Homeຂ່າວພາຍ​ໃນການຮິບຊັບ ແລະ ຮິບວັດຖຸສິ່ງຂອງໃນປີ 2018 ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ

ການຮິບຊັບ ແລະ ຮິບວັດຖຸສິ່ງຂອງໃນປີ 2018 ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ

Published on

ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກ່ຽວກັບການຮິບຊັບ ແລະ ຮິບວັດຖຸສິ່ງຂອງໃນປີ 2018 ທີ່ຜ່ານມາ ຍັງພົບຄວາມຫຍຸ້ງຍາກຍ້ອນຄຳຕັດສິນຂອງສານມີຫຼາຍ, ພະນັກງານເຮັດວຽກມີໜ້ອຍ ແລະ ຄຳຕັດສິນຍັງບໍ່ຊັດເຈນ.

ທ່ານ ພັນໂທ ຈັນທະລາ ອຸດົມສຸກ, ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 27 ທັນວາ 2018 ທີ່ຜ່ານວ່າ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກ່ຽວກັບການຮິບຊັບ ແລະ ວັດຖຸສິ່ງຂອງ ໂດຍການຂຶ້ນບັນຊີຊັບສິນໃນປີທີ່ຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນພະນັກງານເຮັດວຽກມີຈຳກັດ ແລະ ບາງຄຳຕັດສິນຂອງສານບໍ່ຊັດເຈນ ເຊັ່ນ: ໂທລະສັບ ແຕ່ໂທລະສັບບໍ່ໄດ້ເວົ້າແຈ້ງວ່າເປັນຍີ່ຫໍ້ຫຍັງ, ລຸ້ນຫຍັງ ແລະ ອື່ນໆ, ສຳລັບເງິນກໍ່ບໍ່ສາມາດສະຫຼຸບໄດ້ວ່າຢຶດໄວ້ຈຳນວນເທົ່າໃດ, ຢູ່ໃນພາກສ່ວນໃດ. ອີກປະການໜຶ່ງແບບຟອມທີ່ທາງຄະນະປະຕິບັດຄຳສັ່ງ 07 ນັ້ນ ກໍ່ໃຫ້ແຍກວັດຖຸ ແລະ ຊັບທີ່ຖືກຮິບເປັນແຕ່ລະຢ່າງ ຈິ່ງສ້າງຄວາມຫຍຸ້ງຍາກໃນທາງປະຕິບັດ ເພາະວ່າຄຳຕັດສິນສະບັບໜຶ່ງໆສານຮິບຊັບຫຼາຍແນວ, ສຳລັບການມອບທີ່ດິນ ແລະ ເຮືອນນັ້ນ ບາງຄະດີກໍ່ຍັງມີຄວາມຫຍຸ້ງຍາກໃນການພົວພັນ ເປັນຕົ້ນແມ່ນຄະດີຢາເສບຕິດ ມີຈຳນວນ 14 ຕອນ ມາຮອດປັດຈຸບັນຍັງບໍ່ທັນໄດ້ມອບໃຫ້ອົງການຄຸ້ມຄອງຊັບສິນຂອງລັດຂັ້ນໃດ.

ນອກນັ້ນ, ສານປະຕິບັດການຮິບຊັບ ແລະ ວັດຖຸສິ່ງຂອງນັ້ນໃນບາງຄະດີການເຮັດໜັງສືສະເໜີໄປຍັງເຈົ້າໜ້າທີ່່ກ່ຽວຂ້ອງ ເພື່ອທວງເອົາຊັບຕາມຄຳຕັດສິນຂອງສານ ແຕ່ຊັບທີ່ຢຶດມາໄດ້ນັ້ນຂັ້ນເທິງຂອງອົງການດັ່ງກ່າວໄດ້ໃຫ້ນຳໃຊ້ເຂົ້າໃນການດຳເນີນຄະດີໝົດແລ້ວ. ສະນັ້ນ, ກໍ່ບໍ່ສາມາດທວງເອົາຄືນໄດ້, ສຳລັບຊັບທີ່ເປັນດິນ ແລະ ເຮືອນທີ່ສານຕັດສິນໃຫ້ລັດຄຸ້ມຄອງ ຫຼື ຮິບເປັນຂອງລັດນັ້ນ ທາງຫ້ອງການຈັດຕັ້ງປະຕິບັດຕາມຄຳຕັດສິນຂອງສານ ໄດ້ອອກຂໍ້ຕົກລົງມອບທີ່ດິນ ແລະ ເຮືອນ ສະຖານທີ່ຊັບຕັ້ງຢູ່, ສຳລັບປີ 2018 ໄດ້ມອບດິນ 27 ຕອນ ມີເນື້ອທີ່ທັງໝົດ 374.596 ຕາແມັດ.

ທ່ານ ພັນໂທ ຈັນທະລາ ອຸດົມສຸກ ຍັງກ່າວຕື່ມອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄຳຕັດສິນກ່ຽວກັບການຮິບຊັບ ແລະ ຮິບວັດຖຸສິ່ງຂອງເປັນໄປຕາມລະບຽບກົດໝາຍ ແລະ ຮັບປະກັນການຕົກເຮ່ຍເສຍຫາຍ.​ຮັບປະກັນໃຫ້ເງິນ ຫຼື ວັດຖຸສິ່ງຂອງເປັນຊັບຂອງລັດ ແລະ ລັດ ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ. ໃນປີ 2019 ທາງຫ້ອງການຈັດຕັ້ງປະຕິບັດຄຳສັ່ງຕັດສິນຂອງສານຕ້ອງເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕື່ມ ສະເພາະເຈົ້າໜ້າທີ່ ປກສ ທີ່ເປັນອົງການຄຸ້ມຄອງ ແລະ ປົກປັກຮັກສາຊັບສິນທີ່ເປັນຂອງກາງຄະດີ ໂດຍການປະຊຸມປຶກສາຫາລື ເພື່ອຄວາມເປັນເອກະພາບໃນການປະຕິບັດ, ສ້າງສາງເກັບມ້ຽນຂອງກາງທີ່ເປັນອັນລວມສູນໃນການເກັບມ້ຽນ ເມື່ອຕັດສິນເດັດຂາດແລ້ວຕ້ອງກວດກາຊັບທີ່ສານຕັດສິນ ແລ້ວເຊີນພາກສ່ວນທີ່ກ່ຽວຂ້ອງລົງມາກວດກາຕົວຈິງແລ້ວຈຶ່ງປະຕິບັດຂັ້ນຕໍ່ໄປ, ສຳລັບຊັບທີ່ດິນ ແລະ ເຮືອນ ກ່ອນຈະມອບໃຫ້ອົງການຄຸ້ມຄອງຊັບສິນລັດ ພາກສ່ວນທີ່ກ່ຽວຂ້ອງຕ້ອງຕີລາຄາຊັບນັ້ນກ່ອນຈິ່ງມອບເພື່ອຫຼີກລ່ຽງບໍ່ໃຫ້ຊັບດັ່ງກ່າວຖືກນຳໃຊ້ກ່ອນຄຳຕັດສິນ ແລະ ບໍ່ເປັນຊ່ອງວ່າງໃຫ້ບຸກຄົນສວຍໂອກາດເອົາຊັບໄປສວຍໃຊ້ອີກດ້ວຍ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: laoedaily

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...