spot_img
Homeຂ່າວເຫດການລັດຖະບານພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ

ລັດຖະບານພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ

Published on

 

ຄະນະລັດຖະບານ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດ ໃນກອງປະຊຸມ

ປະຈໍາສົກປີ 2013-2014 ທີ່ຈັດຂຶ້ນແຕ່ວັນທີ 22-24 ເດືອນກັນຍາ ປີ 2014. ພາຍໃຕ້ການເປັນປະທານຂອງ ທ່ານ ທອງ

ສິງ ທໍາມະວົງ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ປະທານ,

ຫົວໜ້າອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະ

ຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນທົ່ວປະເທດເຂົ້າຮ່ວມ.

 

ໃນຕອນເຊົ້າວັນທີ 25 ເດືອນ ກັນຍາປີ 2014 ຢູ່ຫ້ອງວ່າການ ລັດຖະບານ, ທ່ານ ເພັດສາຄອນ ຫລວງອາໄພລັດຖະມົນຕີ

ຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການລັດຖະບານ, ຮອງໂຄສົກລັດຖະບານ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງ

ປະຊຸມປະຈໍາສົກປີ 2013-2014 ນີ້ ໄດ້ນຳເອົາຫລາຍບັນຫາສຳຄັນຂອງຊາດມາພິຈາລະນາຢ່າງເລິກເຊິ່ງກວ້າງຂວາງ ແລະ

ເຫັນດີ ຮັບຮອງດ້ານຫລັກການ ເປັນຕົ້ນຮັບຮອງເອົາບົດລາຍງານຂອງບັນດາກະຊວງ ກ່ຽວກັບຄວາມຄືບໜ້າການກະ

ກຽມຄວາມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມປະຊາຄົມອາຊຽນໂດຍສະເພາະປະຊາຄົມເສດຖະກິດອາຊຽນ; ບົດລາຍ

ງານການຕີລາຄາຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ

ປະຈໍາສົກປີ 2013-2014; ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2014-2015; ຜົນ

ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 13/ ນຍ, ລົງວັນທີ 11 ມິຖຸນາ 2012 ວ່າດ້ວຍການໂຈະການພິຈາລະນາອະນຸຍາດໂຄງ

ການລົງທຶນໃໝ່ສຳລັບການຊອກຄົ້ນ, ສໍາຫລວດແຮ່ທາດ, ການປູກຢາງພາລາ ແລະ ໄມ້ວິກໃນຂອບເຂດທົ່ວປະເທດ;

ການຈັດສັນບູລິມະສິດແບ່ງທຶນຂອງລັດຖະບານ. ພ້ອມນີ້ ຍັງໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ບົດລາຍ

ງານການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄງການຄໍ້າປະກັນສະບຽງອາຫານ, ຈາກການ

ສໍາຫລວດຕົວຈິງໃນປັດຈຸບັນທົ່ວປະເທດມີເນື້ອທີ່ດິນກະສິກໍາປະມານ 4,5 ລ້ານເຮັກຕາ ເທົ່າກັບ 19% ຂອງພື້ນທີ່ດິນ

ທົ່ວປະເທດໃນນັ້ນບ່ອນທີ່ສາມາດຜະລິດກະສິກໍາຕົວຈິງປະມານ 2 ລ້ານກວ່າເຮັກຕາ ເຊິ່ງໃນກອງປະລັດຖະບານປະຈໍາ

ປີ 2012- 2013 ຜ່ານມາ ໄດ້ຕົກລົງເອົາພື້ນທີ່ຂອງແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດເປັນຈຸດສ້າງໃຫ້ເປັນ

ໂຄງການຜະລິດເຂົ້າ ເພື່ອຄໍ້າປະກັນສະບຽງອາຫານດ້ວຍການນໍາໃຊ້ເນື້ອທີ່ເກົ່າທີ່ມີ ແລະ ບຸກເບີກໃໝ່ຈໍານວນໜຶ່ງທັງ

ນີ້, ກໍເພື່ອສາມາດຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໄປຄຽງຄູ່ກັບການເພີ່ມຂຶ້ນຂອງພົນລະເມືອງປະມານ

7,8 ລ້ານຄົນຕ້ອງໄດ້ມີການກໍານົດພື້ນທີ່ການຜະລິດ, ຊຸກຍູ້ສົ່ງເສີມຂະບວນການຜະລິດ, ນໍາໃຊ້ເຕັກນິກວິທະຍາສາດ,

ນໍາໃຊ້ກົນຈັກ, ມີມາດຕະການ ແລະ ນະໂຍບາຍລະອຽດ ເພື່ອກະຕຸກຊຸກຍູ້ໃຫ້ມີການລົງທຶນຂອງທຸກພາກສ່ວນ ເຂົ້າໃນ

ການຜະລິດສະບຽງອາຫານຢ່າງຕັ້ງໜ້າ ແລະ ໃຫ້ບັນລຸຄາດໝາຍຜົນຜະລິດເຂົ້າເປືອກໃນປະລິມານ 3,1 ລ້ານໂຕນ,

ໃນນັ້ນ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານປະມານ 2,5 ລ້ານ ໂຕນ ສະເລ່ຍຜະລິດເຂົ້າເປືອກບໍ່ໃຫ້ຫລຸດ

233 ກິໂລ/ຄົນ/ປີ ຫລື ເຂົ້າ ສານ 0,3 ກິໂລ/ຄົນ/ມື້ ທັງເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກປະມານ 6 ແສນໂຕນ;

ປະ ກອບຄຳເຫັນຕໍ່ການປັບປຸງດໍາລັດສະບັບເລກທີ 269/ນຍ, ລົງ ວັນທີ 11 ພະຈິກ 2006 ວ່າດ້ວຍການປະຢັດ ແລະ

ຕ້ານການຟຸມເຟືອຍ ບາງມາດຕາ; ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງຕໍ່ບົດສະ

ຫລຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງກ່ຽວກັບການບໍລິຫານຂອງລັດຖະບານ ສົກປີ 2013-2014 ແລະ ແຜນ

ຈຸດສຸມຂອງລັດຖະບານສົກປີ 2014- 2015 ເຊິ່ງສຸມໃສ່ 6 ແຜນວຽກຈຸດສຸມ ຄື ວຽກພັດທະນາຊົນນະບົດ, ລຶບລ້າງ

ຄວາມທຸກຍາກ ແລະ ແກ້ໄຂລະເບີດບໍ່ທັນແຕກ; ວຽກງານເສດຖະກິດ; ວຽກງານຂົງເຂດວັດທະນະທໍາ-ສັງ ຄົມ; ວຽກ

ງານການບໍລິຫານລັດ ແລະ ວຽກງານຍຸຕິທໍາ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານການຕ່າງປະ

ເທດ ແລະ ການເຊື່ອມຈອດກັບສາກົນ.

 

ໃນຕອນທ້າຍຂອງກອງ ປະຊຸມທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາສະມາຊິກລັດຖະບານເອົາໃຈໃສ່ແຜນວຽກ

ຈຸດສຸມປະຈຳສົກປີ 2014-2015 ໂດຍໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງນຳພາການພັດທະນາຊົນນະບົດ, ລຶບລ້າງຄວາມທຸກ

ຍາກ ແລະ ການເກັບກູ້ລະເບີດບໍ່ທັນແຕກໃຫ້ເປັນຂະບວນ ແລະ ມີໝາກມີຜົນກວ່າເກົ່າ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ

ເປົ້າໝາຍສະຫັດສະວັດດ້ານການພັດທະນາ ເຊິ່ງມີບາງດ້ານຍັງປະຕິບັດບໍ່ທັນໄດ້ນັ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງ

ໄວ້; ສືບຕໍ່ຈັດຕັ້ງນຳພາການພັດທະນາເສດຖະກິດໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກນີ້ ໃຫ້ມີທ່ວງທ່າດີຂຶ້ນ, ໃນນັ້ນ

ແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ເອົາໃຈໃສ່ປະຕິບັດ 6 ມາດຕະການຮັກສາສະຖຽນ

ລະພາບຂອງເສດຖະກິດມະຫາພາກຂອງລັດຖະບານ, ເພີ່ມທະວີຄວາມຮັບຜິດຊອບຕໍ່ການແກ້ໄຂໜີ້ສິນຂອງງົບປະ

ມານ, ປຸກລະດົມ ທຸກພາກສ່ວນເສດຖະກິດໃຫ້ເຂົ້າຮ່ວມການພັດທະນາຢ່າງເປັນເຈົ້າການ, ຊຸກຍູ້ສົ່ງເສີມການຜະລິດ,

ການຈຳໜ່າຍ ແລະ ບໍລິການສິນຄ້າໃຫ້ມີບາດກ້າວຂະຫຍາຍຕົວໄວ; ພັດທະນາກຳລັງແຮງງານໃຫ້ມີສີມື, ມີຄວາມຮູ້-

ຄວາມສາມາດ, ຊຳນານງານ, ມີທັດສະນະຄະຕິທີ່ດີ, ມີລະບຽບວິໄນ ແລະ ມີວຽກເຮັດງານ ທຳທີ່ເໝາະສົມ; ຍູ້ແຮງວຽກ

ງານຖະແຫລງຂ່າວເພື່ອເຮັດບົດບາດເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ລະບຽບກົດໝາຍ

ຂອງລັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ນັບທັງສື່ສັງຄົມອອນລາຍເພື່ອເສີມຂະຫຍາຍ ແລະ ປົກປັກຮັກສາ

ວັດທະນະທຳ, ປະເພນີອັນດີງາມຂອງຊາດຕິດພັນກັບການສົ່ງເສີມການພັດທະນາການທ່ອງທ່ຽວໃຫ້ແຂງແຮງກວ່າ

ເກົ່າ; ເອົາໃຈໃສ່ປົກປ້ອງຊັບສິນທາງປັນຍາ ແລະ ຂຶ້ນທະບຽນການຄ້າເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມ, ຍົກສູງ

ຄວາມສາມາດແຂ່ງຂັນໃນຂະບວນວິວັດແຫ່ງການເຊື່ອມຈອດກັບສາກົນ; ເອົາໃຈໃສ່ເພີ່ມທະວີຄວາມສັກສິດ ແລະ

ປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມ ກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີການເຜີຍ

ແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ, ສືບຕໍ່ຫັນລົງຮາກຖານ ເພື່ອຈັດຕັ້ງປະຕິບັດວຽກງານ 3 ສ້າງ

ໃຫ້ເປັນຂະບວນ, ຕໍ່ເນື່ອງຕາມ 4 ບາດກ້າວບຸກທະລຸ; ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມ

ສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີທ່າອ່ຽງຫລຸດລົງເພື່ອຮັບປະກັນ

ໃຫ້ແກ່ການສະເຫລີມສະຫລອງສອງວັນສຳຄັນປະຫວັດສາດຂອງພັກ, ຂອງຊາດໃນປີ 2015; ສືບຕໍ່ປະຕິບັດນະໂຍ

ບາຍຕ່າງປະເທດຢ່າງກວ້າງຂວາງ, ເຄື່ອນໄຫວດ້ານການທູດຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂອຳນວຍແກ່ການພັດ

ທະນາ, ການປົກປັກຮັກສາປະເທດຊາດ ແລະ ການເຊື່ອມຈອດສາກົນ. ໃນສະເພາະໜ້ານີ້ ແມ່ນສຸມໃສ່ກະກຽມ ແລະ

ເປັນເຈົ້າການກ່ວາເກົ່າ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015, ການເປັນປະທານ ແລະ ເປັນ

ເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016 ທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...