spot_img
Homeຂ່າວທ້ອງຖິ່ນນາຍົກ ເນັ້ນຫ້າມໃຊ້ສານເຄມີເຂົ້າໃນການຜະລິດກາເຟເຂດພູພຽງບໍລະເວນ

ນາຍົກ ເນັ້ນຫ້າມໃຊ້ສານເຄມີເຂົ້າໃນການຜະລິດກາເຟເຂດພູພຽງບໍລະເວນ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ທີ່ເມືອງ ບາຈຽງ ແຂວງ ຈຳປາສັກ ໃນວັນທີ 28 ມັງກອນ 2019 ໂດຍເນັ້ນໜັກໃຫ້ຮັກສາຄຸນນະພາບ, ມາດຖານຂອງການຜະລິດ, ຫ້າມນຳໃຊ້ສານເຄມີເຂົ້າໃນການຜະລິດ, ພາກສ່ວນທີ່ກ່ຽວຂ້ອງຂອງລັດ ຕ້ອງມີນະໂຍບາຍທີ່ເໝາະສົມຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າສາມາດຜະລິດ ແລະ ເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິຜົນສູງ.

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ລາຍງານສະພາບການເຄື່ອນໄຫວວ່າ: ນັບແຕ່ປີ 2007 ເປັນຕົ້ນມາສາມາດຜະລິດກາເຟ ສົ່ງອອກຂາຍພາຍໃນປະເທດ ຈຳນວນ 57 ພັນກວ່າໂຕນ (ໝາກແດງ); ສະເພາະ ປີ 2017-2018 ຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ, ໃນນັ້ນ ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະ ເປັນທີ່ນິຍົມເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາໜ່າຍໄດ້ສົ່ງອອກໄປຈີນ, ເກົາຫຼີໃຕ້, ຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ນູແວນເຊລັງ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະ ປະເທດອື່ນໆ.

ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຫຼື ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007. ປະຈຸບັນ, ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກນອກນີ້, ຍັງມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະ ລະດັບຄຸນນະພາບຂອງເມັດກາເຟ ເຊິ່ງ 1 ມື້ສາມາດຜະລິດໄດ້ 20 ໂຕນ. ຈຸດເດັ່ນຂອງສະຫະກອນຄືການຮັບປະກັນຄຸນນະພາບຂອງກາເຟໂດຍເຂົາເຈົ້າເອງ ແລະ ມີການຄວບຄຸມຄຸນນະພາບໃນຂະບວນການຜະລິດທຸກຂັ້ນຕອນ ໃນນັ້ນ, ໄດ້ຮັບການຢັ້ງຢືນການຄ້າທີ່ເປັນທຳໃນປີ 2009 ພ້ອມທັງໄດ້ຮັບການຢັ້ງຢືນທາງດ້ານກະສິກຳອິນຊີ ດ້ວຍມາດຖານຂອງອີຢູ, ອາຊີ ແລະ ການາດາ. ສໍາລັບການຜະລິດການເຟຈະບໍ່ມີການນຳໃຊ້ຝຸ່ນເຄມີ ແລະ ຢາປາບສັດຕູພືດ ເພື່ອເປັນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມເນື້ອທີ່ສີຂຽວ ແລະ ສ້າງແຫຼ່ງທີ່ຢູ່ອາໄສຂອງສັດສາວາສິ່ງ ໄປຄຽງຄູ່ກັບການສ້າງເສດຖະກິດ ຂອງຄອບຄົວປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ກາເຟມີລາຄາສູງກວ່າລາຄາກາເຟທົ່ວໄປ.

ໃນໂອກາດການລົງຢ້ຽມຢາມເຂດດັ່ງກ່າວ,  ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມກັບຄະນະບໍລິຫານ ແລະ ສະມາຊິກສະຫະກອນ ເຊິ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະ ມາດຖານຂອງການຜະລິດ ໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວຊານ; ຫ້າມນຳໃຊ້ສານເຄມີເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍບັນດາປັດໃຈທີ່ພາໃຫ້ມີຜົນສຳເລັດໃນໄລຍະຜ່ານມາໃຫ້ກວ້າງຂວາງ ເພື່ອເຮັດໃຫ້ກາເຟມີຄຸນນະພາບ, ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ; ການຜະລິດໃຫ້ມີຄວາມໝັ້ນຄົງ, ສະມາຊິກມີລາຍຮັບສາມາດປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຂອງຕົນ ໃຫ້ຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະໂຍບາຍທີ່ເໝາະສົມຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າສາມາດຜະລິດ ແລະ ເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິຜົນສູງ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...