ປັດຈຸບັນຢູ່ຕາມອົງກອນຕ່າງໆກໍຄືບັນດາສຳນັກງານ, ອົງການທັງພາກລັດ ແລະ ເອກະຊົນລ້ວນແຕ່ປະກອບດ້ວຍບຸກຄະລາກອນ (ພະນັກງານ) ທ່ີປະຕິບັດໜ້າທ່ີວຽກງານ ເຊິ່ງມີຫຼາຍໄວຮຸ່ນໜຸ່ມນ້ອຍ, ຮຸ່ນກາງ ແລະຮຸ່ນເຖົ້າແກ່, ມີທັງຜູ້ເກົ່າ ແລະຜູ້ໃໝ່ປະປົນກັນໄປ. ດັ່ງນັ້ນ, ທຸກໆອົງກອນຕ້ອງປະສານສົມທົບຢ່າງຄ່ອງແຄ້ວລະຫວ່າງພະນັກງານທັງສາມຮຸ່ນ ທັງເກົ່າ ແລະ ໃໝ່ ເຊິ່ງເຂົາເຈົ້າລ້ວນແຕ່ເປັນທຶນຮອນອັນປະເສີດຂອງອົງກອນ, ພະນັກງານທຸກໆຮຸ່ນມີທັງດ້ານດີ ແລະດ້ານອ່ອນສະເພາະຂອງໃຜລາວ ເຊິ່ງຕິດພັນກັບຈຸດພິເສດຂອງຮຸ່ນຄົນທ່ີຕົນເປັນຕົວແທນໃຫ້ເຂົາເຈົ້າ. ການປະສານສົມທົບລະຫວ່າງພະນັກງານທ່ີກ່າວມານັ້ນຈະເປັນການຊ່ວຍໃຫ້ເຂົາເຈົ້າເສີມຂະຫຍາຍຈຸດດີ ແລະກຳຈັດຈຸດອ່ອນ ເຊິ່ງນັ້ນແມ່ນທັດສະນະ ແລະສິລະປະໃນການນຳໃຊ້ພະນັກງານ.
ຕາມກົດເກນທຳມະຊາດ ເມື່ອເຖົ້າແກ່ແລ້ວກໍຕ້ອງອ່ອນເພຍອ່ອນເພຍແລ້ວກໍ່ຕ້ອງຕາຍ,ຖ້າບໍ່ມີພະນັກງານໃໝ່ປ່ຽນແທນແລ້ວແມ່ນໃຜຈະເປັນຜູ້ແບກຫາບວຽກງານຂອງອົງກອນ. ດັ່ງນັ້ນ, ພະນັກງານເຖົ້າແກ່ຈຶ່ງແມ່ນທຶນຮອນອັນປະເສີດຂອງອົງກອນ, ເຂົາເຈົ້າມີບົດຮຽນທາງດ້ານການນຳພາ, ໄດ້ຮັບການຫຼໍ່ຫຼອມ ແລະທົດສອບຫຼາຍໃນພຶດຕິກຳຕົວຈິງແຫ່ງຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງມາເປັນເວລາດົນນານແລ້ວ.ບັນດາພະນັກງານເກົ່າທ່ີເຖົ້າແກ່ແມ່ນປະເສີດທ່ີສຸດ, ເປັນແບບຢ່າງໃນການເຄື່ອນໄຫວວຽກງານຢ່າງທົນທານໜຽວແໜ້ນ, ຊັກຈູງ, ຖະນຸບຳລຸງ ແລະກໍ່ສ້າງບັນດາພະນັກງານໃໝ່ທ່ີໜຸ່ມນ້ອຍຕື່ມອີກ.ສ່ວນພະນັກງານໃໝ່ທ່ີໜຸ່ມນ້ອຍ ເຖິງວ່າຍັງບໍ່ທັນມີດ້ານດີຫຼາຍຄືກັນກັບພະນັກງານເກົ່າທ່ີເຖົ້າແກ່ກໍ່ຕາມ, ແຕ່ເຂົາເຈົ້າເປັນຜູ້ຂະຫຍັນຫ້າວຫັນ, ຮັບເອົາອັນໃໝ່ໄດ້ໄວ, ມີຄວາມພາກພຽນໃນການສຶກສາຮ່ຳຮຽນ, ດັ່ງນັ້ນເຂົາເຈົ້າຈຶ່ງມີຄວາມກ້າວໜ້າໄວ. ອົງກອນຕ່າງໆລ້ວນແຕ່ຮັກແພງ ແລະນັບຖືທ່ີສຸດຕໍ່ພະນັກງານເກົ່າເຖົ້າແກ່, ແຕ່ກໍຕ້ອງການທ່ີສຸດສຳລັບພະນັກງານໃໝ່ທ່ີໜຸ່ມນ້ອຍ ເພື່ອສືບທອດປ່ຽນແທນເຮັດວຽກງານຕ່າງໆທ່ີພະນັກງານເກົ່າເຖົ້າແກ່ບໍ່ສາມາດເຮັດໄດ້.
ການຂະຫຍາຍຕົວຂອງສັງຄົມໃນໄລຍະໃໝ່ ເຊິ່ງເປັນໄລຍະວິທະຍາສາດ-ເຕັກນິກຕ້ອງຮີບຮ້ອນກໍ່ສ້າງ ແລະທະນຸບຳລຸງພະນັກງານຮຸ່ນໃໝ່ທ່ີໜຸ່ມນ້ອຍ ເພື່ອປ່ຽນແທນຮຸ່ນເກົ່າທ່ີເຖົ້າແກ່ໃຫ້ທັນເວລາ ເຊິ່ງພວກເພິ່ນໄດ້ເຮັດຫຼ້ອນໜ້າທ່ີແລ້ວ. ພາລະກິດປະຕິວັດໃນໄລຍະໃໝ່ຍິ່ງໜັກໜ່ວງເທົ່າໃດກໍຍິ່ງນັບມື້ຮຽກຮ້ອງຕ້ອງການຫົວຄິດປະດິດສ້າງຂອງພະນັກງານໃໝ່ໆຕ້ອງມີການຍົກລະດັບຂຶ້ນເລື້ອຍໆ. ໃນຂອບເຂດທົ່ວໂລກ, ກະແສຟອງວິທະຍາສາດ ແລະ ເຕັກນິກພວມເຊື່ອມຊຶມຢ່າງແຂງແຮງເຂົ້າໃນທຸກຂົງເຂດຂອງຊີວິດ, ກໍ່ໃຫ້ເກີດມີການປ່ຽນແປງທ່ີມີລັກສະນະແຮງງານຢູ່ໃນຫຼາຍຂະແໜງການ, ຫຼາຍວິຊາຊີບຂອງກຳມະກອນທ່ີທຳການຜະລິດ, ຂອງພະນັກງານວິທະຍາສາດ, ຂອງຜູ້ຄຸ້ມຄອງເສດຖະກິດ-ສັງຄົມ ແລະອື່ນໆ. ດັ່ງນັ້ນ, ການກໍ່ສ້າງ ແລະທະນຸບຳລຸງພະນັກງານສືບແທນ, ຊ່ວຍໃຫ້ພະນັກງານຮຸ່ນໜຸ່ມນ້ອຍເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແລະຮອບດ້ານ, ສົມກັບວ່າເປັນຜູ້ສືບທອດພາລະກິດຂອງອົງກອນ. ແຕ່ປັດຈຸບັນ, ໃນພຶດຕິກຳຕົວຈິງຂອງວຽກງານນັບທັງໃນຖັນແຖວຂອງພະນັກງານຫຼັກແຫຼ່ງຢູ່ຫຼາຍບ່ອນ, ລັກສະນະສືບທອດກັນລະຫວ່າງຮຸ່ນນັ້ນຍັງບໍ່ທັນປະກົດເປັນຮູບເປັນຮ່າງຈະແຈ້ງເທື່ອ ເພື່ອຮັບປະກັນຢ່າງໜັກແໜ້ນໃນການສືບທອດດັ່ງກ່າວ. ໂຄງປະກອບຖັນແຖວພະນັກງານຫຼັກແຫຼ່ງຢູ່ຫຼາຍບ່ອນທ່ີຂາດການສົມສ່ວນ, ດັ່ງນັ້ນມັນຈຶ່ງສະແດງໃຫ້ເຫັນເຖິງຄວາມຊັກຊ້າ, ຮັກສາເດີມໃນການຈັດຕັ້ງປະຕິບັດທິດທາງຂອງອົງກອນຕໍ່ພະນັກງານ. ມີຫຼາຍສາເຫດທ່ີເປັນອຸປະສັກຂັດຂວາງໃນການປະຕິບັດວຽກງານດັ່ງກ່າວຄືມາຈາກແນວຄິດຄັບແຄບ, ແນວຄິດມັກງ່າຍ ແລະອື່ນໆ, ແຕ່ສິ່ງຕົ້ນຕໍແມ່ນຂຶ້ນກັບທັດສະນະໃນການເບິ່ງບັນຫາ,ການຕີລາຄາພະນັກງານໜຸ່ມນ້ອຍຂອງຄະນະນໍາໃນອົງກອນແຕ່ລະບ່ອນຈຳນວນໜຶ່ງບໍ່ຖືກຕ້ອງ. ດັ່ງທ່ີປະທານ ໂຮ່ຈິມິນເຄີຍກ່າວໄວ້ວ່າ: “ຮຸ່ນເຖົ້າແກ່ຍອມເສຍສະຫຼະໃຫ້ຮຸ່ນໜຸ່ມນ້ອຍຈຶ່ງຄ່ອຍດີ,ລູກລື່ນພໍ່ຄອບຄົວຈຶ່ງມີຄວາມສຸກ” (ຄັດຈາກປຶ້ມໂຮ່ຈິມິນ: ວ່າດ້ວຍບັນຫາພະນັກງານ, ປຶ້ມໄດ້ແນະນຳແລ້ວ, ໜ້າ 120). ດັ່ງນັ້ນ,ຕ້ອງເອົາໃຈໃສ່ກໍ່ສ້າງພະນັກງານໃໝ່ທ່ີໜຸ່ມນ້ອຍ ເພື່ອໃຫ້ເຂົາເຈົ້າມີຄວາມສາມາດເຮັດວຽກລື່ນຕົນ, ບໍ່ອິດສາ… ຕ້ອງຜ່າມ້າງຈິນຕະນາການເກົ່ານັ້ນ, ກ່ຽວກັບພາລະບົດບາດ ແລະທ່ີຕັ້ງຂອງໄວໜຸ່ມຕໍ່ກັບການກໍ່ສ້າງ, ທະນຸບຳລຸງ, ກ້າເລື່ອນຊັ້ນໃຫ້ພະນັກງານໜຸ່ມນ້ອຍ, ກ່ຽວກັບການປະສົມປະສານຢ່າງຄ່ອງແຄ້ວລະຫວ່າງພະນັກງານເຖົ້າແກ່ກັບພະນັກງານໜຸ່ມນ້ອຍ, ລະຫວ່າງພະນັກງານເກົ່າກັບພະນັກງານໃໝ່ໄດ້ເປັນການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານພະນັກງານຂອງອົງກອນ, ປະກອບສ່ວນເຂົ້າໃນການເຮັດໃຫ້ຖັນແຖວພະນັກງານ ແລະກົນໄກຄຸ້ມຄອງເສດຖະກິດ-ສັງຄົມໃນປັດຈຸບັນມີການປ່ຽນແປງໃໝ່.ພະນັກງານເກົ່າທ່ີເຖົ້າແກ່ຕ້ອງຈິງໃຈຊົມເຊີຍ, ສິດສອນ, ຊັກຈູງແລະຮັກແພງພະນັກງານໃໝ່ທ່ີໜຸ່ມນ້ອຍ. ຍ້ອນວ່າລະຫວ່າງພະນັກງານເຖົ້າແກ່ກັບພະນັກງານໜຸ່ມນ້ອຍກໍຄືລະຫວ່າງພະນັກງານເກົ່າກັບພະນັກງານໃໝ່ມີຄວາມແຕກຕ່າງກັນທາງດ້ານຮຸ່ນ-ໄວດັ່ງນັ້ນ, ຈຶ່ງມັກມີການຈຳແນກແລະອື່ນໆ.
ແຕ່ວ່າ, ກໍຍັງມີພະນັກງານເກົ່າທ່ີເຖົ້າແກ່ຈຳນວນໜຶ່ງເມື່ອຮອດໄລຍະໃດໜຶ່ງຊ້ຳພັດພັກເຊົາບໍ່ກ້າວເດີນໄປໄດ້, ມັກຈະກ້ຽວກູ້ກ້ຽວກອດກັບອັນເກົ່າ, ບໍ່ກະຕືລືລົ້ນຕໍ່ອັນໃໝ່. ສ່ວນພະນັກງານໃໝ່ທ່ີໜຸ່ມນ້ອຍ, ຍ້ອນວ່າເຮັດວຽກບໍ່ທັນເຫິງ, ບົດຮຽນມີໜ້ອຍຍັງມີຈຸດອ່ອນຫຼາຍ, ແຕ່ເຂົາເຈົ້າຊ້ຳພັດມີຈຸດດີລື່ນພະນັກງານເກົ່າຢູ່ບ່ອນວ່າເຂົາຍັງໜຸ່ມ, ວ່ອງໄວ ແລະມີຫົວຄິດປະດິດສ້າງຫຼາຍກວ່າ. ພະນັກງານເກົ່າທ່ີເຖົ້າແກ່, ຍ້ອນວ່າໄດ້ເສຍສະຫຼະຫຼາຍເຂົ້າໃນບົດຮຽນຂອງຕົນຜ່ານມາ, ດັ່ງນັ້ນຈຶ່ງມັກນຳເອົາບົດຮຽນ, ຄວາມຮັບຮູ້ ແລະການຕີລາຄາຂອງຕົນໃນອະດີດມານຳໃຊ້ເຂົ້າໃນສະພາບການຂອງໄວໜຸ່ມ ແລະພະນັກງານໃໝ່ທ່ີໜຸ່ມນ້ອຍໃນສະໄໝປັດຈຸບັນ. ກົງກັນຂ້າມ, ຮຸ່ນໄວໜຸ່ມເວລານີ້ຍ້ອນໄດ້ຊົມໃຊ້ຜົນສຳເລັດຂອງວັດທະນະທຳໄລຍະໃໝ່, ມີລະດັບການສຶກສາສູງ, ຮູ້ກວ້າງເຫັນໄກ, ໄດ້ເຫັນ ແລະຮັບຟັງຫຼາຍກະແສຂ່າວ, ແນວຄິດກໍປອດໂປ່ງສົດຊື່ນແຈ່ມໃສກວ່າ. ສະນັ້ນ, ມັນຈະພາໄປເຖິງການຖືກເບື່ອເມົາ, ຖືວ່າຄວາມຮູ້-ຄວາມເຂົ້າໃຈ ແລະບົດຮຽນຂອງພະນັກງານເຖົ້າແກ່ເປັນສິ່ງຫຼ້າຫຼັງ, ເກົ່າແກ່ ແລະຮັກສາເດີມ ເຊິ່ງເຂົ້າເຈົາມັກອີງໃສ່ຄວາມຮູ້ທ່ີຮຽນຈາກປຶ້ມ, ຖືເບົາຫຼືມີບາງຄັ້ງກໍ່ຕີຕົວຫ່າງອອກຈາກບົດຮຽນໃນພຶດຕິກຳ. ນ້ຳໃຈຟົດຟື້ນຂອງໄວໜຸ່ມກໍຍັງມີດ້ານກົງກັນຂ້າມຂອງມັນນັ້ນແມ່ນຄວາມຮ້ອນຮົນ, ຕິດພະຍາດປຶ້ມສໍ, ຄຳພີຕາຍຕົວ, ມັກຈະຕົກຖືກເບິ່ງດ້ານດຽວ… ນີ້ເປັນຈຸດອ່ອນທ່ີມີຈິງ ເຊິ່ງພະນັກງານເກົ່າທ່ີເຖົ້າແກ່ຖືເອົາເປັນບ່ອນອີງທ່ີພາໃຫ້ເກີດຄວາມລະແວງສົງໄສເນື້ອແທ້ຂອງພະນັກງານໃໝ່ທ່ີໜຸ່ມນ້ອຍ.
ຄວາມຂັດແຍ່ງ ແລະຄວາມແຕກຕ່າງທາງດ້ານຮຸ່ນ-ໄວເປັນສິ່ງທ່ີຫຼີກລ່ຽງບໍ່ໄດ້ ແລະກໍຍ້ອນແນວນັ້ນຈຶ່ງຕັ້ງບັນຫາການສືບຕໍ່ ແລະສືບທອດປ່ຽນແທນຂຶ້ນ. ໃນການແກ້ໄຂຄວາມຂັດແຍ່ງນັ້ນ, ພະນັກງານເກົ່າທ່ີເຖົ້າແກ່ຕ້ອງຮັກສາພາລະບົດບາດເປັນເຈົ້າການ ເຊິ່ງປະທານ ໂຮ່ຈິມິນກ່າວວ່າ: “ຕາມທຳມະດາພະນັກງານເກົ່າຍັງຮັກສາຖານະການນຳພາ. ເພາະສະນັ້ນ, ນັບແຕ່ນີ້ຕໍ່ໄປຖ້າຫາກພົວພັນລະຫວ່າງຖັນແຖວພະນັກງານທັງສອງປະເພດດັ່ງກ່າວບໍ່ກົມກຽວກັນແລ້ວ, ພະນັກງານເກົ່າຕ້ອງຮັບຜິດຊອບຫຼາຍກວ່າ”(ຄັດຈາກປຶ້ມດັດແປງແກ້ໄຂວິທີເຮັດວຽກ, ໜ້າ 15) ເພິ່ນຕຳນິຕື່ມວ່າ: “ພະນັກງານເຖົ້າແກ່ຈຳນວນໜຶ່ງຕິດພະຍາດເປັນເຈົ້າໃຫຍ່ນາຍໂຕ, ຖືວ່າຕົນເປັນຜູ້ມີຜົນງານຫຼາຍ, ພະນັກງານຜູ້ໜຸ່ມນ້ອຍເວົ້າຫຍັງກໍ່ປັດປ່າຍໄປ, ຖືວ່າເຂົາເຈົ້າເກີດໃໝ່ໃຫຍ່ບໍ່ຮູ້ຫຍັງດອກ, ໃຊ້ວາຈາຫຍາບຊ້າ. ພະນັກງານເກົ່າທ່ີເຖົ້າແກ່ຕ້ອງຊ່ວຍເຫຼືອພະນັກງານໃໝ່ທ່ີໜຸ່ມນ້ອຍໃຫ້ມີຄວາມກ້າວໜ້າ, ເມື່ອເປັນແນວນັ້ນ ມັນຮຽກຮ້ອງໃຫ້ພະນັກງານເຖົ້າແກ່ມີທ່າທີອະນຸໂລມ, ຊັກຈູງພະນັກງານໜຸ່ມນ້ອຍ” (ຄັດຈາກປຶ້ມໂຮ່ຈິມິນ: ວ່າດ້ວຍບັນຫາພະນັກງານ, ໜ້າ 115).
ໂດຍ: ຈານຈ່ອຍ