Homeຂ່າວຕ່າງປະເທດອິນໂດເນເຊຍຫວັ່ນເກີດສືນາມິອີກຄັ້ງ! ຍອດຜູ້ເສຍຊີວິດຍັງບໍ່ຄົງທີ່

ອິນໂດເນເຊຍຫວັ່ນເກີດສືນາມິອີກຄັ້ງ! ຍອດຜູ້ເສຍຊີວິດຍັງບໍ່ຄົງທີ່

Published on

ພູເຂົາໄຟກຣາກາຕົວເຊິ່ງມີການເຄື່ອນໄຫວມາຕະຫຼອດຫຼາຍເດືອນ ໄດ້ລະເບີດຂຶ້ນຫຼາຍຄັ້ງໃນຄືນວັນສຸກທີ 21 ທັນວາ 2018 ທີ່ຜ່ານມາ ເຮັດໃຫ້ລາວາໄຫຼອອກມາຈາກປ່ອງພູເຂົາຟູໄຫຼລົງສູ່ທະເລ ແລະ ເຮັດໃຫ້ເກີດດິນຖະລົ່ມໃຕ້ທະເລ ເຊິ່ງຄາດວ່າເປັນສາເຫດເຮັດໃຫ້ເກີດຄື້ນສືນາມິຊັດເຂົ້າສູ່ແຄມຝັ່ງຂອງເມືອງຕ່າງໆ ທີ່ເກາະສຸມາຕຣາ ແລະ ເກາະຊວາ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ເມື່ອວັນທີ 24 ທັນວາ 2018 ວ່າ ສຳນັກ ງານບໍລິຫານຈັດການໄພພິບັດແຫ່ງຊາດ (BNPB) ອອກຖະແຫຼງການວ່າ ປະຊາຊົນຄວນງົດການຈັດກິດຈະກຳບໍລິເວນຫາດຊາຍທີ່ຮວມເຖິງການລົງຫຼິ້ນນໍ້າທະເລ ແລະ ການເຂົ້າໃກ້ບໍລິເວນແຄມຝັ່ງທີ່ເຊື່ອມຕໍ່ກັບຊ່ອງແຄບຊຸນດາ “ເປັນໄລຍະຍາວ” ຈົນຮອດວັນທີ 25 ທັນວາ 2018ນີ້ “ເປັນຢ່າງໜ້ອຍ” ເນື່ອງຈາກຍັງມີແນວໂນ້ມສູງທີ່ຈະເກີດສືນາມິຄັ້ງໃໝ່ ຈາກການທີ່ພູເຂົາໄຟກຣາກາຕົວລະເບີດຮຸນແຮງຂຶ້ນອີກຄັ້ງ.

ເຖິງແມ່ນວ່າລາຍງານຂອງ BNPB ຍັງຄົງແຈ້ງຈຳນວນຜູ້ເສຍຊີວິດຢ່າງເປັນທາງການໄວ້ທີ່ຢ່າງໜ້ອຍ 222 ຄົນ ໄດ້ຮັບບາດເຈັບ 843 ຄົນ ແລະ ຍັງສູນຫາຍອີກ 28 ຄົນ ແຕ່ມີການຄາດການວ່າຕົວເລກທັງໝົດຈະເພີ່ມຂຶ້ນ.

ຂະນະທີ່ສະຫະປະຊາຊາດ (UN), ລັດຖະບານສະຫະລັດ ແລະ ອົດສະຕາລີ ຢືນຢັນພ້ອມມອບຄວາມຊ່ວຍເຫຼືອທັນທີທີ່ໄດ້ຮັບການຕິດຕໍ່ຈາກອິນໂດເນເຊຍ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: sanook, dailynews.co.th

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...