spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນເຜີຍ ງົບສ້ອມແປງທາງຍັງບໍ່ພໍ

ນະຄອນຫຼວງວຽງຈັນເຜີຍ ງົບສ້ອມແປງທາງຍັງບໍ່ພໍ

Published on

ການອະນຸມັດງົບປະມານ ສ້ອມແປງທາງ ແລະ ກໍ່ສ້າງທາງເສັ້ນຕ່າງໆ ທົ່ວນະຄອນຫຼວງວຽງຈັນ ສະເພາະໃນປີ 2018 ໄດ້ຮັບງົບປະມານສ້ອມແປງພຽງແຕ່ 7 ຕື້ກວ່າກີບ ຖືວ່າຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ແລະ ບໍ່ສາມາດປະຕິບັດໄດ້ຢ່າງທົ່ວເຖິງ. ງົບປະມານທີ່ໄດ້ຮັບເພື່ອການສ້ອມແປງມີພຽງແຕ່ 39% ເທົ່ານັ້ນ ເພາະງົບປະມານທີ່ຕ້ອງການຕົວຈິງສູງເຖິງ 50 ຕື້ກີບ.

ທ່ານ ເດດສົງຄາມ ທໍາມະວົງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ວ່າ: ໃນແຕ່ລະປີ ພະແນກ ຍທຂ ນະຄອນຫຼວງວຽງຈັນໄດ້ຮັບງົບປະມານໜ້ອຍ ຖ້າທຽບກັບຄວາມຕ້ອງການໃນຕົວຈິງເຫັນວ່າຍັງໂຕນກັນຫຼາຍ ໂດຍສະເພາະໃນປີ 2018 ໄດ້ຮັບງົບປະມານສ້ອມແປງພຽງແຕ່ 7 ຕື້ກວ່າກີບ (ບໍ່ນອນໃນງົບຂອງທາງຫຼວງແຫ່ງຊາດ) ແລ້ວນໍາມາແບ່ງໃຫ້ 9 ຕົວເມືອງຄື: ສ້ອມແປງທາງດິນແດງເກືອບ 2 ຕື້ກີບ, ສ້ອມແປງທາງປູຢາງ 12 ເສັ້ນ ມູນຄ່າ 3 ຕື້ກວ່າກີບ, ສ້ອມແປງຂົວ 2 ແຫ່ງ, ຮ່ອງລະບາຍນໍ້າ ສ່ວນທີ່ເຫຼືອໄດ້ນໍາໄປໃຊ້ໜີ້ແກ່ບໍລິສັດຮັບເໝົາກໍ່ສ້າງ.

ຍທຂ ນະຄອນຫຼວງວຽງຈັນ ຍອມຮັບວ່າ: ການສ້ອມແປງເສັ້ນທາງຕ່າງໆ ຍັງບໍ່ສາມາດປະຕິບັດໄດ້ຢ່າງທົ່ວເຖິງ, ເພື່ອຄວາມຈໍາເປັນໃນການຊົມໃຊ້ເສັ້ນທາງ ຜ່ານມາໄດ້ມີການແນະນໍາການນໍາຂັ້ນເມືອງ ແລະ ບ້ານລະດົມທຶນພາຍໃນເມືອງ ຫຼື ບ້ານສ້ອມແປງກັນໄປກ່ອນ ແຕ່ກໍປາສະຈາກບໍ່ໄດ້ບາງເສັ້ນທາງຍັງເປັນສະພາບເດີມ ແລະ ມີຫາງສຽງຈົ່ມວ່າຈາກສັງຄົມ ແຕ່ຈະພະຍາຍາມຄົ້ນຄວ້າທຶນຮອນເພື່ອນໍາມາແກ້ໄຂ.

ເນື່ອງຈາກລະດູຝົນປີນີ້ທີ່ຕົກລົງຢ່າງຕໍ່ເນື່ອງ ແລະ ແກ່ຍາວເຮັດໃຫ້ຂະແໜງ ຍທຂ ໄດ້ຮັບຄວາມເສຍຫາຍຫຼາຍສົມຄວນ ເຊັ່ນດຽວກັບບັນດາແຂວງຕ່າງໆທີ່ກໍາລັງຕ້ອງການງົບປະມານຈາກກະຊວງເປັນຈໍານວນຫຼາຍ. ເມື່ອຄວາມຕ້ອງການຊົມໃຊ້ເສັ້ນທາງຕົວຈິງຂອງປະຊາຊົນ ໂດຍສະເພາະເສັ້ນທາງດິນແດງ, ຮ່ອມເຂົ້າບ້ານນ້ອຍ-ໃຫຍ່ຕ່າງໆ ທົ່ວນະຄອນຫຼວງວຽງຈັນ, ຍທຂ ນະຄອນຫຼວງ ກໍ່ເຫັນໄດ້ຄວາມຈໍາເປັນ ແລະ ໄດ້ພິຈາລະນາຕາມຄວາມເໝາະສົມ ຜ່ານມາໄດ້ມີການຮ່ວມມືກັບບໍລິສັດເອກະຊົນ ໂດຍໃຫ້ເອກະຊົນລົງທຶນກໍ່ສ້າງກ່ອນເຊັ່ນ: ເສັ້ນທາງປູຢາງ 2 ຊັ້ນໃນຕົວເມືອງນັບແຕ່ປີ 2006-2007 ເຂດເມືອງ ຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ ເຮັດໃຫ້ພະແນກ ຍທຂ ຕ້ອງຕິດໜີ້ວຽກສ້ອມແປງສຸກເສີນໃນລະດູຝົນແຕ່ປີ 2014-2016 ລວມໜີ້ທີ່ຕ້ອງຊໍາລະປະມານ 2,5 ຕື້ກີບ ເຊິ່ງບໍລິສັດຢຸດການກໍ່ສ້າງຍ້ອນສະພາບການເງິນ. ປັດຈຸບັນ ແມ່ນກໍາລັງຊອກຫາທາງອອກໃຫ້ກັບບໍລິສັດກໍ່ສ້າງດັ່ງກ່າວ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...