spot_img
Homeຂ່າວທ້ອງຖິ່ນຈະແຈ້ງ! ສະມາຄົມ ຊີ້ແຈງສຽງວິຈານບໍລິການລົດຕຸກໆ-ຈໍາໂບ້

ຈະແຈ້ງ! ສະມາຄົມ ຊີ້ແຈງສຽງວິຈານບໍລິການລົດຕຸກໆ-ຈໍາໂບ້

Published on

ຈາກຫາງສຽງວິພາກວິຈານຢ່າງໃຫຍ່ ກ່ຽວກັບບັນຫາການໃຫ້ບໍລິການລົດຕຸກໆ-ຈໍາໂບ້ ໂດຍສະເພາະ ນະຄອນຫຼວງວຽງຈັນ ມີຫາງສຽງຈົ່ມວ່າເກັບຄ່າບໍລິການແພງເກີນຄວາມຈິງ ເຮັດໃຫ້ຜູ້ຊົມໃຊ້ບໍລິການໄປເລືອກໃຊ້ບໍລິການທາງອື່ນແທນ. ບັນຫາດັ່ງກ່າວ, ສະມາຄົມລົດຂົນສົ່ງໂດຍສານຕຸກໆ-ຈໍາໂບ້ ໄດ້ຊີ້ແຈງໂດຍຮຽກຮ້ອງໃຫ້ຜູ້ໃຊ້ບໍລິການເຂົ້າໃຈແນວທາງນະໂຍບາຍຕ່າງໆ ແລະ ທຸກຄັ້ງກ່ອນຂຶ້ນລົດ ຕ້ອງຕົກລົງລາຄາກັບເຈົ້າຂອງລົດກ່ອນ ເພື່ອຄວາມບໍລິສຸດໃຈທັງສອງຝ່າຍ ເພາະປັດຈຸບັນ, ມີລົດເຖື່ອນ 15% ທີ່ສວຍໃຊ້ໂອກາດເກັບຄ່າລາຄາແພງເກີນຄວາມຈິງ ເຊິ່ງອາດເປັນຕົ້ນເຫດຂອງບັນຫານີ້.

ທ່ານ ບົວແຊງ ພິຊະລາດ ຮອງປະທານສະມາຄົມລົດຂົນສົ່ງໂດຍສານຕຸກໆ-ຈໍາໂບ້ ນະຄອນຫຼວງວຽງຈັນ ໃຫ້ການສໍາພາດຕໍ່ກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ວ່າ: “ໃນການຈັດຕັ້ງປະຕິບັດໃຫ້ບໍລິການຜ່ານມາ ລົດຕຸກໆ-ຈໍາໂບ້ ຖືວ່າປະເຊີນໜັາກັບຫຼາຍບັນຫາ. ປັດຈຸບັນ, ມີລົດເຖື່ຶອນເຖິງ 15% ທີ່ບໍ່ຕໍ່ຖະບຽນ ແລະ ບໍ່ເຂົ້າເປັນສະມາຊີກຂອງສະມາຄົມ ແລ້ວຍັງສວຍໃຊ້ໂອກາດແລ່ນຍາມກາງຄືນ, ຈອດຊະຊາຍ ແລະ ໂກງລາຄາລູກຄ້າ ອັນໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ ສະນັ້ນ, ຜູ້ຊົມໃຊ້ຕ້ອງສັງເກດເບິ່ງລົດຂອງສະມາຄົມ ຈະມີກາໝາຍປະຈໍາແຕ່ລະຄີວ, ປະຈໍາປີ ແລະ ທີ່ສໍາຄັນຕ້ອງຕົກລົງລາຄາໃຫ້ຄັກແນ່ກ່ອນຂຶ້ນລົດ ເພື່ອຄວາມໂປ່ງໃສ ແລະ ຍຸດຕິທໍາທັງສອງຝ່າຍ. ອີກສ່ວນໜຶ່ງລູກຄ້າຍັງບໍ່ເຂົ້າໃຈດີເທົ່າທີ່ຄວນ ເນື່ອງຈາກ, ລັດໄດ້ແຈ້ງການປີ 2018 ຈາກພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ບໍ່ໃຫ້ລົດຕຸກໆ-ຈໍາໂບ້ແລ່ນຕາມເສັ້ນທາງສາຍຫຼັກຄື: ແຕ່ໄຟແດງສີຫອມ-ທາດຂາວ, ທາດຂາວ-ຫໍພະແກ້ວ ແລະ ປະຕູໄຊ ຈຶ່ງເປັນສ່ວນໜຶ່ງທີ່ພາໃຫ້ຜູ້ໃຊ້ບໍລິການເກີດຄວາມບໍ່ເຂົ້າໃຈ ຍ້ອນໄດ້ຂີ່ໂຄ້ງກ່ອນເຖິງປາຍທາງ”.

“ການໃຫ້ບໍລິການຕຸກໆ-ຈໍາໂບ້ຢູ່ ນະຄອນຫຼວງວຽງຈັນ ໃນປີ 2018 ຖືວ່າພໍໄປໄດ້ດີ ແຕ່ບໍຄຶກຄື້ນປານໃດ ຖ້າທຽບໃສ່ເມື່ອກ່ອນ ໂດຍປັດຈຸບັນ ຍັງມີລົດບໍລິການ 900 ຄັນ ທຽບໃສ່ເມື່ອກ່ອນມີ 2 ພັນກວ່າຄັນ ເຊິ່ງຕຸກໆ-ຈໍາໂບ້ ທີ່ຂຶ້ນກັບສະມາຄົມໃຫ້ບໍລິການລວມມີ 4 ຕົວເມືອງຄື: ເມືອງສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະ ສີໂຄດຕະບອງ ໃນນັ້ນ, ມີຄີວປະຈໍາຢູ່ທັງໝົດ 50 ຄີວ ໂດຍຜ່ານການບໍລິການໃນປີ 2018 ທ່ຽບໃສ່ການບໍລິການ 2017 ຖືວ່າຍັງຄົງທີ່” ທ່ານ ບົວແຊງ ພິຊະລາດ ກ່າວ.

ເຖິງຢ່າງໃດກໍຕາມ, ແຜນຕໍ່ໜ້າປີ 2019 ທາງສະມາຄົມດັ່ງກ່າວ, ຈະມີການປະສານສົມທົບນໍາໜ່ວຍງານພາກລັດ ໃນການຕິດຕາມກວດກາການຂົນສົ່ງເປັນຕົ້ນ: ລົດປ້າຍເຫຼືອງທີ່ບໍ່ຕໍ່ທະບຽນ ຈະບໍ່ໃຫ້ເຂົ້າເປັນສະມາຊິກຂອງສະມາຄົມ ແຕ່ຫາກຍັງເຄື່ອນໄຫວທີ່ບໍ່ຖືກຕ້ອງກັບບໍລິການລູກຄ້າ ຈະຖຶກດໍາເນີນຕາມລະບຽບກົດມາຍ; ຈະແຕ່ງຕັ້ງໜ່ວຍກວດກາຮ່ວມກັບລັດ ອອກປ້າຍບອກຢ່າງຈະແຈ້ງ ລະຫວ່າງລົດໃຊ້ຄອບຄົວ ແລະ ລົດບໍລິການສັງຄົມ. ນອກນີ້, ຈະມີການຄົ້ນຄວ້າການນໍາໃຊ້ແອັບທີ່ທັນສະໄໝເຂົ້າໃນການບໍລິການນໍາອີກ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...