Home​ຂ່າວບັນເທິງ"ມຸກທິດາ" ຄວ້າຮອງອັນດັບ 2 ຈາກເວທີ Miss China-ASEAN Etiquette Pageant 2018

“ມຸກທິດາ” ຄວ້າຮອງອັນດັບ 2 ຈາກເວທີ Miss China-ASEAN Etiquette Pageant 2018

Published on

ສປປ ລາວ ສົ່ງ 2 Miss Laos China-Asean Etiquette 2018 “ນາງ ມຸກທິດາ ສຸພັນທະຈິດ ກັບ ນາງ ນິດສາຄອນ​ ແກ້ວປະເສີດ” ເຂົ້າຮ່ວມປະກວດ ນາງງາມມາລະຍາດຈີນ-ອາຊຽນ ຄັ້ງທີ 14 (The 14th Miss China-ASEAN Etiquette Pageant) ຈັດຂຶ້ນທີ່ປະເທດໄທ ໂດຍ ນາງ ມຸກທິດາ ສຸພັນທະຈິດ ໄດ້ຄວ້າຕຳແໜ່ງຮອງອັນດັບ 2 ມາຕ້ອນພີ່ນ້ອງຊາວລາວ, ສ່ວນ ນາງ ນິດສາຄອນ​ ແກ້ວປະເສີດ ເຖິງຈະບໍ່ໄດ້ຮັບຕຳແໜ່ງ ຫຼື ລາງວັນໃດມາຄອງແຕ່ນາງກໍ່ເຮັດເຕັມທີ່ແລ້ວ.

Miss Laos China-Asean Etiquette 2018
ນາງ ມຸກທິດາ ສຸພັນທະຈິດ
ສູງ : 175, ນໍ້າໜັກ : 56, ສັດສ່ວນ: 86-66-93

Miss Laos China-Asean Etiquette 2018
ນາງ ນິດສາຄອນ​ ແກ້ວປະເສີດ
ສູງ : 168, ນໍ້າໜັກ : 48, ສັດສວ່ນ : 78-63-86

ການປະກວດນາງງາມມາລະຍາດຈີນ-ອາຊຽນ ຄັ້ງທີ 14 (The 14th Miss China-ASEAN Etiquette Pageant) ຈັດຂຶ້ນໃນປະເທດໄທ ລະຫວ່າງວັນທີ 16 – 21 ທັນວາ 2018 ໂດຍມີ 28 ຕົວແທນສາວງາມຈາກ 10 ປະເທດ.

ໃນຮອບຕັດສິນ ເຊິ່ງຈັດຂຶ້ນໃນວັນທີ 21 ທັນວາ 2018 ທີ່ຜ່ານມາ ຜົນປະກົດວ່າ ຕຳແໜ່ງ Miss China-ASEAN Etiquette Pageant 2018 ຕົກເປັນຂອງ Miss Esraphelle B. Tambong ປະເທດ ຟິລິບປິນ, ຮອງອັນດັບໜຶ່ງ Miss Zhao Wenyi ປະເທດຈີນ ແລະ ຮອງອັນດັບ 2 Miss Moukthida Souphanthachith ປະເທດລາວ.

https://www.facebook.com/MissChinaAsean/videos/374618056445505/

https://www.facebook.com/MissChinaAsean/videos/344915226343857/

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: Miss China-Asean Etiquette Pageant, gbtimes.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...