Homeຂ່າວທ້ອງຖິ່ນຄົນຕ່າງປະເທດ ສາມາດຖືຄອງກໍາມະສິດອະສັງຫາລິມະຊັບ ໄດ້ພຽງແຕ່ເຂດເສດຖະກິດພິເສດເທົ່ານັ້ນ

ຄົນຕ່າງປະເທດ ສາມາດຖືຄອງກໍາມະສິດອະສັງຫາລິມະຊັບ ໄດ້ພຽງແຕ່ເຂດເສດຖະກິດພິເສດເທົ່ານັ້ນ

Published on

ລັດຖະບານ ໄດ້ອະນຸມັດນະໂຍບາຍໃຫ້ຄົນຕ່າງປະເທດສາມາດ ເປັນເຈົ້າຂອງກໍາມະສິດອະສັງຫາລິມະຊັບ (ສິ່ງປຸກສ້າງທີ່ຢູ່ອາໄສພາຍໃນເຂດ) ໄດ້ແຕ່ພຽງເຂດເສດຖະກິດພິເສດເທົ່ານັ້ນ. ປັດຈຸບັນ, ກົດໝາຍທີ່ດິນຂອງ ສປປ ລາວ ມີແຕ່ອະນຸຍາດໃຫ້ຄົນທີ່ຖືສັນຊາດລາວໄດ້ມີກໍາມະສິດທີ່ດິນເທົ່ານັ້ນ.

ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າກົມ/ຮອງຫົວໜ້າຫ້ອງການບໍລິຫານການລົງທຶນ ໄດ້ຕອບຄໍາຖາມຂອງນັກຂ່າວທີ່ຖາມວ່າ “ຄົນຕ່າງປະເທດສາມາດຊື້ດິນ ເຮືອນໄດ້ບໍ່?” ທີ່ງານຖະແຫຼງຂ່າວງານມະຫາກໍາອະສັງຫາລິມາຊັບ 2019 ໃນວັນທີ 15 ມັງກອນ 2019 ວ່າ: “ຖືເປັນບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍໃນສັງຄົມ. ປັດຈຸບັນນີ້, ໃນການໃຫ້ກໍາມະສິດທີ່ດິນ ແລະ ເຮືອນສໍາລັບຄົນຕ່າງປະເທດ ໂດຍທົ່ວໄປຍັງບໍ່ມີການກໍານົດ, ແຕ່ພວກເຮົາຈະມີກໍານົດຢູ່ໃນເຂດເສດຖະກິດພິເສດ (ຂສພ) ບຶງທາດຫຼວງ ທີ່ເພິ່ນພັດທະນາເປັນອະສັງຫາລິມະຊັບ ເຊິ່ງໄດ້ມີດໍາລັດຂອງ ລັດຖະບານ ອອກມາວ່າ ສໍາລັບອາພາດເມັ້ນຖ້າຊື້ແລ້ວຈະເປັນກໍາມະສິດຂອງຜູ້ຊື້ໂດຍກົງເລີຍ ພາຍໃຕ້ອາຍຸຂອງການສໍາປະທານທີ່ດິນທີ່ຍັງເຫຼືອໃນຕອນຊື້ນັ້ນ, ສ່ວນກໍາມະສິດທີ່ດິນ ລັດຖະບານ ຍັງບໍ່ມີນະໂຍບາຍທີ່ຈະອະນຸຍາດໃຫ້ຄົນຕ່າງປະເທດ (ບໍ່ແມ່ນສັນຊາດລາວ) ມີກໍາມະສິດ. ປັດຈຸບັນ, ກົດໝາຍທີ່ດິນມີແຕ່ອະນາຍາດໃຫ້ຄົນທີ່ຖືສັນຊາດລາວໄດ້ມີກໍາມະສິດທີ່ດິນ”.

ໂດຍອີງຕາມ ດໍາລັດຂອງລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 188/ລບ, ລົງວັນທີ 7 ມິຖຸນາ 2018; ວ່າດ້ວຍເຂດເສດຖະກິດພິເສດ, ໝວດທີ 7 ນະໂຍບາຍສົ່ງເສີມຜູ້ລົງທຶນ, ມາດຕາທີ 44 ນະໂຍບາຍສົ່ງເສີມດ້ານການນໍາໃຊ້ທີ່ດິນ ແລະ ອະສັງຫາລິມະຊັບຄື: ຜູ້ລົງທຶນມີສິດນໍາໃຊ້ທີ່ດິນທີ່ຕົນເຊົ່າ ໂດຍສາມາດເອົາສິດດັ່ງກ່າວໃຫ້ເຊົ່າຕໍ່ ຫຼື ມອບ-ໂອນ ໃຫ້ຜູ້ລົງທຶນອື່ນຕາມອາຍຸສັນຍາເຊົ່າ ແຕ່ສູງສຸດບໍ່ໃຫ້ເກີນອາຍຸສັນຍາພັດທະນາທີ່ຍັງເຫຼືອ ໂດຍມີການຢັ້ງຢືນຂອງຄະນະຄຸ້ມຄອງເຂດ. ຜູ້ທີ່ໄດ້ກໍາມະສິດໃນອະສັງຫາລິມະຊັບເຂດເສດຖະກິດພິເສດ ສາມາດເປັນເຈົ້າຂອງກໍາມະສິດໄປຕະຫຼອດຈົນໝົດອາຍຸຂອງການໃຊ້ອະສັງຫາລິມະຊັບນັ້ນ ສາມາດຂາຍ, ມອບ-ໂອນ ຫຼື ສືບທອດຕໍ່ໄດ້, ສ່ວນທີ່ດິນບ່ອນທີ່ອະສັງຫາລິມະຊັບນັ້ນ ພາຍຫຼັງໝົດອາຍຸສັນຍາພັດທະນາແລ້ວ ຈະກັບມາເປັນຊັບສິນຂອງລັດ.

ສໍາລັບຄົນຕ່າງປະເທດ ທີ່ໄດ້ກໍາມະສິດອະສັງຫາລິມະຊັບ ໂດຍໄດ້ມີການຊໍາລະຕົວຈິງ 100.000 ໂດລາສະຫະລັດຂຶ້ນໄປ ພັນລະຍາ ຫຼື ສາມີ ແລະ ລູກ ຈະໄດ້ຮັບນະໂຍບາຍວີຊ່າເຂົ້າ-ອອກຫຼາຍເທື່ອ ຄັ້ງທໍາອິດເປັນເວລາ 1 ປີ ແລະ ສາມາດຕໍ່ໄດ້ ແລະ ຍັງຈະໄດ້ຮັບການອໍານວຍຄວາມສະດວກອື່ນໆ ຕາມການຕົກລົງຂອງລັດຖະບານໃນແຕ່ລະໄລຍະ. ນອກນັ້ນ, ຄົນຕ່າງປະເທດ ທີ່ມີສັນຍາເຊົ່າອະສັງຫາລິມະຊັບ ຈາກເຈົ້າຂອງກໍາມະສິດ ແລະ ມີກໍານົດເວລາຢູ່ ສປປ ລາວ 3 ເດືອນຂຶ້ນໄປຈະໄດ້ຮັບນະໂຍບາຍວີຊ່າເຂົ້າ-ອອກຫຼາຍເທື່ອ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...