spot_img
Homeຂ່າວຕ່າງປະເທດສະຫຼຸບເຫດການສໍາຄັນຂອງໂລກໃນປີ 2018

ສະຫຼຸບເຫດການສໍາຄັນຂອງໂລກໃນປີ 2018

Published on

1. ທຣໍ້າ ໄຮ້ເຍື່ອໄຍ-ຈີກຂໍ້ຕົກລົງນີວເຄຼຍອີຣານ

ວັນທີ 8 ພຶດສະພາ ປະທານາທິບໍດີ ໂດນັລ ທຣໍ້າ ປະກາດວ່າ ອາເມລິກາ ຖອນຕົວຈາກຂໍ້ຕົກລົງນີວເຄຼຍ ກັບ ອີຣານ ໃນປີ 2015 ເຊິ່ງຈໍາກັດໂຄງການນີວເຄຼຍອີຣານ ແລກປ່ຽນກັບການຜ່ອນມາດຕະການຂວໍ້າບາດ ໂດຍ ທຣໍ້າ ອ້າງວ່າ ຂໍ້ຕົກລົົງພຽງດ້ານດຽວບໍ່ພຽງພໍທີ່ຈະສະກັດກັ້ນ ອີຣານ ໃນການພັດທະນາລະເບີດນີວເຄຼຍໄດ້ ແຕ່ຫຼາຍຝ່າຍພັດຕໍານິຜູ້ນໍາ ອາເມລິກາ ສ່ວນພາຄີທີ່ເຫຼືອ ເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ລັດເຊຍ ແລະ ຈີນ ຢືນຢັນເຮັດຕາມຂໍ້ຕົກລົງນີວເຄຼຍກັບອີຣານ ຕໍ່ໄປ.

2. ໂດນັລ ທຣໍ້າ-ຄີມ ຈອງ ອືນ ໄດ້ພົບກັນສົມໃຈ

ປະທານາທິບໍດີ ໂດນັລ ທຣໍ້າ ຂອງສະຫະລັດອາເມລິກາ ແລະ ຄີມ ຈອງ ອືນ ຜູ້ນໍາເກົາຫຼີເໜືອ ໄດ້ພົບກັນຄັ້ງທໍາອິກ ໃນວັນທີ 12 ມີນາ, ທີ່ປະເທດສິງກະໂປ ພ້ອມທັງລົງນາມຂໍ້ຕົກລົງ ເພື່ອຢືນຢັນວ່າເກົາຫຼີເໜືອໄດ້ເຮັດສັນຍາຈະປົດອາວຸດນີວເຄຼຍໃນພື້ນມະຫາສະໝຸດເກົາຫຼີ ແຕ່ການລົ້ມເລີກໂຄງການນີວເຄຼຍເກົາຫຼີເໜືອ ຍັງບໍ່ຄືບໜ້າເທົ່າທີ່ຄວນ ເນື່ອງຈາກ ອາເມລິກາ ແລະ ເກົາຫຼີເໜືອຍັງມີແນວຄິດຕ່າງກັນໃນຂໍ້ຕົກລົງ.

3. ເອີຣົບ-ອາເມລິກາທັງຮ້ອນທັງໄໝ້

ຊ່ວງເດືອນ ກໍລະກົດ-ສິງຫາ ຄື້ນຄວາມຮ້ອນແຜ່ປົກຄຸມທົ່ວທະວີບ ເອີຣົບ ໂດຍອຸນຫະພູມທໍາລາຍສະຖິຕິໄດ້ສູງສຸດ 48 ອົງສາ ໃນເຂດເອີຣົບໃຕ້ ເຊັ່ນ: ປອກຕຸຍການ ແລະ ແອັດສປາຍ ເກີດມີໄຟປ່າໄໝ້ຢ່າງຮຸນແຮງ ຖັດໄປເດືອນ ມິຖຸນາ ລັດຄາລິຟໍເນຍ ທີ່ມີປະຊາກອນຫຼາຍທີ່ສຸດຂອງອາເມລິກາ ກໍປະເຊີນໜ້າກັບໄຟປ່າເປັນຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງອາເມລິກາ ແລະ ຍັງມີຜູ້ເສຍຊີວິດ 85 ຄົນ. ດ້ານກົມອຸຕຸນິຍົມວິທະຍາໂລກຂອງ ສະຫະປະຊາຊາດ ປະກາດໃຫ້ເດືອນ ພຶດສະພາ ປີນີ້ເປັນເດືອນທີ່ຮ້ອນທີ່ສຸດ ແລະ ເປັນອັນດັບທີ​ 4 ນັບແຕ່ມີການເກັບກໍາສະຖິຕິມາ.

4. ສືນາມິ ອີນໂດເນເຊຍ

ໃນຄືນວັນທີ 22 ທັນວາ ທີ່ ອິນໂດເນຍເຊຍ ເກີດຄື້ນຍັກ ສືນາມິ ພັດເຂົ້າຫຼາຍເມືອງເຂດເກາະສຸມາຕຣາ ແລະ ຊວາ ຫຼັງພູເຂົາໄຟກຣາກາຕົວ ໄດ້ລະເບີດຂຶ້ນຫຼາຍຄັ້ງໃນວັນທີ 21 ທັນວາ ທີ່ຜ່ານມາ ເຮັດໃຫ້ມັກມາໄຫຼອອກມາຈາກປ່ອງພູເຂົາໄຟໄຫຼລົງສູ່ທະເລ ແລະ ເຮັດໃຫ້ເກີດດິນຖະຫຼົ່ມໃຕ້ທະເລ. ເຫດການຄັ້ງນີ້, ເປັນໄພພິບັດທາງທໍາມະຊາດຄັ້ງທີ 3 ໃນຮອບ 6 ເດືອນທີ່ເກີດຂຶ້ນກັບອິນໂດເນເຊຍ ຫຼັງຈາກເກີດແຜ່ນດິນໄຫວຢູ່ເກາະລອມບອກ ໃນເດືອນ ກໍລະກົດ ແລະ ສິງຫາ ແລະ ເຫດການແຜ່ນດິນໄຫວ ກັບ ສືນາມິທີ່ເມືອງ ປາລູ ເກາະສຸລາເວສີ ໃນເດືອນ ກັນຍາ. ເຊິ່ງຜູ້ນໍາ ອິນໂດເນເຊຍ ໄດ້ສັ່ງຊື່ລະບົບເຕືອນໄພ ສືນາມິ ໃໝ່ທັງໝົດ ເພື່ອຄວາມປອດໄພ ແລະ ແກ້ໄຂຕໍ່ກັບປະກົດການທີ່ເກີດຂື້ນ.

5. ເສື້ອກັກເຫຼືອງປະທ້ວງລັດຖະບານຝຣັ່ງຂຶ້ນລາຄານໍ້າມັນ

ວັນທີ 17 ພະຈິກ ກຸ່ມເສື້ອເຫຼືອງປະທ້ວງ ລັດຖະບານ ຝຣັ່ງທີ່ຂຶ້ນລາຄານໍ້າມັນ ໂດຍມີການຂະຫຍາຍອອກເປັນວົງກວ້າງໃນເຂດທ່ອງທ່ຽວຊື່ດັງຂອງ ນະຄອນຫຼວງ ປາຣີ ຈົນກາຍເປັນພາບສະໜາມຮົບ ທັງມີການເຜົາເຄື່ອງໃຊ້, ທໍາລາຍຮ້ານຄ້າ ລັດຖະບານຈົນຍອມຍົກເລີກແຜນການຂຶ້ນລາຄານໍ້າມັນ. ຕາມມາດ້ວຍປະທານາທິບໍດີ ມາຄຣົງ ປະກາດຫຼາຍມາດຕະການໃນວັນທີ 10 ທັນວາ ຫວັງບັນເທົາກະແສການປະທ້ວງ ໜຶ່ງໃນນັ້ນຄືຂຶ້ນຄ່າແຮງງານຂັ້ນຕໍ່າ ແຕ່ກໍຍັງມີການປະທ້ວງຢູ່.

6. ເບຣັກຊີທ ວຸ່ນວາຍບໍຈົບ

ອັງກິດ ແລະ ສະຫະພາບເອີຣົບ (EU) ບັນລຸຂໍ້ຕົກລົງ ເບຣັກຊີທ ກັນໄດ້ໃນວັນທີ 25 ພະຈິກ ຫຼັງຈາກຜຸ້ຄົນແຫ່ງຣາຊະອານາຈັກລົງປະຊາມະຕິໄປຕັ້ງແຕ່ວັນທີ 23 ມິຖຸນາ 2016 ນາຍົກລັດຖະມົນຕີ ເທເຣຊາ ເມຍ ເລື່ອນລົງປະຊາມະຕິໃນສະພາຜູ້ແທນລັດຖະບານຢ່າງກະທັນຫັນ ເພາະຮູ້ວ່າຈະຖືກຂວໍ້າແນ່ນອນ ເຮັດໃຫ້ ສສ.ພັກ ເປີດລົງມະຕິບໍ່ໄວ້ວາງໃຈໃນຖານະຫົວໜ້າພັກອະນຸຮັກນິຍົມ ແຕ່ໄດ້ລໍຖ້າດົນ ແລະ ປະກາດຈະເປີດລົງມະຕິໃນກາງເດືອນມັງກອນ ກ່ອນທີ່ຈະຕ້ອງອອກຈາກ EU ໃນເດືອນ ມິນາ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...