spot_img
Homeຂ່າວຍົນຕົກໃຊ້ພະລັງງານແສງຕະເວັນປ່ຽນນໍ້າທະເລໃຫ້ກາຍເປັນນໍ້າຈືດ

ໃຊ້ພະລັງງານແສງຕະເວັນປ່ຽນນໍ້າທະເລໃຫ້ກາຍເປັນນໍ້າຈືດ

Published on

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດຄາດການວ່າພາຍໃນປີ 2025 ປະຊາກອນເກືອບ 2.000 ລ້ານຄົນໃນໂລກອາດຂາດນໍ້າດື່ມທີ່ພຽງພໍຕໍ່ຄວາມຕ້ອງການໃນການໃຊ້ຊີວິດປະຈຳວັນ. ໜຶ່ງໃນແນວທາງການແກ້ໄຂບັນຫານີ້ຄືການປ່ຽນນໍ້າທະເລໃຫ້ກາຍນໍ້າຈືດທີ່ສາມາດດື່ມໄດ້ ດ້ວຍຂະບວນການກຳຈັດເກືອອອກຈາກນໍ້າທະເລ (desalination) ເຊິ່ງຕ້ອງໃຊ້ພະລັງງານຫຼາຍກວ່າວິທີເກົ່າທີ່ໃຊ້ການສູບນໍ້າຈາກແມ່ນໍ້າອື່ນໆເຖິງ 10-1.000 ເທົ່າ

ທີມວິສະວະກອນຈາກພະແນກພະລັງງານໃນມະຫາວິທະຍາໄລໂພລີເທັກນິກຕູຣິນ ໃນປະເທດ ອິຕາລີ ໄດ້ຄິດຄົ້ນຕົ້ນແບບໃໝ່ຂອງການກັ່ນນໍ້າທະເລໂດຍໃຊ້ພະລັງງານແສງຕາເວັນໃຫ້ມີປະສິດທິພາບຫຼາຍຂຶ້ນ ດ້ວຍແຮງບັນດານໃຈຈາກຈະບວນການຂົນສົ່ງນໍ້າຂອງພືດທີ່ຂົນສົ່ງນໍ້າຈາກຮາກສູ່ໃບໄມ້ ແລະ ແຮງຍົກຕົວຂອງນໍ້າ ລວມເຖິງການຄາຍນໍ້າອອກມາ, ສ້າງແບບຈຳລອງຫຼາຍລະດັບເປັນອຸປະກອນລອຍຕົວທີ່ຈັດເກັບນໍ້າທະເລ ໃຊ້ວັດຖຸມີຮູຕົ້ນທຶນຕໍ່າເຮັດໃຫ້ຕັດບັນຫາຄວາມຫຍຸ້ງຍາກບ່ອນປໍ້ານໍ້າ; ອຸປະກອນນີ້ຈະຖືກເຮັດໃຫ້ຮ້ອນຂຶ້ນດ້ວຍພະລັງງານແສງຕາເວັນຈະຊ່ວຍແຍກເກືອອອກຈາກນໍ້າທະເລ ແລະ ນໍ້າຈືດທີ່ໄດ້ຈາກພະລັງງານແສງອາທິດຈະເພີ່ມປະລິມານຂຶ້ນເທົ່າຕົວ.

ທີມວິສະວະກອນເຊື່ອວ່າວິທີນີ້ຈະສ້າງຄວາມຍືນຍົງໄດ້ຫຼາຍກວ່າ ເມື່ອທຽບກັບວິທີແກ້ບັນຫາກ່ອນໜ້ານີ້ ເພາະຂຶ້ນຢູ່ກັບຂະບວນການທີ່ເກີດຂຶ້ນໂດຍທຳມະຊາດ, ອຸປະກອນກໍ່ມີລາຄາບໍ່ແພງ, ຕິດຕັ້ງ ແລະ ສ້ອມແປງໄດ້ງ່າຍ, ຄຸນລັກສະນະນີ້ອາດມີປະໂຫຍດຕໍ່ພື້ນທີ່ແຄມຝັ່ງທະເລທີ່ກຳລັງພົບກັບບັນຫາຂາດນໍ້າດື່ມ ແລະ ຍັງບໍ່ໄດ້ຮັບການບໍລິການຈາກໂຄງສ້າງພື້ນຖານ. ນອກຈາກນີ້ຍັງເໝາະສຳລັບການຈັດຫານໍ້າດື່ມທີ່ປອດໄພ ແລະ ລາຄາຕໍ່າໃນພາວະສຸກເສີນ ເຊັ່ນ: ພື້ນທີ່ປະສົບອຸທົກກະໄພ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thairath.co.th

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...