Home​ຂ່າວບັນເທິງນາງງາມຫວຽດນາມບອກ "ຢຸດເວົ້າວ່ານາງງາມສະຫະລັດເວົ້າບໍ່ດີ" ເພາະເຮົາເປັນໝູ່ສະໜິດກັນ

ນາງງາມຫວຽດນາມບອກ “ຢຸດເວົ້າວ່ານາງງາມສະຫະລັດເວົ້າບໍ່ດີ” ເພາະເຮົາເປັນໝູ່ສະໜິດກັນ

Published on

ຈາກກໍລະນີນາງງາມສະຫະລັດ 1 ໃນຜູ້ເຂົ້າປະກວດ Miss Universe 2018 ທີ່ຖືກວິພາກວິຈານຢ່າງໜັກຫຼັງຈາກສະແດງຄວາມຄິດເຫັນກ່ຽວກັບທັກສະດ້ານພາສາອັງກິດຂອງນາງງາມຫວຽດນາມ ແລະ ນາງງາມກຳປູເຈຍ ເຊິ່ງໄດ້ເຮັດໃຫ້ຊາວເນັດເກີດປະຕິກິລິຍາຕໍ່ເລື່ອງນີ້ຢ່າງໄວວາ ໂດຍຄົນໜຶ່ງບອກວ່າ “ນາງບໍ່ຄູ່ຄວນກັບມຸງກຸດອີກຕໍ່ໄປ” ສ່ວນອີກຄົນບອກວ່າ “ມັນໜ້າປະຫຼາດໃຈທີ່ພວກເຂົາຄາດຫວັງໃຫ້ທຸກຄົນເວົ້າຄືກັບຄົນອາເມລິກາ”.

ຕໍ່ມາຫຼັງຈາກປະເດັນນີ້ຮ້ອນແຮງຂຶ້ນ ນາງງາມສະຫະລັດຈິ່ງໄດ້ໂພສຮູບທີ່ໄປຂໍໂທດນາງງາມຊາດອາຊີທັງສອງແລ້ວ ຕາມດ້ວຍຮູບທີ່ທັງ 5 ຄົນ ກອດກັນ.

ໃນການສຳພາດຂອງບີບີຊີຫວຽດນາມ ນາງງາມຫວຽດນາມໄດ້ເວົ້າໃນລັກສະນະປົກປ້ອງນາງງາມສະຫະລັດ ໂດຍ ເຮີ ເຮິນ ເນຍ ນາງງາມຫວຽດນາມກ່າວວ່າ “ຂ້ອຍຢາກຂໍໃຫ້ທຸກຄົນຢຸດບອກວ່າ ນາງຢຽດ ຫຼື ນາງເວົ້າບໍ່ດີ ພວກເຈົ້າເຫັນພຽງຄລິບສັ້ນໆທາງໂທລະພາບ ແຕ່ຄວາມຈິງແລ້ວມັນບໍ່ໄດ້ເປັນແບບນັ້ນ ໃນຄວາມເປັນຈິງ ນາງກັບຂ້ອຍສະໜິດກັນ ເຮົາດູແລກັນ ນາງເປັນນາງງາມທີ່ສ້າງແຮງບັນດານໃຈແທ້ໆ”.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.bbc.com/th
ຮູບປະກອບ: women.mthai.com, variety.thaiza.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...