spot_img
Homeຂ່າວພາຍ​ໃນຜູ້ປະກອບການຢາງພາລາ ສະເໜີຕັ້ງສະມາຄົມຄຸ້ມຄອງ

ຜູ້ປະກອບການຢາງພາລາ ສະເໜີຕັ້ງສະມາຄົມຄຸ້ມຄອງ

Published on

 

ສະພາບການຊື້-ຂາຍຢາງພາລາໃນປະຈຸບັນ ແມ່ນໄດ້ອີງໃສ່ຕະຫຼາດໂລກ ຂະນະທີ່ສະພາບການຊື້-ຂາຍ ພາຍໃນແມ່ນ

ຂຶ້ນກັບຫຼາຍປັດໄຈ ເຮັດໃຫ້ຄວາມສ່ຽງຂອງຊາວສວນຢາງ ແລະ ຜູ້ປະກອບການມີສູງອີກດ້ານໜຶ່ງ ລະບຽບຄຸ້ມຄອງ

ຈາກພາກລັດຍັງບໍ່ຊັດເຈນ, ຮຽກຮ້ອງໃຫ້ຕ້ອງມີສະມາຄົມເພື່ອຄຸ້ມຄອງ ເປັນເສນາທິການລາຍງານສະພາບໃຫ້ພາກ

ລັດ, ຂະນະທີ່ການສົ່ງອອກໄປ ສປ ຈີນ ມີໂກຕາຈຳກັດ, ຫາກສົ່ງອອກເກີນໂກຕາຈະເສຍພາສີແພງຂຶ້ນ.

 

ຜ່ານການແກ້ໄຂບັນຫາສະພາບຂອງລາຄາຢາງພາລາຍັງບໍ່ລວມສູນ (ແກ້ໄຂບາງເຫດການ ຫຼື ບາງສະພາບເທົ່ານັ້ນ)

ເນື່ອງຈາກຜູ້ປະກອບການຂາດການລວມຕົວກັນ ເຮັດໃຫ້ການແກ້ໄຂບັນຫາມີລັກສະນະບໍ່ສິ້ນສຸດແກ່ຍາວຄຸມເຄືອ.

 

ທ່ານ ສະເໜີ ຈຸນລະມະນີ ຜູ້ອຳນວຍການບໍລິສັດ  ໄທຮົວ ຢາງພາລາຈຳກັດ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ເພື່ອ

ຍົກລະດັບຂະແໜງການອຸດສາຫະກຳຢາງພາລາ ໃຫ້ມີຂີດຄວາມສາມາດໃນການແຂ່ງຂັນໂດຍສະເພາະດ້ານການຄ້າ

ໃຫ້ສູງຂຶ້ນ ພາກລັດຄວນໃຫ້ຄວາມສຳຄັນສ້າງໃຫ້ເປັນສະມາຄົມຢາງພາລາ ມີການຊຸກຍູ້ ແລະ ຄຸ້ມຄອງກັນເອງຄືກັບ

ຂະແໜງທຸລະກິດອື່ນ ໂດຍສະເພາະສ້າງນະໂຍບາຍໃຫ້ຊັດເຈນໃນການຄຸ້ມຄອງ ແລະ ເຈລະຈາກັບຄູ່ຄ້າໃຫ້ຫຼຸຸດຜ່ອນ

ພາສີນຳເຂົ້າ-ສົ່ງອອກ ເພື່ອເຮັດໃຫ້ອຸດສາຫະກຳຢາງພາລາ ມີລະບົບການຈັດຕັ້ງແບບດຽວກັບກາເຟ, ເຂົ້າ ແລະ ສະ

ມາຄົມທຸລະກິດອື່ນໆ.

 

ທ່ານກ່າວຕື່ມອີກວ່າ: ສະພາບເສດຖະກິດ ແລະ ນັກທະລະກິດຢູ່ປະເທດເຮົາ ຈະເກີດການລວມຕົວກັນຂອງນັກທຸລະ

ກິດເອງ ເພື່ອເປັນສະມາຄົມຜູ້ປູກ  ແລະ ຜະລິດຢາງພາລາຍັງມີຄວາມທ້າທາຍຢູ່ ຖ້າຫາກມະຫາພາກບໍ່ເຂົ້າມາເປັນ

ເຈົ້າການ ໂດຍສະເພາະກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໂດຍເງື່ອນໄຂ

ຕ້ອງເລືອກເຟັ້ນຜູ້ປະກອບການ ຫຼື ການຕື່ນຕົວຂອງຜູ້ປະກອບການດ້ານຢາງພາລາ ສະເໜີຂໍສ້າງຕັ້ງສະມາຄົມ

ໂດຍມີການແບ່ງໜ້າທີ່ກັນຮັບຜິດຊອບ ເກັບກຳສະພາບຂອງຢາງພາລາ  ເບື້ອງຕົ້ນອາດຈະຄັດເລືອກເອົາຜູ້ທີ່ມີ

ເງື່ອນໄຂກ່ອນ ຫຼັງຈາກນັ້ນຈຶ່ງໃຫ້ສະມາຊິກ ເປັນຜູ້ປ່ອນບັດເອົາ ໂດຍມີການປະຊຸມປຶກສາຫາລືບັນຫາຕ່າງໆ ເພື່ອ

ເປັນເສນາທິການໃຫ້ພາກລັດ ນຳເອົາບັນຫາຄວາມຫຍຸ້ງຍາກ ແລະ ຄວາມສາມາດໄປເຈລະຈາເປີດການຄ້າກັບປະ

ເທດຄູ່ຄ້າ.

 

ທ່ານ ຢາງລື ກົງຈີ ອຳນວຍການ ບໍລິສັດ ສົ່ງເສີມກະສິກຳຂາອອກ-ຂາເຂົ້າ ຈຳກັດ ໄດ້ໃຫ້ສຳພາດວ່າ: ການສ້າງຕັ້ງ

ສະມາຄົມ ແມ່ນຈະສົ່ງຜົນດີຫຼາຍດ້ານ ໂດຍສະເພາະພາກລັດກໍຈະຮັບຮູ້ສະພາບຂອງຢາງພາລາພາຍໃນປະເທດ,

ພ້ອມດຽວກັນ ກໍສາມາດນຳໄປຕໍ່ລອງກ່ຽວກັບບັນຫາຄວາມປັ່ນປ່ວນຂອງລາຄາຢາງຢູ່ຕະຫຼາດໂລກ, ເນື່ອງຈາກ

ວ່າລາຄາຢາງຕົກຕ່ຳເທົ່າໃດ ຍິ່ງສົ່ງຜົນກະທົບຕໍ່ຊາວສວນຢາງ ແລະ ບໍລິສັດເກັບຊື້ຢາງຢູ່ພາຍໃນປະເທດ ເພາະວ່າ

ຕະຫຼາດຢາງຂອງລາວ ແມ່ນສົ່ງອອກໄປ ສປ ຈີນ ຂະນະທີ່ສິ່ງທ້າທາຍ ແລະ ອຸປະສັກ ທີ່ເຮັດໃຫ້ການສົ່ງອອກຢາງ

ພາລາພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າສິນຄ້າຢາງພາລາ ເປັນສິນຄ້າໃໝ່ສຳລັບປະເທດເຮົາ ຢາງພາລາຍັງບໍ່ທັນ

ໄດ້ລະບຸໄວ້ໃນສັນຍາສິນຄ້າທີ່ຈະນຳເຂົ້າໄປ ສປ ຈີນ ເຮັດໃຫ້ຢາງພາລາຕ້ອງໄດ້ຮັບໂກຕ້າ ອະນຸຍາດຈາກ ສປ ຈີນ

ກ່ອນ ຈຶ່ງຈະນຳເຂົ້າໄດ້.

 

ທ່ານກ່າວອີກວ່າ: ໃນປີ ໜຶ່ງຈະໄດ້ຮັບໂກຕ້າຢູ່ 2 ຄັ້ງ  (ຍົກເວັ້ນພາສີ) ແລະ ຈຳນວນໂກຕ້າດັ່ງກ່າວມີຈຳກັດຜ່ານມາ

ການສົ່ງຢາງພາລາລາວ ເຂົ້າ ສປ ຈີນ ບໍ່ຕໍ່ເນື່ອງ ຜູ້ປະກອບການລໍຖ້າໂກຕ້າ ຖ້າບໍ່ມີໂກຕ້າກໍຕ້ອງໄດ້ເສຍພາສີນຳ

ເຂົ້າໄປຈີນເຖິງ 24% ຂອງຕົ້ນທຶນ ຊຶ່ງເຮັດໃຫ້ສິນຄ້າຢາງພາລາຂອງລາວພົບຄວາມຫຍຸ້ງຍາກ ຖ້າບໍ່ມີແນວທາງ

ແກ້ໄຂ.

 

ທ່ານຍັງຍົກໃຫ້ເຫັນ ຄວາມເອົາໃຈໃສ່ຂອງປະເທດເພື່ອນບ້ານວ່າ: ສຳລັບໄທ ແມ່ນສົ່ງອອກຢາງພາລາໄປຈີນພາຍ

ໃຕ້ສັນຍາການຄ້າລະຫວ່າງປະເທດ ຍົກເວັ້ນພາສີ ແລະ ປະເທດຫວຽດນາມການສົ່ງອອກຢາງພາລາໄປຈີນ ພາຍ

ໃຕ້ສັນຍາການຄ້າລຫວ່າງປະເທດ ແຕ່ໄດ້ເສຍພາສີ 5%.

 

ທ່ານ ບີລີ ເຢຍເຊັງ ຫົວໜ້າຂະແໜງແຜນການ ແລະ ສະຖິຕິ, ພະແນກອຸດສາຫະກຳ ແລະ ການຄ້າແຂວງນ້ຳທາ

ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການສົ່ງອອກຢາງພາລາຂອງລາວໄປຈີນ ຍັງໄດ້ປະຕິບັດຕາມໂກຕ້າ ທີ່ທາງການ

ຈີນອະນຸຍາດໃຫ້ ຊຶ່ງປະຈຸບັນຜົນຜະລິດມີຫຼາຍກ່ວາໂກຕ້າທີ່ອະນຸຍາດ ຈຶ່ງເຮັດໃຫ້ຢາງພາລາຂອງລາວບໍ່ສາມາດສົ່ງ

ອອກ ໄປຈີນໄດ້ ຖ້າຫາກສົ່ງອອກໄປກໍຈະຄິດໄລ່ຄ່າພາສນຳເຂົ້າ ໃນລາຄາທີ່ສູງພ້ອມກັນນັ້ນກໍຮຽກຮ້ອງໃຫ້ມີການ

ຈັດຕັ້ງ, ຮວມຕົວກັນແບບເປັນກຸ່ມ ຫຼື ສະມາຄົມຜູ້ປູກຢາງພາລາຂຶ້ນ, ເພື່ອສ້າງຂະບວນການຈັດຕັ້ງທີ່ແບ່ງເປັນ

ຄວາມຮັບຜິດຊອບ ເບິ່ງຜົນປະໂຫຍດໃຫ້ແກ່ຜູ້ຜະລິດບໍລິສັດເກັບຊື້  ແລະ ລາຍຮັບໃຫ້ພາກລັດ ແລະ ວຽກອື່ນໆ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...