spot_img
Homeຂ່າວຕ່າງປະເທດເກີດຫຍັງຂຶ້ນ! ກາເຟທົ່ວໂລກ ຈຶ່ງມີຄວາມສ່ຽງຈະສູນພັນເກືອບ 60%

ເກີດຫຍັງຂຶ້ນ! ກາເຟທົ່ວໂລກ ຈຶ່ງມີຄວາມສ່ຽງຈະສູນພັນເກືອບ 60%

Published on

ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງ ລອນດອນ ປະເທດອັງກິດ ໃນວັນທີ 18 ມັງກອນ 2019 ນີ້ວ່າ ຜູ້ຊ່ຽວຊານປະຈໍາສວນພຶກສາສາດຫຼວງ ເມືອງ ຄິວ (ສວນຄິວ) ທາງຕາເວັນອອກສ່ຽງໃຕ້ຂອງ ລອນດອນ ໄດ້ເຜີຍແຜ່ຜົນງານວິໄຈຈາກສາຍພັນກາເຟທີ່ມີການຄົ້ນພົບ ແລະ ຢືນຢັນຢ່າງເປັນທາງການວ່າ: “ທົ່ວໂລກມີກາເຟ 124 ສາຍພັນ ໃນນັ້ນ, ຢ່າງໜ້ອຍ 75 ສາຍພັນສ່ຽງຕໍ່ການສູນພັນ, 13 ສາຍພັນຢູ່ໃນລະດັບອັນຕະລາຍຢ່າງໜັກຕໍ່ການສູນພັນ, ອີກ 40 ສາຍພັນຢູ່ໃນກຸ່ມສາຍພັນອັນຕະລາຍ ລວມເຖິງກາເຟອາຣາບິກ້າ ເຊິ່ງເປັນໜຶ່ງໃນສາຍພັນທີ່ຫຼາຍຄົນຮູ້ຈັກຫຼາຍທີ່ສຸດ ແລະ 22 ສາຍພັນຈັດຢູ່ໃນກຸ່ມມີຄວາມສ່ຽງທີ່ຈະສູນພັນ”.

ທັງນີ້, ແອຣອນ ເດວິສ ຫົວໜ້າທີມວິໄຈກ່ຽວກັບສາຍພັນກາເຟ ສວນຄິວ ສະຫຼຸບວ່າ: “ໃນພາບລວມແລ້ວຖືວ່າສາຍພັນກາເຟເກືອບ 60% ສາຍພັນທົ່ວໂລກ ກໍາລັງປະເຊີນໜ້າກັບຄວາມສ່ຽງຕໍ່ການສູນພັນ ຖືເປັນສະຖານະການທີ່ໜ້າກັງວົນຢ່າງໜັກ ເນື່ອງຈາກໄດ້ບົ່ງບອກເຖິງຄວາມເຊື່ອມສະມັດຕະພາບທາງລະບົບນິເວດຂອງໂລກ”, ໂດຍ ເດວິສ ເວົ້າຢ່າງໜ້າຄິດວ່າ: “ການທີ່ມະນຸດມີກາເຟບໍລິໂພກຈົນເຖິງປັດຈຸບັນ ຕ້ອງຂອບໃຈກິດຈະກໍາຂອງສັດປ່າຫຼາຍຊະນິດ ທີ່ສາມາດຊ່ວຍໃນການຈະເລີນເຕີບໂຕ ແລະ ຂະຫຍາຍພັນຂອງກາເຟໃຫ້ເປັນໄປຕາມທໍາມະຊາດ”.

“ເຖິງວ່າກາເຟສ່ວນໃຫຍ່ທີ່ມະນຸດດື່ມ ແລະ ນໍາໄປໃຊ້ເປັນສ່ວນປະກອບອາຫານຊະນິດອື່ນໆ ຈາກສາຍພັນ ອາຣາບິກ້າ ແລະ ໂຣບັສຕ້າ ແຕ່ກາເຟຫຼາຍກວ່າ 100 ສາຍພັນໃນໂລກ ແລະ ສ່ວນໃຫຍ່ຢູ່ໃນປ່າເລີກ ມີລົດຊາດບໍ່ແຊບເທົ່າກັບ ອາຣາບິກ້າ ແລະ ໂຣບັສຕ້າ ແຕ່ອາດມີສາຍພັນ ຫຼື ລັກສະນະສະເພາະທາງພັນທຸກໍາບາງຢ່າງ ທີ່ສາມາດນໍາມາປະຍຸກໃຊ້ກັບການເພາະລ້ຽງ ແລະ ຂະຫຍາຍພັນກາເຟໄດ້ອີກຫຼາຍສາຍພັນ ລວມເຖິງກາເຟຊື່ດັງທັງສອງສາຍພັນ ແລະ ຍັງໄດ້ເພີ່ມຄວາມແຂງແຮງໃຫ້ກັບສາຍພັນກາເຟໃນການຕໍ່ສູ້ກັບພາວະໂລກຮ້ອນອີກດ້ວຍ”, ແອຣອນ ເດວິສ ກ່າວ.

ປັດຈຸບັນ, ພື້ນທີ່ປູກກາເຟຄຸນນະພາບດີແມ່ນຢູ່ໃນ ທະວີອາຟຣິກາ ແລະ ອາເມລິການໃຕ້ ໂດຍສະເພາະ ເອທິໂອປີ, ເຄັນຍາ, ບຣາຊິນ ແລະ ໂກໂລມບີ ສ່ວນໃນອາຊີແມ່ນຢູ່ ອິນໂດເນເຊຍ ແລະ ຫວຽດນາມ ເປັນພື້ນທີ່ປູກກາເຟໄດ້ດີຄືກັນ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: northfortynews.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...