ຄວາມແຕກຕ່າງຂອງລາຄາສິນຄ້າຕາມຕະຫຼາດແຕ່ລະບ່ອນໂດຍສະເພາະສິນຄ້າບໍລິໂພກປະເພດຊີ້ນ, ປາ, ຜັກ, ເຂົ້າ ແລະ ອື່ນໆ ທີ່ຍາກໃນການແກ້ການຄວບຄຸມ ມັນເປັນອີກເລື່ອງໜຶ່ງທີ່ປະຊາຊົນໃຫ້ຄວາມສົນໃຈ ແລະ ເກີດມີຄຳຖາມທີ່ວ່າ “ເປັນຫຍັງຈິ່ງບໍ່ວາງມາດຕະຖານລາຄາສິນຄ້າໃຫ້ເທົ່າກັນທົ່ວປະເທດ”.
ທາງກົມການຄ້າພາຍໃນ, ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດກັບນັກຂ່າວລາວໂພສຕ໌ ກ່ຽວກັບບັນຫານີ້ວ່າ ເລື່ອງການຄວບຄຸມລາຄາສິນຄ້າແມ່ນທາງກົມການຄ້າພາຍໃນໄດ້ມອບໃຫ້ທາງພະແນກອຸດສາຫະກຳ-ການຄ້າເມືອງເປັນຜູ້ປະຕິບັດ ໃນການຕິດຕາມກວດກາລາຄາສິນຄ້າໃນຕະຫຼາດພາຍໃນເມືອງຂອງຕົນ ບໍ່ວ່າຈະເປັນການຕິດປ້າຍບອກລາຄາສິນຄ້າ ປະເພດຊີ້ນ, ເຂົ້າ.. ຫຼື ມີຊິງກາງໃນຕະຫຼາດ, ທາງການຄ້າເມືອງມີການລົງຕິດຕາມການເໜັງຕີງຂອງລາຄາສິນຄ້າໃນຕະຫຼາດໃຫຍ່ໆພາຍໃນເມືອງເປັນປະຈຳ ຫາກພົບວ່າສິນຄ້າໃນຕະຫຼາດໃດມີລາສູງຂຶ້ນທາງກົມການຄ້າກໍ່ຈະຄົ້ນຄວ້າຫາສາເຫດ ແລະ ຫາທາງແກ້ໄຂ.
ຄວາມແຕກຕ່າງຂອງລາຄາສິນຄ້າໃນແຕ່ລະເມືອງແມ່ນອີງໃສ່ປັດໄຈ ແລະ ທ່າແຮງຂອງການຜະລິດໃນເມືອງນັ້ນ ເຊັ່ນ: ຫາກເມືອງໃດມີໂຮງງານຂ້າສັດ ລາຄາຊີ້ນທີ່ຂາຍໃນຕະຫຼາດໃນເມືອງນັ້ນຈະມີລາຄາຖືກກວ່າເມືອງທີ່ບໍ່ມີໂຮງງານຂ້າສັດ ເນື່ອງຈາກວ່າເມືອງທີ່ບໍ່ມີໂຮງງານຂ້າສັດຕ້ອງບວກລາຄາຕົ້ນກັບຄ່າຂົນສົ່ງເຂົ້າຕື່ມ ຈິ່ງເຮັດໃຫ້ລາຄາຊີ້ນສູງຂຶ້ນເລັກໜ້ອຍ.
ຄວາມແຕກຕ່າງຂອງລາຄາສິນຄ້າລະຫວ່າງຕະຫຼາດໃຫຍ່ ແລະ ຕະຫຼາດນ້ອຍກໍ່ເຊັ່ນດຽວກັນ ແມ່ຄ້າຈາກຕະຫຼາດນ້ອຍມາຊື້ຜັກ, ຊື້ຊີ້ນຈາກຕະຫຼາດໃຫຍ່ໄປຂາຍຕໍ່ກໍ່ຕ້ອງຄິດໄລ່ຕົ້ນທຶນ ແລະ ບວກກຳໄລເພີ່ມ ຈິ່ງເຮັດໃຫ້ສິນຄ້າໃນຕະຫຼາດນ້ອຍນັ້ນສູງກວ່າສິນຄ້າໃນຕະຫຼາດໃຫຍ່.
ທາງກົມການຄ້າພາຍໃນບໍ່ສາມາດຄວບຄຸມລາຄາສິນຄ້າໄປທຸກປະເພດ ເນື່ອງຈາກວ່າສິນຄ້າບາງປະເພດບໍ່ໄດ້ຢູ່ໃນລາຍການສິນຄ້າທີ່ຂຶ້ນກັບກົມພາຍໃນ, ສິນຄ້າທີ່ຂຶ້ນກັບກົມການຄ້າພາຍໃນມີພຽງ 20 ລາຍການເທົ່ານັ້ນ ເຊັ່ນ: ປະເພດຊີ້ນ, ປາ, ເຂົ້າ,ນ້ຳມັນ ແລະ ອື່ນໆ, ແຕ່ຫາກທ່ານໃດເຫັນຄວາມຜິດປົກກະຕິກ່ຽວກັບລາຄາສິນຄ້າສາມາດໂທແຈ້ງທາງກົມການຄ້າພາຍໃນໄດ້ທີ່ສາຍດ່ວນ 1510.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມການຄ້າພາຍໃນ, ກະຊວງອຸດສະຫະກຳ ແລະ ການຄ້າ