spot_img
Homeຂ່າວທ້ອງຖິ່ນລົດຕຸກໆ-ຈໍາໂບ້ ປະເຊີນບັນຫາຂາດລູກຄ້າ ເຖິງກັບຈອດປະໄວ້ລ້າໆໝົດມື້

ລົດຕຸກໆ-ຈໍາໂບ້ ປະເຊີນບັນຫາຂາດລູກຄ້າ ເຖິງກັບຈອດປະໄວ້ລ້າໆໝົດມື້

Published on

ປັດຈຸບັນ, ລົດຕຸກໆ-ຈໍາໂບ້ ພວມປະເຊີນໜ້າກັບບັນຫາລູກຄ້າຫຼຸດລົງ ຈົນບາງມື້ໄດ້ຈອດລົດປະໄວ້ລ້າໆ ເຮັດໃຫ້ບາງຄົນຕ້ອງຢຸດເຊົາໄປເຮັດອາຊີບອື່ນແທນ, ຜູ້ໃຊ້ບໍລິການມີທາງເລືອກຫຼາຍຂຶ້ນ ບໍ່ວ່າຈະເປັນການໃຊ້ບໍລິການລົດຂົນສົ່ງສາທາລະນະປະເພດອື່ນ​ ຫຼື ຊື້ພາຫະນະເປັນຂອງຕົນເອງມາຂັບຂີ່. ຖ້າທຽບໃສ່ໃນເມື່ອກ່ອນ, ເຫັນໄດ້ວ່າການຊົມໃຊ້ບໍລິການລົດຕຸກໆ-ຈໍາໂບ້ ໃນນະຄອນຫຼວງວຽງຈັນ ຖືວ່າມີຜູ້ໃຊ້ບໍລິການເປັນຈໍານວນຫຼວງຫຼາຍ ທັງແຂກພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈໃຊ້ບໍລິການຢ່າງຄຶກຄື້ນ ເຊິ່ງສ້າງລາຍຮັບແກ່ຜູ້ໃຫ້ບໍລິການໃນແຕ່ລະມື້ເປັນຢ່າງດີ.

ຕາມການບອກເລົ່າຂອງເຈົ້າຂອງລົດຈໍາໂບ້ ຕໍ່ກັບນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ຕົນເອງໄດ້ເຮັດວຽກນີ້ມາໄດ້ 10 ກວ່າປີ. ເມື່ອກ່ອນຖືວ່າມີແຂກພາຍໃນ ແລະ ຕ່າງປະເທດ ນິຍົມກັນມາໃຊ້ບໍລິການຫຼາຍສົມຄວນ ມື້ໜຶ່ງບໍ່ຫຼຸດ 5 ຖ້ຽວ ແລະ ກໍມີລົດຮັບໃຊ້ບໍລິການຢູ່ຄິວດຽວກັນ 7-8 ຄັນ. ແຕ່ປັດຈຸບັນ, ຄົນມາໃຊ້ບໍລິການໜ້ອຍລົງ ບາງມື້ຈົນບໍ່ໄດ້ແລ່ນມີແຕ່ຈອດປະໄວ້ລ້າໆ ເຮັດໃຫ້ເຈົ້າຂອງລົດຫຼາຍຄົນອອກໄປຊອກຫາທາງໃໝ່ ເພື່ອຄວາມຢູ່ລອດ.

ເຈົ້າຂອງລົດເລົ່າສູ່ຟັງຕື່ມວ່າ: ສາເຫດທີ່ຄົນສ່ວນໃຫຍ່ບໍ່ມາໃຊ້ບໍລິການລົດຕຸກໆ-ຈໍາໂບ້ ແມ່ນເນື່ອງຈາກຕອນນີ້ ສະພາບເສດຖະກິດຄອບຄົວ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ ເຮັດໃຫ້ມີກໍາລັງຊື້ລົດໃຊ້ເປັນພາຫະນະໄປ-ມາເປັນຂອງຕົນເອງ. ນອກນີ້, ມີການເປີດບໍລິການລົດເມແລ່ນໃນເມືອງ, ລົດຕູ້ທ່ອງທ່ຽວ, ລົດແທັກຊີ ແລະ ລົດຈັກບໍລິການ ເຮັດໃຫ້ລູກຄ້າມີຫຼາຍທາງເລືອກ. ພ້ອມນັ້ນ, ຍັງມີລົດຕຸກໆ-ຈໍາໂບ້ເຖື່ອນທີ່ລາຄາຖືກກວ່າ ແລະ ຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ຫຼຸດລົງກໍມີຜົນກະທົບເຊັ່ນກັນ.

ການບໍລິການຕຸກໆ-ຈໍາໂບ້ ຖືວ່າເປັນອີກໜຶ່ງເອກະລັກທາງດ້ານການຂົນສົ່ງໃນປະເທດເຮົາ. ໃນຕໍ່ໜ້າ, ຈໍານວນຄົນທີ່ເຮັດອາຊີບນີ້ອາດຈະຫຼຸດລົງຫຼາຍ ຫຼື ອາດຈະບໍ່ປະກົດໃຫ້ເຫັນລົດຕຸກໆ-ຈໍາໂບ້ຕາມທ້ອງຖະໜົນອີກຕໍ່ໄປໃນອະນາຄົດ ຖ້າຫາກສະພາບການຍັງສືບຕໍ່ເປັນແບບນີ້. ດັ່ງນັ້ນ, ຈິ່ງຢາກຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງແກ້ໄຂບັນຫາ ໂດຍສະເພາະເນັ້ນປະຕິດບັດລະບຽບກົດໝາຍຕໍ່ຜູ້ທີ່ໃຫ້ບໍລິການລົດເຖື່ອນ ເພື່ອຫຼຸດຜ່ອນການເອົາລັດເອົາປຽບລະຫວ່າງຜູ້ໃຫ້ບໍລິການດ້ວຍກັນ ທັງເປັນການສ້າງຄວາມປອດໄພໃນການໃຫ້ບໍລິການອີກດ້ວຍ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: bloggang.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...