Homeຂ່າວຕ່າງປະເທດດູໄບ ຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ!

ດູໄບ ຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ!

Published on

 

ດູໄບ ກຳລັງຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ ຄິດເປັນ 75.77% ຂອງປະຊາກອນທັງໝົດ.

 

ໃນວັນທີ 18 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ດູໄບກຳລັງປະເຊີນກັບສະພາວະຂາດຄວາມ

ສົມດູນທາງເພດຂອງປະຊາກອນຢ່າງໜັກ ເມື່ອຜົນຈາກການລາຍງານຂອງສູນສະຖິຕິດູໄບ ອອກມາເມື່ອອາທິດທີ່

ແລ້ວໄດ້ຊີ້ໃຫ້ເຫັນວ່າ ດູໄບມີປະຊາກອນຊາຍຫລາຍກ່ວາປະຊາກອນຍິງເຖິງ 3 ເທົ່າ ກວມເອົາ 75.77% ຂອງປະຊາກອນ

ທັງໝົດ ຫລື ຄິດເປັນຈຳນວນ 2.2 ລ້ານຄົນ ໃນຂະນະທີ່ຜູ້ຍິງແມ່ນກວມເອົາພຽງແຕ່ 24.23% ເທົ່ານັ້ນ.

 

ສາເຫດຫລັກຂອງການທີ່ດູໄບມີຜູ້ຊາຍອາໄສຢູ່ຫລາຍນັ້ນ ແມ່ນເກີດມາຈາກແຮງງານຕ່າງດ້າວ ເຊິ່ງເປັນເພດຊາຍ

ໂດຍສ່ວນໃຫຍ່ ໄດ້ຫລັ່ງໄຫລກັນເຂົ້າມາເຮັດວຽກຢູ່ດູໄບ ໂດຍສະເພາະແມ່ນແຮງງານຊາວຟິລິບປິນ ເຊິ່ງມີຈຳນວນ

ຫລາຍເປັນອັນດັບຕົ້ນໆ ຂອງບັນດາແຮງງານຕ່າງດ້າວທີ່ມີຢູ່ໃນດູໄບ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...