spot_img
Homeຂ່າວທ້ອງຖິ່ນພົບຫຼາຍກິດຈະການຈາກນັກລົງທຶນ ສປ ຈີນ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ

ພົບຫຼາຍກິດຈະການຈາກນັກລົງທຶນ ສປ ຈີນ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ

Published on

ປີ 2018 ພົບຫຼາຍກິດຈະການທີ່ດໍາເນີນທຸລະກິດກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະການປ່ອຍສານເຄມີຂອງສວນກ້ວຍຈີນ ລົງສູ່ງແຫຼ່ງທໍາມະຊາດ, ຜົນກະທົບຈາກການລ້ຽງໝູ, ໂຮງງານດິນຈີ່ ແລະ ອື່ນໆ ຂະນະທີ່ມາດຕະການໃນການລົງໂທດຈາກພາກສ່ວນກ່ຽວຂ້ອງຕໍ່ເຈົ້າຂອງທຸລະກິດເຫຼົ່ານີ້ຍັງບໍ່ເຄັ່ງຄັດ ແລະ ເດັດຂາດ.

ທ່ານ ບຸນທາມ ພູດທະວົງ, ຫົວນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ນວ) ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸກທີ I ໃນວັນທີ 26 ທັນວາ 2018 ຜ່ານມາວ່າ: ປີນີ້, ມີຫຼາຍກິດຈະການທີ່ດໍາເນີນທຸລະກິດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມເປັນຕົ້ນ:

  1. ການປ່ອຍສານເຄມີຈາກສວນກ້ວຍຂອງ ບໍລິສັດ ໂຍງເຊີນ ສົ່ງເສີມການຜະລິດການຄ້າຂາອອກ-ຂາເຂົ້າ ຈໍາກັດ (ສັນຊາດຈີນ) ລົງແມ່ນໍ້າຕອນ ເຂດບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງ ເຮັດໃຫ້ປາຕາຍເປັນຈໍານວນຫຼາຍ.
  2. ຜົນກະທົບຈາກໂຮງງານລ້ຽງໝູທີ່ປ່ອຍນໍ້າເປື້ອນ, ສົ່ງກິ່ນເໜັນ ແລະ ບໍ່ປະຕິບັດຕາມຄໍາແນະນໍາຂອງພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການດໍາເນີນທຸລະກິດຂອງນັກລົງທຶນສັນຊາດຈີນ.
  3. ຜົນກະທົບຈາກໂຮງງານດິນຈີ່ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງໄຊທານີ ເຊິ່ງຂະບວນການຜະລິດທາງໂຮງງານໄດ້ໃຊ້ຖ່ານຫີນເປັນເຊື້ອເພີງ ເຮັດໃຫ້ມີຄວັນສົ່ງຜົນກະທົບຕໍ່ປະຊາຊົນ.
  4. ຜົນກະທົບຈາກໂຮງງານກັ່ນນໍ້າມັນເຄື່ອງເກົ່າ ທີ່ບ້ານໝາກນາວດົງ ເມືອງປາກງື່ມ.
  5. ຜົນກະທົບຈາກໂຮງງານແຍກຊີ້ນສ່ວນເຄື່ອງໄອທີ ຢູ່ບ້ານໂຄກສະຫວ່າງ ເມືອງໄຊທານີ ແລະ ກິດຈະການອື່ນໆ.

ໃນຂະນະທີ່ມາດຕະການໃນການລົງໂທດ ຈາກພາກສ່ວນທີ່ກ່ຽວຂ້ອງຕໍ່ເຈົ້າຂອງກິດຈະການດັ່ງກ່າວ ຍັງເປັນການສຶກສາອົບຮົມ, ເຮັດບົດບັນທຶກ ເຊິ່ງເຫັນວ່າບໍ່ເຄັ່ງຄັດ ແລະ ບໍ່ເດັດຂາດ ເນື່ອງຈາກ ນະຄອນຫຼວງວຽງຈັນ ຍັງດໍາເນີນນະໂຍບາຍເພື່ອດຶງດູດການລົງທຶນຈາກຕ່າງປະເທດຢູ່.

ທັງນີ້,  ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃຫ້ຮູ້ທິດທາງການແກ້ໄຂໃນອະນາຄົດ ວ່າ:  ທຸກກິດຈະກໍາກ່ອນຈະດໍາເນີນຕ້ອງເລິີ່ມຈາກການຂຽນບົດວິພາກສະເໜີໂຄງການ, ຂຽນບົດລາຍງານການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄມ ໃຫ້ຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າ ແລະ ອອກໃບອະນຸຍາດກ່ອນ; ໃນກໍລະນີກິດຈະການໃດ ຫາກມີການລະເມີດຂະແໜງການວິຊາສະເພາະກ່ຽວຂ້ອງ ແລະ ການຈັດຕັ້ງບ້ານ ບ່ອນດໍາເນີນກິດຈະການຕັ້ງຢູ່ ແນະນໍາໃຫ້ຜູ້ປະກອບການປັບປຸງແກ້ໄຂຢ່າງໜ້ອຍ 2-3 ຄັ້ງກ່ອນ ແຕ່ເວລາການປັບປຸງບໍ່ຄວນຍາວເກີນໄປ ຖ້າຍັງບໍ່ປັບປຸງແກ້ໄຂ ຫຼື ບໍ່ມີຄວາມສະຫງົບ. ປະຊາຊົນຕ້ອງສະເໜີຫາພາກສ່ວນກ່ຽວຂ້ອງອີກຕື່ມ ໃນເວລານັ້ນ, ພາກສ່ວນກ່ຽວຂ້ອງອາດຈະແຈ້ງເດັດຂາດ ໃຫ້ຜູ້ປະກອບການປັບປຸງແກ້ໄຂ ຫຼື ສະເໜີປ່ຽນກິດຈະການ  ຖ້າຮອດກໍານົດເວລາແກ້ໄຂຍັງບໍ່ດີຂຶ້ນ ພວກເຮົາຕ້ອງເອກະພາບຢຸດຕິການເຄື່ອນໄຫວກິດຈະການດັ່ງກ່າວ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...