Homeຂ່າວທ້ອງຖິ່ນໂຍທາ ຕ້ອງການງົບ 2 ພັນຕື້ກີບ ກໍ່ສ້າງຕາຝັ່ງກັນເຈື່ອນນໍ້າ 128,93 ກິໂລແມັດ

ໂຍທາ ຕ້ອງການງົບ 2 ພັນຕື້ກີບ ກໍ່ສ້າງຕາຝັ່ງກັນເຈື່ອນນໍ້າ 128,93 ກິໂລແມັດ

Published on

ໂຄງການກໍ່ສ້າງເຈື່ອນກັນຕາຝັ່ງນໍ້າ ທີ່ມີຊາຍແດນຕິດຈອດລະຫວ່າງປະເທດ ໃນປີ 2019-2020 ມີຄວາມຕ້ອງການສ້າງຕື່ມອີກຫຼາຍກວ່າ 128,93 ກິໂລແມັດ ດ້ວຍງົບເຖິງ 2 ພັນຕື້ກີບ ເຊິ່ງເປັນອີກໂຄງການສໍາຄັນທີ່ພາກລັດ ຕ້ອງເດີນໜ້າສືບຕໍ່ກໍ່ສ້າງເປັນແຕ່ລະໄລຍະ. ດ້ານ ກະຊວງ ຍທຂ ເຊື່ອວ່າຫາກໂຄງການດັ່ງກ່າວສໍາເລັດ ຈະສາມາດປ້ອງກັນນໍ້າຖ້ວມໄດ້ດີໃນລະດັບນໍ້າສູງກວ່າ 12 ແມັດ ຄືລະດັບນໍ້າຂອງຂຶ້ນສຸດໃນປີ 2018 ຜ່ານມາ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: “ວຽກງານກໍ່ສ້າງເຈື່ອນຕາມແມ່ນໍ້າຊາຍແດນ ປະກອບມີ: ແມ່ນໍ້າຂອງ ແລະ ນໍ້າເຫືອງ ເມືອງ ແກ່ນທ້າວ ແຂວງໄຊຍະບູລີ ຕາມການເກັບກໍາຂໍ້ມູນຂອງ ຍທຂ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ເຊິ່ງມີແມ່ນໍ້າຊາຍແດນລະຫວ່າງປະເທດທັງໝົດ 1.100 ກິໂລແມັດ ໃນນັ້ນ, ແມ່ນໍ້າຂອງຍາວ 953 ກິໂລແມັດ ແລະ ນໍ້າເຫືອງຍາວ 147 ກິໂລແມັດ.  ຕາມການສໍາຫຼວດຂອງ ທຍຂ ໃນແຜນການກໍ່ສ້າງຕ້ານເຈື່ອນໃນຕໍ່ໜ້າ ມີຄວາມຕ້ອງການກໍ່ສ້າງຕາຝັ່ງກັນເຈື່ອນແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງທັງໝົດ 128,93 ກິໂລແມັດ ຄິດເປັນມູນຄ່າ 2 ພັນຕື້ກວ່າກີບ ໃນນີ້, ຈັດເປັນບູລິມະສິດເພື່ອແກ້ໄຂດ່ວນ 2019-2020 3 ບູລິມະສິດ, ສ່ວນທີ່ເຫຼືອຈະເອົາເຂົ້າແຜນປີ 2021-2025 ຫາກໂຄງການດັ່ງກ່າວສໍາເລັດ ຈະສາມາດປ້ອງກັນນໍ້າຖ້ວມໄດ້ດີໃນລະດັບນໍ້າຂອງສູງກວ່າ 12 ແມັດ ຄືລະດັບນໍ້າຂອງຂຶ້ນສູງສຸດໃນປີ 2018 ຜ່ານມາ”.

ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດໃນປີ 2016-2017 ຈໍານວນ 12 ໂຄງການດ້ວຍມູນຄ່າ 242,49 ຕື້ກີບ ໃນນີ້, ໂຄງການສໍາຫຼວດ ແລະ ອອກແບບມີ 4 ໂຄງການ, ໂຄງການກໍ່ສ້າງ 8 ໂຄງການ ສໍາເລັດແລ້ວ 100%; ປີ 2018 ສະພາແຫ່ງຊາດໄດ້ອະນຸມັດງົບປະມານທັງໝົດຈໍານວນ 8 ໂຄງການລວມມູນຄ່າ 182,59 ຕື້ກີບ ແຕ່ໄດ້ຮັບການຊໍາລະຕົວຈິງ 1,06 ຕື້ກີບ ໃນນີ້, ມີ 5 ໂຄງການທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ 100%  ແລະ ອີກ 3 ໂຄງການຈະສືບຕໍ່ໃຫ້ສໍາເລັດໃນປີ 2019 ນີ້.

ນອກຈາກນັ້ນ, ໂຄງການທີ່ ລັດຖະບານ ໄດ້ລົງທຶນໃສ່ດ້ວຍງົບປະມານພາຍໃນ ຍັງໄດ້ຮັບການສະໜັບສະໜູນງົບປະມານຈາກປະເທດເພື່ອນມິດ ແລະ ອົງການສາກົນຕື່ມອີກ ເຊັ່ນ: ໂຄງການກໍ່ສ້າງຄູປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ນະຄອນຫຼວງວຽງຈັນ ຍາວ 12,3 ກິໂລແມັດ, ໂຄງການກໍ່ສ້າງຕ້ານເຈື່ອນແຕ່ດອນຊາວ-ບ້ານ ຄວ້ານ, ໂຄງການກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ປ້ອງກັນນໍ້າຢູ່ນະຄອນປາກເຊ ແລະ ເມືອງ ໂພນທອງ ແຂວງ ຈໍາປາສັກ, ໂຄງການຢູ່ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ແລະ ໂຄງການຢູ່ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ບໍ່ແກ້ວ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ,ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...