spot_img
Homeນານາສາລະຄວາມໝັ້ນຄົງແມ່ນຫຍັງ?

ຄວາມໝັ້ນຄົງແມ່ນຫຍັງ?

Published on

 

ປີນີ້້ ມີບັນດິດຈົບໃໝ່ຫຼາຍພັນຄົນ ຫຼາຍກວ່າໝູ່ກໍຄືຊິແມ່ນຄະນະເສດຖະສາດ-ບໍລິຫານທຸລະກິດ, ອັກສອນສາດ, ສຶກສາສາດ, ແພດສາດ… ຕາມລຳດັບ. ຕອນຮຽນທ່ານຜູ້ອ່ານເຄີຍຄິດບໍວ່າ ເມື່ອຈົບແລ້ວຈະໄປເຮັດວຽກຫຍັງ? ເຮັດນຳໃຜ? (ເຮັດນຳລັດ, ເຮັດນຳເອກະຊົນ ຫຼືເຮັດເອງຢູ່ເຮືອນ?) ໃນຂະນະທີ່ຄຳຕອບຢູ່ໃນຫົວຂອງຫຼາຍໆຄົນແມ່ນ ໄປເຮັດວຽກນຳລັດ ຍ້ອນວ່າເປັນວຽກທີ່ໝັ້ນຄົງ ຈຶ່ງເກີດຄຳຖາມຕາມມາວ່າ ຄວາມໝັ້ນຄົງແມ່ນຫຍັງ?

ເມື່ອໄດ້ເຂົ້າເຮັດເປັນລັດຖະກອນສົມບູນແລ້ວ ບໍ່ມີໂອກາດຕົກງານເລີຍ ໄດ້ກິນເງິນເດືອນໄປຕະຫຼອດການ ບໍ່ຖືກໄລ່ອອກການງ່າຍດາຍ(ຖ້າບໍ່ມີຄວາມຜິດຮ້າຍແຮງ), ມີປະກັນສັງຄົມ, ຖ້າໂຊກດີແດ່ກໍມີໂອກາດໄດ້ໄປສຶກສາຕໍ່ຕ່າງປະເທດ, ມີໂອກາດໄດ້ເປັນເຈົ້າເປັນນາຍ ແລະເມື່ອເຖົ້າແກ່ມາກໍພັກວຽກ ກິນເງິນບຳນານ ນີ້ບໍຄືຄຳຕອບຂອງຄຳວ່າຄວາມໝັ້ນຄົງ?

ເມື່ອໄດ້ເຮັດວຽກນຳເອກະຊົນ ຖ້າເກັ່ງຈະເຂົ້າງ່າຍ ເງິນເດືອນຂ້ອນຂ້າງດີກວ່າລັດ ແຕ່ມີຄວາມສ່ຽງໃນການຕົກງານສູງ ເຊັ່ນ ຖ້າເຮົາບໍ່ເກັ່ງ ຫຼືບໍລິສັດລົ້ມລະລາຍ ຫຼືສຸຂະພາບບໍ່ດີ ກໍຈະກາຍເປັນຄົນຕົກງານທັນທີ, ບໍ່ມີໂອກາດໄດ້ເປັນເຈົ້າເປັນນາຍ, ເຮັດວຽກຕ້ອງມີຄວາມຫ້າວຫັນ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ເຖົ້າແກ່ມາແລ້ວບໍ່ມີບຳນານໃຫ້ກິນ… ນີ້ບໍຄືຄຳຕອບວ່າ ບໍ່ມີຄວາມໝັ້ນຄົງ?

ຖ້າເບິ່ງບັນຫາແບບຂ້າງເທິງນັ້ນແລ້ວສະຫຼຸບວ່າ ເປັນຄວາມໝັ້ນຄົງ ຫຼືເປັນຄວາມບໍ່ໝັ້ນຄົງ ກໍຫາກຖືກຕ້ອງ ແຕ່ຄົງບໍ່ແມ່ນ 100% ແມ່ນບໍ ເພາະຍັງມີຜູ້ຄົນຈຳນວນໜຶ່ງທີ່ບໍ່ໄດ້ເຮັດວຽກນຳລັດແລະກໍບໍ່ໄດ້ເຮັດວຽກນຳເອກະຊົນ ແລ້ວຈະເໝົາລວມວ່າເຂົາເຫຼົ່ານັ້ນບໍ່ມີຄວາມໝັ້ນຄົງຊັ້ນຫວາ?

ຄວາມໝັ້ນຄົງຄວນຈະປະກອບດ້ວຍຫຼາຍອົງປະກອບ ແລະໝັ້ນຄົງໄດ້ໃນຫຼາຍແບບ ຫາກບໍ່ແມ່ນວ່າໄດ້ວຽກທີ່ເຮັດແລ້ວບໍ່ມີໂອກາດຕົກງານແລ້ວຈະໝາຍເຖິງຄວາມໝັ້ນຄົງ ເພາະຄວາມໝັ້ນຄົງໃນທີ່ນີ້ແມ່ນໝາຍເຖິງຄວາມໝັ້ນຄົງຂອງຊີວິດ ເຊິ່ງຄວາມຈິງຂອງຊີວິດມັນຕ້ອງການຫຼາຍກວ່າມີວຽກທີ່ໝັ້ນຄົງ, ຊີວິດຂອງຄົນໜຶ່ງໆ ທີ່ເອີ້ນວ່າເປັນຊີວິດທີ່ໝັ້ນຄົງໄດ້ຕ້ອງປະກອບດ້ວຍຫຼາຍໆ ປະການ ເຊັ່ນ: ມີການສຶກສາໃນລະດັບໃດໜຶ່ງ, ມີວຽກເຮັດເພື່ອໃຫ້ມີລາຍໄດ້ປະຈຳ(ຈະເປັນເຮັດນຳລັດ, ເຮັດນຳເອກະຊົນ ຫຼືເຮັດເອງກໍໄດ້), ມີຄອບຄົວທີ່ອົບອຸ່ນ, ມີເຮືອນຢູ່ທີ່ຖາວອນເປັນຂອງໂຕເອງ, ມີລົດຂີ່ເປັນຂອງໂຕເອງ, ມີເງິນສຳລັບຊື້ອາຫານ ເຄື່ອງນຸ່ງ ປິ່ນປົວສຸຂະພາບ ແລະທ່ອງທ່ຽວ, ມີເວລາທີ່ເປັນອິດສະຫຼະແກ່ຕົນເອງ, ມີໝູ່ຄູ່ເພື່ອນຝຸງ… ແຕ່ກໍບໍ່ໄດ້ໝາຍຄວາມວ່າແຕ່ລະຄົນຈະຕ້ອງມີໃຫ້ຄົບທຸກຢ່າງ.

ມາຮອດນີ້ຢາກໃຫ້ຜູ້ອ່ານຖາມໂຕເອງເບິ່ງດູວ່າ ເຮັດວຽກນຳລັດ, ເຮັດວຽກນຳເອກະຊົນ ຫຼືເຮັດວຽກເອງຢູ່ເຮືອນ ສິ່ງໃດມັນຈະມີອົງປະກອບຂອງຄວາມໝັ້ນຄົງຫຼາຍກວ່າໝູ່? ຮອດຕອນນີ້ທ່ານຜູ້ອ່ານຄືຊິຮູ້ແລ້ວເນາະວ່າຄວາມໝັ້ນຄົງຂອງຊີວິດກໍຄືຄວາມມີພຽງພໍເພື່ອການດຳລົງຊີວິດຕໍ່ໄປໄດ້ ຖ້າເງິນໃຊ້ບໍ່ມີ ເຮືອນຢູ່ກໍຕ້ອງເຊົ່າ ລົດກໍບໍ່ມີຂີ່ ເງິນໃຫ້ລູກໄປໂຮງຮຽນກໍບໍ່ມີ… ຈັ່ງຊີ້ ເຖິງວຽກຈະໝັ້ນຄົງກໍບໍ່ຄວນເລືອກທີ່ຈະເຮັດ.

ເຮົາຈະເຮັດວຽກນຳລັດ, ນຳເອກະຊົນ ຫຼືເຮັດເອງຢູ່ເຮືອນ ກໍລ້ວນແຕ່ແມ່ນວິທີຫາເງິນເພື່ອລ້ຽງຊີບຄືກັນ. ດັ່ງນັ້ນ, ບ່ອນໃດໄດ້ຫຼາຍກວ່າ, ມີຄວາມເປັນອິດສະຫຼະກວ່າ, ຊີວິດການເປັນຢູ່ດີກວ່າ ແມ່ນບ່ອນນັ້ນລະຄືຄວາມໝັ້ນຄົງ. ເຊິ່ງສະຫຼຸບແລ້ວຈະເຮັດວຽກຢູ່ໃສ ຄວາມໝັ້ນຄົງກໍຂຶ້ນກັບເຮົາຄືກັນ ຖ້າເຮົາເກັ່ງກໍບໍ່ຈຳເປັນຕ້ອງເອົາຊີວິດໄປແຂວນໄວ້ກັບຄົນອື່ນ ບໍ່ຈຳເປັນຕ້ອງເຮັດຕາມຄຳສັ່ງ ຫຼືຂອບເຂດກຳໜົດຂອງໃຜ, ວຽກໃດທີ່ຢາກນັ່ງກໍໄດ້ນັ່ງ ຢາກພັກກໍໄດ້ພັກ ລົດຕິດກໍບໍ່ມີຄວາມຮ້ອນຮົນ ແຕ່ລາຍໄດ້ພໍມີພໍໃຊ້ ນັ້ນລະຄືຄວາມໝັ້ນຄົງ. ມັນບໍ່ມີສູດສຳເລັດດອກວ່າຕ້ອງເຮັດວຽກຢູ່ໃສຈຶ່ງມີຊີວິດທີ່ໝັ້ນຄົງ ເພາະພໍ່ຄ້າບາງຄົນຮຽນບໍ່ຈົບປະຖົມ ບໍ່ໄດ້ເຮັດວຽກກິນເງິນເດືອນນຳໃຜ ແຕ່ລ້ຳລວຍເປັນເສດຖີໄດ້ ກໍຖືວ່າເຂົາມີຊີວິດການເປັນຢູ່ທີ່ໝັ້ນຄົງໄດ້ ແມ່ນຫຼືບໍ່?

ຄວາມໝັ້ນຄົງທີ່ແທ້ຈິງນັ້ນ ຢູ່ທີ່ກະໂຕເຮົາເອງ ເພິ່ງໂຕເອງໃຫ້ຫຼາຍທີ່ສຸດ ເພິ່ງຄົນອື່ນຫຼືສິ່ງທີ່ບໍ່ແມ່ນໂຕເຮົາໃຫ້ໜ້ອຍທີ່ສຸດ ແລະໃຊ້ຊີວິດໃຫ້ມີຄວາມສຸກທີ່ສຸດກັບສິ່ງທີ່ເຮົາມີ ຢ່າບີບໂຕເອງໃຫ້ໄດ້ໃຫ້ມີຕາມບັນທັດຖານຂອງຄົນອື່ນ ຄືເຮົາຕ້ອງພໍໃຈໃນສິ່ງທີ່ຕົນເອງມີ ດີໃຈໃນສິ່ງທີ່ຕົນເອງໄດ້ ນັ້ນຄືຊີວິດທີ່ພໍພຽງ ແລະໝັ້ນຄົງ.

ແອັດມິນຊຽງ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...