spot_img
Homeຂ່າວພາຍ​ໃນສປ ຈີນ ​ຄອງ​ອັນ​ດັບ​ໜຶ່ງ​ດ້ານ​ການ​ລົງທຶນ​ໃນ ສປປ ລາວ!

ສປ ຈີນ ​ຄອງ​ອັນ​ດັບ​ໜຶ່ງ​ດ້ານ​ການ​ລົງທຶນ​ໃນ ສປປ ລາວ!

Published on

 

ໃນໂຄງການ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດຢູ່ ສປປ ລາວ ທີ່ມີທັງໝົດ 4.500 ​ໂຄງການ ລວມມູນ​ຄ່າ​ 25.000

ຕື້​ກວ່າໂດ​ລາ​ສະ​ຫະ​ລັດ ​ຈາກ 53 ປະ​ເທດ ຢູ່​ໃນ 15 ຂະ​​ແໜງ​ການ, ໃນນັ້ນ ສປ ຈີນ ເປັນປະເທດທີ່ມີການລົງທຶນຫລາຍ

ກວ່າໝູ່ ແລະ ຄອງອັນດັບທີ 1 ດ້ານການລົງທຶນໃນລາວ, ຖັດມາແມ່ນ ສສ ຫວຽດນາມ ແລະ ປະເທດໄທ.

 

ທ່ານ ດຣ ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​​ແຜນການ ​ແລະ ການ​ລົງທຶນ ກ່າວ​ຕໍ່​ກອງ​ປະຊຸມ

“ທຸລະ​ກິດ​ການ​ຄ້າ ​ແລະ ການ​ລົງທຶນ” ທີ່​ງານ​ວາງສະ​​ແດງສິນຄ້າຈີນ-ອາ​ຊຽນ  ຄັ້ງທີ 11 (CAEXPO 11th) ທີ່​ໜານ​ໜີງ

ສປ ຈີນ ​ໃນ​ວັນ​ທີ 17 ເດືອນກັນຍາ ປີ 2014 ວ່າ: “ສະພາບ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ ສປປ ລາວ ​​ໂດ​ຍລວມ​ແລ້ວ

​ໃນ​ແຕ່ລະ​ປີ​ມີທ່າອ່ຽງເພີ່ມ​ຂຶ້ນຢ່າງຕໍ່​ເນື່ອງ ພາຍຫລັງ​ທີ່​ມີ​ການ​ເປີດ​ກວ້າງ​ເສດຖະກິດ ​ເລີ່ມ​ແຕ່​ມີ​ກົດໝາຍ​ສົ່ງ​​ເສີມ

​ການ​ລົງທຶນ​ຕ່າງປະ​ເທດ​ສະບັບ​ປີ 1988 ​ເປັນຕົ້ນມາ. ປັດຈຸບັນ ​ມີ​ໂຄງການ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ

4.500 ​ໂຄງການ ມີ​ມູນ​ຄ່າ​ທັງ​ໝົດ 25.281 ຕື້​ໂດ​ລາ​ສະ​ຫາ​ລັດ ມາ​ຈາກ 53 ປະ​ເທດ ຢູ່​ໃນ 15 ຂະ​​ແໜງ​ການ​ຫລັກ​ເປັນ

ຕົ້ນ: ຂະ​ແໜງ​ບໍ່​ແຮ່, ພະລັງງານ​ໄຟຟ້າ, ກະສິກໍາ, ບໍລິການ ​ແລະ ອື່ນໆ ​ເຊິ່ງ​ໃນ​ນັ້ນ 6  ປະ​ເທດ​ທີ່​ມີ​ການ​ລົງທຶນ​ຫລາຍ​

ກວ່າ​ໝູ່​​ໄດ້​ແກ່ ສ​ປ ຈີນ, ສສ ຫວຽດນາມ, ​​ໄທ, ສ ​ເກົາຫລີ, ຝຣັ່ງ ​ແລະ ປະ​ເທດ​ຍີ່​ປຸ່ນ.

 

ສໍາລັບ​ການ​ລົງທຶນ​ຂອງ ສປ ຈີນ ມີ​ທ່າ​ກ້າວ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ເປັນອັນ​ດັບ​ໜຶ່ງ​ນັບແຕ່​ປີ 2008 ມາ​ຮອດ​ປັດ

ຈຸບັນ​ ສາມາດ​ສັງ​ລວມ​ໄດ້​ທັງ​ໝົດ 755 ​ໂຄງການ ມີ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 6.501 ຕື້​ໂດ​ສະ​ຫະ​ລັດ ​ໃນ 14 ຂະ​ແໜງ​

ການ​ໃນ​ທົ່ວ​ປະ​ເທດ, ​ກິດຈະການ​ການ​ລົງທຶນ​ທີ່​ໄດ້​ຮັບ​ຄວາມສົນ​ໃຈ​ກວ່າ​ໝູ່​ແມ່ນ ຂະ​ແໜງ​ພະລັງງານໄຟຟ້າ​ນໍ້າຕົກ,

ກະສິກໍາ, ອຸດສາຫະກໍາ, ຫັດຖະ​ກໍາ, ​ການ​ບໍລິການ ​ແລະ ອື່ນໆ”.

 

ທ່ານ ດຣ. ບຸນທະວີ ສີສຸພັນທອງ ກ່າວຕື່ມວ່າ: “ເວົ້າສະ​ເພາະ​ການ​ພັດທະນາ​​ເຂດເສດ ຖະກິດ​ພິ​ເສດ ​ແລະ ​ເຂດ​ເສດ

ຖະກິດ​ສະ​ເພາະ ຢູ່ ສປປ ລາວ ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ ເປັນ​ສັນຍານ​ເຮັດ​ໃຫ້​ບັນດາ​ນັກ​ລົງທຶນ​ຫັນ​ມາ​ສົນ​ໃຈ

ຫລາຍ​ຂຶ້ນ ​ເຫັນ​ໄດ້​ຈາກ​ການ​ພັດທະນາ​ໃນ​ເຂດ​ດັ່ງກ່າວມີການສ້າງ​ເສັ້ນທາງ, ໄຟຟ້າ​, ນໍ້າ​ປະປາ, ຄົມມະນາຄົມ, ​ອາຄານ​

ສະຖານ​ທີ່ ສ້າງ​ວຽກ​ເຮັດ​ງານ​ທໍາ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເປັນ​ການ​ສ້າງ​ໜໍ່​ແໜງຫັນ​ເປັນ​ອຸດສາຫະ ກໍາ​ທີ່​ທັນ​ສະ​ໄໝ, ຫັນ

​ດິນ​ເປັນ​ທຶນ ​ແລະ ນໍາ​ໃຊ້​ທ່າ​ແຮງ​ເສັ້ນທາງ​ຍຸດ​ທະ​ສາດ​ຂອງເສັ້ນທາງ​ເຊື່ອມ​ຈອດຕາ​ເວັນ​​ຕົກ ທັງ​ນີ້​ກໍ​ເພື່ອ​ແນໃສ່​ພັດ

ທະນາ​ໃຫ້​ ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​​ແລະ ດ້ອຍ​ພັດທະນາ ​ໃນ​ປີ 2020”.

 

ພາຍ​ໃນ​ກອງ​ປະຊຸມ​ໃນ​ຄັ້ງນີ້ ​ຝ່າຍ​ລາວ​ ຍັງໄດ້​​ນໍາ​ສະ​ເໜີ ​​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ການ ​ລົງທຶນ​ຂອງຕ່າງປະ​ເທດ​ໃນ

ສປປ ​ລາວ ແລະ ການ​ພັດທະນາ​ເຂດ​ສາມ​ຫລ່ຽມຄໍາ ​ແຂວງ​ບໍ່​ແກ້ວ ພ້ອມ​ທັງເປີດ​ໂອກາດ​ໃຫ້​ບັນດາ​ຜູ້​ເຂົ້າຮ່ວມ​ກອງ​

ປະຊຸມ​ໄດ້​ ແລກປ່ຽນຄຳຄິດຄຳເຫັນ ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ລົງທຶນ​ຂອງ ສປ ຈີນ ​ເປັນ​ຈໍານວນ​ຫລວງ

​ຫລາຍ.

 

​ເປັນ​ກຽດ​ເຂົ້າຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງນີ້​ມີ​ທ່ານ ຫວັງ ​ເຢຍເຝີ​ຍ ຮອງ​ຫົວໜ້າ​ຄະ​ນະ​ກໍາມາ​ທິການ​ສະພາ​ແຂວງ​ກວາງຊີ

ສປ ຈີນ, ບັນດາ​ທ່ານ​ຄະນະ​ຜູ້​ແທນ​ຈາກ ສປປ ລາວ ແລະ ​ນັກ​ລົງທຶນຈາກ ສປ ຈີນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...