spot_img
Homeຂ່າວທ້ອງຖິ່ນທະນາຄານໂລກກ່າວ: "ປະເທດລາວ ຄວນລົງທຶນໃສ່ດ້ານການພັດທະນາມະນຸດໃຫ້ຫຼາຍຂື້ນ "

ທະນາຄານໂລກກ່າວ: “ປະເທດລາວ ຄວນລົງທຶນໃສ່ດ້ານການພັດທະນາມະນຸດໃຫ້ຫຼາຍຂື້ນ “

Published on

ທະນາຄານໂລກ ແນະນຳໃຫ້ ສປປ ລາວ ຄວນລົງທຶນໃສ່ດ້ານການພັດທະນາມະນຸດ ເພື່ອເພີ່ມປະສິດທິພາບ ເນື່ອງຈາກວ່າຈະເປັນການສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດໃນໄລຍະຍາວ ແລະ ເຮັດໃຫ້ຄວາມທຸກຍາກຫຼຸດລົງ. ຂະນະທີ່ທຽບໃສ່ບັນດາປະເທດທີ່ມີລະດັບລາຍຮັບໃກ້ຄຽງເຫັນວ່າຍັງຕໍ່າກວ່າເຂົາເຈົ້າຫຼາຍ.

ທ່ານ ນິໂຄລາ ພອນທາລາ ( Nicola Pontara ) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ການຂະຫຍາຍຕົວຂອງເສດຖະກິດຢູ່ ສປປ ລາວ ຍັງເຂັ້ມແຂງ ເຊິ່ງລັດຖະບານມີຜົນງານໂດດເດັ່ນຫຼາຍຢ່າງໃນການປະຕິຮູບ ໂດຍສະເພາະການເກັບລາຍຮັບ, ນະໂຍບາຍການຮັດກຸມດ້ານການເງິນງົບປະມານໄດ້ມີການສືບຕໍ່ ເຖິງວ່າຈະຖືກຜົນກະທົບຈາກໄພພິບັດທໍາມະຊາດກໍຕາມ. ເມື່ອເບິ່ງໄປຂ້າງໜ້າ, ສປປ ລາວ ຄວນລົງທຶນໃສ່ການພັດທະນາດ້ານຊັບພະຍາກອນມະນຸດ ເພື່ອເພີ່ມຜະລິດຕະພາບ ໂດຍຖືເປັນກຸນແຈສຳຄັນຕໍ່ການສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດໃນໄລຍະຍາວ ແລະ ເຮັດໃຫ້ຄວາມທຸກຍາກຫຼຸດລົງຕື່ມອີກ”.

ອີງຕາມບົດລາຍງານການຕິດຕາມເສດຖະກິດຂອງ ສປປ ລາວ ສະບັບຫຼ້າສຸດຂອງ ທະນາຄານໂລກທີ່ເຜີຍແຜ່ໃນວັນທີ 18 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຂະຫຍາຍຕົວເສດຖະກິດໃນ ສປປ ລາວ ຄາດວ່າຈະເຕີບໂຕໃນລະດັບ 6,5% ໃນປີ 2018 ຫຼຸດລົງຈາກ 6,9% ໃນປີ 2017 ເຊິ່ງມາຈາກຫຼາຍປັດໄຈພາຍໃນ ແລະ ພາຍນອກ ເຊັ່ນ: ຜົນກະທົບທາງລົບທີ່ເກີດຈາກບັນຫາໄພນໍ້າຖ້ວມໃນໄລຍະຜ່ານມາ ທີ່ໄດ້ສ້າງຄວາມເສຍຫາຍຢ່າງກ້ວາງຂວງ.

ບົດລາຍງານດັ່ງກ່າວ, ເນັ້ນໜັກໃຫ້ເຫັນຄວາມສໍາຄັນຂອງການລົງທຶນໃສ່ການສ້າງຄົນ, ເດັກທີ່ເກີດຢູ່ ລາວ ໃນປັດຈຸບັນ, ມີພຽງ 45% ຂອງທ່າແຮງເຕັມສ່ວນ ທີ່ສາມາດປະກອບສ່ວນຜະລິດຕະພາບໃຫ້ສັງຄົມໄດ້ ຫາກກຸ່ມຄົນເຫຼົ່ານັ້ນໄດ້ຮັບບໍລິການດ້ານການສຶກສາ ແລະ ສຸຂະພາບຢ່າງຄົບຖ້ວນ ເມື່ອທຽບໃສ່ບັນດາປະເທດທີ່ມີລະດັບລາຍຮັບໃກ້ຄຽງເຫັນວ່າ: ບັນຫາເດັກເຕ້ຍຢູ່ລາວ ຍັງສູງລື່ນເຂົາເຈົ້າ, ດ້ານອັດຕາການລອດຊີວິດຂອງເດັກເກີດໃໝ່ຫາອາຍຸ 5 ປີ ກໍເຫັນວ່າຕໍ່າກວ່າເຂົາເຈົ້າ, ທຽບໃສ່ຄຸນນະພາບຂອງການຮຽນຮູ້ເຫັນວ່າ: ເດັກນ້ອຍລາວ ສືບຕໍ່ຮຽນໃນໂຮງຮຽນໂດຍສະເລ່ຍພຽງແຕ່ 6,4 ປີ ເຖິງວ່າມີຈໍານວນປີສະເລ່ຍສະສົມຂອງການຮຽນໃນໂຮງຮຽນ ຈົນກວ່າເດັກຈະຮອດອາຍຸ 18 ປີ ຈະຢູ່ທີ່ 10,8 ປີກໍຕາມ.

ພ້ອມນັ້ນ, ການປັບປຸງຜົນໄດ້ຮັບດ້ານການພັດທະນາຊັບພະຍາກອນນາມະນຸດ ໃນວຽກງານກການສຶກສາ ແລະ ສາທາລະນະສຸກໃນລາວ ຕ້ອງປະສົມປະສານບັນດາກິດຈະກໍາແກ້ໄຂສະເພາະຂະແໜງການ ແລະ ການປະຕິຮູບລະບົບລວມ ຕົວຢ່າງ: ການລົງທຶນເພີ່ມຂຶ້ນ ແລະ ມີປະສິດທິພາບກວ່າເກົ່າ, ໃສ່ໃຈສຸຂະພາບຂອງແມ່ ແລະ ເດັກ ກໍ່ຄືໃສ່ໃຈຄຸນນະພາບການສຶກສາ ນັບແຕ່ການສຶກສາກ່ອນໄວຮຽນ ເພາະຈະຊ່ວຍເພີ່ມທ່າແຮງໃຫ້ຄົນຮຸ່ນໃໝ່ມີການຈະເລີນເຕີບໂຕ, ມີສຸຂະພາບແຂງແຮງ ແລະ ມີປະສິດທິພາບສູງ. ນະໂຍບາຍດັ່ງກ່າວ, ຍັງຄຽງຄູ່ກັບການປະຕິຮູບດ້ານສະຖາບັນ ເພື່ອປັບປຸງການບໍລິການສຶກສາ ແລະ ສາທາລະນະສຸກ ຈະຊ່ວຍຊຸກຍູ້ເສດຖະກິດຂອງປະເທດໃນໄລຍະຍາວ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...