Home​ຂ່າວບັນເທິງ"ເສັ້ນທາງເງິນລ້ານ" ລາຍການໃໝ່ທີ່ຈະເຮັດໃຫ້ທ່ານສູ່ເງິນລ້ານໄດ້ໄວຂຶ້ນ

“ເສັ້ນທາງເງິນລ້ານ” ລາຍການໃໝ່ທີ່ຈະເຮັດໃຫ້ທ່ານສູ່ເງິນລ້ານໄດ້ໄວຂຶ້ນ

Published on

ປີໃໝ່ກັບຄວາມຫວັງໃໝ່ຂອງເສັ້ນທາງສູ່ເງິນລ້ານ ງານນີ້ບໍ່ກ່ຽວກັບດວງ ພຽງແຕ່ທ່ານມີຄວາມຮູ້ ແລະ ຄວາມກ້າຫານເທົ່ານັ້ນ ໂທລະພາບແຫ່ງລາວຊາດ ໄດ້ຜະລິດລາຍການໃໝ່ທີ່ມີຊື່ວ່າ “ເສັ້ນທາງເງິນລ້ານ” ເປັນລາຍການຖາມ-ຕອບ ຄຳຖາມທີ່ບໍ່ເຄີຍມີໃນ ສ ປປ ລາວ ແລະ ເງິນລາງວັນສູງສຸດເຖິງ 10.000.000ກີບ.

ສຳລັບເງື່ອນໄຂຜູ້ສະໝັກແມ່ນ:

  • ຜູ້ເຂົ້າຮ່ວມການແຂ່ງຂັນຕ້ອງມີອາຍຸ 18 ປີຂຶ້ນໄປ.
  • ພີ່ນ້ອງພະນັກງານໂທລະພາບບໍ່ສາມາດສະໝັກໄດ້.

ການສະໝັກແມ່ນລົງທະບຽນທາງອອນລາຍນ໌ໄດ້ທີ່ລິ້ງ: https://goo.gl/forms/nsfjgzml9EYbpQH93

ສຳລັບວັນເວລາອອກອາກາດ ແລະ ລາຍລະອຽດຂອງເກມ ກະລຸນາຕິດຕາມການປະກາດຂອງທາງລາຍການໄດ້ພາຍຫຼັງ ຫຼື ຫາກມີຄວາມຄືບໜ້າແນວໃດທາງພວກເຮົາຈະນຳມາແຈ້ງໃຫ້ຊາບອີກຄັ້ງ.

https://www.facebook.com/pathofmillionaire/videos/1485701034896349/

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ເຟສບຸ໊ກເພສ ເສັ້ນທາງເງິນລ້ານ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...