ງໃຫ້ສັງຄົມຢ່າງຫຼົງເຊື່ອຕໍ່ຄໍາໂຄສະນາຂອງພວກຄົນບໍ່ດີເປັນອັນເດັດຂາດ ຖ້າພົບເຫັນພຶດຕິກໍາດັ່ງກ່າວໃຫ້ສົ່ງຂໍ້ມູນ ຫຼື ແຈ້ງໂດຍດ່ວນມາຍັງກົມຄຸ້ມຄອງສະຖາບັນການເງິນ ທຫລ ທີ່ເບີໂທລະສັບ 021-265712 ເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດຕໍ່ລະບຽບກົດໝາຍໄດ້ຢ່າງທັນການ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຄົນຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...