Homeຂ່າວຕ່າງປະເທດຜູ້ຊາຍໃນໝູ່ບ້ານໜີໄປໝົດຍ້ອນບໍ່ມັກຊື່ບ້ານ

ຜູ້ຊາຍໃນໝູ່ບ້ານໜີໄປໝົດຍ້ອນບໍ່ມັກຊື່ບ້ານ

Published on

ເລື່ອງຂອງຊື່ບໍ່ວ່າຈະເປັນຊື່ຕົວເອງ ຊື່ບ້ານ ຊື່ເມືອງ ຊື່ແຂວງ ຫຼື ຊື່ຫຍັງກໍ່ຕາມ ຫາກຊື່ນັ້ນບໍ່ເປັນມົງຄຸນ ກໍ່ບໍ່ມີໃຜປາຖະໜາຢາກໃຊ້ຊື່ນັ້ນ ຄືກັນກັບຄົນໃນຫຼາຍໝູ່ບ້ານແຫ່ງລັດຣາຍານາ (Haryana) ແລະ ຣາຈັດສະຖານ (Rajasthan) ປະເທດອິນເດຍ ທີ່ຕ້ອງການປ່ຽນຊື່ ເພາະຟັງແລ້ວໃຫ້ຄວາມຮູ້ສຶກໄປໃນທາງທີ່ບໍ່ດີ ແລະ ເຮັດໃຫ້ລູກບ້ານຮູ້ສຶກອັບອາຍເມື່ອຖືກຖາມວ່າຢູ່ບ້ານໃດ.

ເມື່ອຄວາມຮູ້ສຶກໃນເລື່ອງນີ້ໄດ້ສະສົມເພີ່ມພູນຂຶ້ນ ຈິ່ງນຳມາສູ່ການຮຽກຮ້ອງໃຫ້ມີການປ່ຽນຊື່ບ້ານ ຢ່າງບ້ານ ກັນດາ (Ganda) ໃນລັດຣາຍານາ ເຊິ່ງພາສາຮິນດູມີຄວາມໝາຍວ່າ “ສົກກະປົກ ຫຼື ໜ້າລັງກຽດ” ມີເດັກຍິງຄົນໜຶ່ງໃນໝູ່ບ້ານໄດ້ຂຽນຈົດໝາຍຮ້ອງທຸກສົ່ງໄປເຖິງທ່ານ ນະເຣທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ເມື່ອປີ 2016 ເພື່ອຂໍໃຫ້ມີການປ່ຽນຊື່ບ້ານໃໝ່ ເພາະເລື່ອງນີ້ເຮັດໃຫ້ນາງຖືກເຢາະເຢີ້ຍຈາກຄົນທີ່ນາງໄດ້ພົບ ແມ່ນແຕ່ຍາດຕິພີ່ນ້ອງຂອງນາງທີ່ອາໄສຢູ່ບ້ານອື່ນ.

ຈົນມາວັນໜຶ່ງຄຳຮ້ອງຂອງນາງຖືກພິຈາລະນາໂດຍທ່ານນາຍົກລັດຖະມົນຕີໄດ້ມີຄຳສັ່ງໃຫ້ເຈົ້າໜ້າທີ່ປ່ຽນຊື່ບ້ານ ກັນດາ ເປັນບ້ານ ອາຈີນ ນາກາຣ໌ ແທນ.

ຍ້ອມຄວາມຫຼັງຂອງຊື່ບ້ານ ກັນດາ ຄົນໃນພື້ນທີ່ໄດ້ເລົ່າວ່າ ຊື່ນີ້ໄດ້ມາຕັ້ງແຕ່ເກີດເຫດນໍ້າຖ້ວມໃຫຍ່ ເມື່ອຫຼາຍທົດສະວັດກ່ອນ ເມື່ອເຈົ້າໜ້າທີ່ທາງການລົງມາກວດສອບຄວາມເສຍຫາຍຈາກອຸທົກກະໄພຄັ້ງໃຫຍ່ ກໍ່ໄດ້ເຫັນຊາກຄວາມເສຍຫາຍເຕັມໄປທົ່ວພື້ນທີ່ ແລະ ສົກກະປົກຫຼາຍ ກໍ່ເລີຍເວົ້າເຖິງບ້ານນີ້ວ່າ ກັນດາ ຈົນເປັນຄຳຕິດປາກຕາມໆກັນໄປ.

ນາຍບ້ານ ກັນດາ ຍັງເລົ່າເຖິງບັນຫາຂອງຊື່ບ້ານນີ້ວ່າ ຊື່ບ້ານຍັງເປັນສາເຫດເຮັດໃຫ້ຜູ້ຊາຍໜີຫາຍກັນໄປໝົດ ເພາະບໍ່ຕ້ອງການແມ່ຍິງໃນບ້ານນີ້ເປັນເຈົ້າສາວເຫດຜົນເພາະຊື່ຂອງບ້ານນີ້ແປວ່າສົກກະປົກ ກໍລະນີບັນຫາຊື່ຂອງບ້ານກັນດາຖືເປັນກໍລະນີສະເພາະ ຈິ່ງໄດ້ຮັບຄວາມເຫັນດີໃຫ້ປ່ຽນຊື່.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...