spot_img
Homeຂ່າວທ້ອງຖິ່ນພາກທຸລະກິດສະເໜີ 4 ບັນຫາເດັ່ນໆ ໃຫ້ລັດຖະບານພິຈາລະນາ

ພາກທຸລະກິດສະເໜີ 4 ບັນຫາເດັ່ນໆ ໃຫ້ລັດຖະບານພິຈາລະນາ

Published on

ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ສະເໜີ 4 ບັນຫາຫຼັກ ເພື່ອໃຫ້ລັດຖະບານພິຈາລະນາແກ້ໄຂ ໂດຍເນັ້ນການຂະຫຍາຍເສດຖະກິດ ຄວນດຶງດູດການລົງທຶນຈາກຕ່າງປະເທດຄຽງຄູ່ກັບການສ້າງຄົນລາວໃຫ້ເກັ່ງ; ຫຼຸດຜ່ອນມູນຄ່າເພີ່ມຈາກ 10% ລົງມາເປັນ 5% ເພື່ອແກ້ໄຂບັນຫາຄົນລາວທີ່ຂ້າມໄປຝັ່ງໄທ ຊື້ເຄື່ອງອຸປະໂພກ-ບໍລິໂພກ, ປິ່ນປົວສຸຂະພາບ ແລະ ໄປໃຊ້ບໍລິການສະໜາມບິນ ຍ້ອນອາກອນມູນຄ່າເພີ່ມຖືກກວ່າ; ສະເໜີໃຫ້ລັດຄົ້ນຄວ້າການຈ່າຍພັນທະອາກອນມູນຄ່າເພີ່ມແບບຂັ້ນໄດ ເພື່ອເຮັດໃຫ້ນັກລົງທຶນແຈ້ງຕົວເລກຕາມມູນຄ່າຈິງ ແລະ ຍິ່ງລົງທຶນຫຼາຍກໍຍິ່ງເສຍອາກອນໜ້ອຍລົງເທົ່ານັ້ນ

ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ເຊິ່ງເປັນໜຶ່ງໃນທີ່ປຶກສາສະພາການຄ້າທີ່ເຮັດທຸລະກິດຫຼາຍຂະແໜງການ ໄດ້ສະເໜີທີ່ກອງປະຊຸມວ່າ: ສໍາລັບນະໂຍບາຍການລົງທຶນກ່ຽວກັບທີ່ດິນ ຂ້າພະເຈົ້າເຫັນວ່າການກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວນັ້ນ ເຮົາບໍ່ພຽງແຕ່ອາໄສແຕ່ຄົນລາວເທົ່ານັ້ນ ເນື່ອງຈາກວ່າປະຊາກອນເຮົາມີໜ້ອຍ, ປະສົບການດ້ານທຸລະກິດຍັງບໍ່ຫຼາຍ ແລະ ການເຂົ້າຫາແຫຼ່ງທຶນດອກເບ້ຍສູງຢູ່. ສະນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ດຶງດູດການລົງທຶນຈາກຕ່າງປະເທດຄຽງຄູ່ກັບການເສີມສ້າງຄົນລາວໃຫ້ເກັ່ງ ແລະ ພັດທະນາໄປນໍາກັນ ຈຶ່ງສະເໜີໃຫ້ ລັດຖະບານ ເຮັດທົດລອງເນື້ອທີ່ດິນ 300 ເຮັກຕາ ໃນນະຄອນຫຼວງວຽງຈັນ ໂດຍເປິດປະມູນໃຫ້ບໍລິສັດທີ່ສົນໃຈເຂົ້າມາເຮັດການພັດທະນາເສລີຄ້າຍໆກັບເມືອງເສີນເຈີ້ນ ສປ ຈີນ ວ່າ ສາມາດພັດທະນາໄດ້ແທ້ ຫຼື ບໍ່?. ເຫດຜົນທີ່ຍົກຂຶ້ນມາສະເໜີກ່ອນໜູ່ ເພາະວ່າດິນກ່ຽວພັນກັບຂົງເຂດທຸລະກິດທຸກຮູບແບບ ເປັນຕົ້ນແມ່ນ: ວຽກງານອຸດສາຫະກໍາ, ທີ່ຢູ່ອາໄສ, ໂຮງແຮມ, ການຂາຍຍົກ-ຂາຍຍ່ອຍ ແລະ ວຽກງານບໍລິການທີ່ເປັນປັດໄຈທໍາອິດໃນການເລີ່ມຕົ້ນເຮັດທຸລະກິດ.

ສ່ວນບັນຫາທີ 2: ເລື່ອງການສົ່ງເສີມສິນຄ້າ ເນື່ອງຈາກໄລຍະຜ່ານມາພວກເຮົາເສຍເງິນຕາໃຫ້ກັບປະເທດເພື່ອນບ້ານ ໂດຍສະເພາະໄທ ເພາະຄົນລາວສ່ວນໃຫຍ່ຂ້າມໄປຝັ່ງໄທ ເພື່ອຊື້ເຄື່ອງອຸປະໂພກ-ບໍລິໂພກ, ປິ່ນປົວສຸຂະພາບ ແລະ ໄປໃຊ້ບໍລິການສະໜາມບິນ ເນື່ອງຈາກອາກອນມູນຄ່າເພີ່ມຖືກກວ່າ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ບໍລິສັດຍັກໃຫຍ່ພ້ອມທີ່ຈະເຂົ້າມາລົງທຶນໃນນະຄອນຫຼວງ ຫາກລັດຖະບານເຮົາມີນະໂຍບາຍ 3 ຢ່າງຄື: 1. ຫຼຸດຜ່ອນມູນຄ່າເພີ່ມຈາກ 10% ລົງມາເປັນ 5% ຈຶ່ງເຮັດໃຫ້ຄົນລາວບໍ່ຂ້າມໄປຊື້ເຄື່ອງຢູ່ໄທ; 2. ຫາກຄົນລາວໄດ້ຈັບຈ່າຍສິ່ງຂອງໃນລາຄາຖືກກໍຈະເປັນຜົນດີໃຫ້ກັບລັດຖະບານ; 3. ການຮັກສາສະຖຽນລະພາບເລື່ອງອັດຕາແລກປ່ຽນການຊື້-ຂາຍເປັນສະກຸນເງິນຕາຕ່າງປະເທດ.

ບັນຫາທີ 3: ດ້ານການນະໂຍບາຍຂຶ້ນລະບຽນລັດວິສາຫະກິດ ເຮົາຄວນມີການຖອດຖອນບົດຮຽນນໍາປະເທດສິງກະໂປ ແລະ ປະເທດໄທ ທີ່ເຂົາເຈົ້າປະສົບຜົນສໍໍາເລັດໃນເລື່ອງດັ່ງກ່າວມາແລ້ວ, ເວົ້າສະເພາະອອກທະບຽນໃບອະນຸຍາດກໍ່ສ້າງຄວນເນັ້ນເລື່ອງານລົງທຶນເປັນຫຼັກ ວ່າມີທຶນແທ້ບໍ່? ຄວນປະໄວ້ໃນບັນຊີລາວຈັກມື້ ແລະ ທຶນຕ້ອງຢູ່ໃນທະນາຄານຈົນກວ່າຈະດໍາເນີນການກໍ່ສ້າງສໍາເລັດ.

ບັນຫາສຸດທ້າຍ: ນະໂຍບາຍດ້ານອາກອນມູນຄ່າເພີ່ມ ສະເໜີໃຫ້ລັດຄົ້ນຄວ້າເລື່ອງການຈ່າຍພັນທະອາກອນມູນຄ່າເພີ່ມແບບຂັ້ນໄດ (ບໍ່ຄວນເຮັດແບບມາດຕະຖານດຽວກັນ) ເພື່ອເຮັດໃຫ້ນັກລົງທຶນແຈ້ງຕົວເລກຕາມມູນຄ່າຈິງ ແລະ ຍິ່ງລົງທຶນຫຼາຍກໍຍິ່ງເສຍອາກອນໜ້ອຍລົງເທົ່ານັ້ນ ຍົກຕົວຢ່າງ: ການລົງທຶນມູນຄ່າຕໍ່າກວ່າ 3 ແສນໂດລາ ແມ່ນເສຍອາກອນ 7%, ລົງທຶນ 1 ລ້ານໂດລາ 6%, ຫຼາຍກວ່າ 3 ລ້ານໂດລາ 5%, ຫຼາຍກວ່າ 6 ລ້ານໂດລາ 4,5% ແລະ ລົງທຶນຫຼາຍກວ່າ 10 ລ້ານໂດລາ ເສຍອາກອນມູນຄ່າເພີ່ມ 4%.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la

ຮູບພາບຈາກ: vietnam.vnanet.vn

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...