Homeຂ່າວພາຍ​ໃນລາວມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ຄສຄຊ ສະເໜີ 6 ບັນຫາທີ່ຕ້ອງເລັ່ງແກ້ໄຂ

ລາວມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ຄສຄຊ ສະເໜີ 6 ບັນຫາທີ່ຕ້ອງເລັ່ງແກ້ໄຂ

Published on

ເສດຖະກິດຂອງປະເທດລາວ ໃນປີນີ້, ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ. ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ: ສາເຫດຫຼັກມາຈາກຜົນກະທົບນອກຕົວ ທີ່ເກີດຈາກໄພທຳມະຊາດ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄືເສດຖະກິດຂອງປະເທດຂາດດຸນຕໍ່ເນື່ອງຫຼາຍປີ ຈິ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດໃຫ້ ສປປ ລາວເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດລາວປັດຈຸບັນຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ອັນນາລ໊ອກ (Analog) ບໍ່ທັນຫັນປ່ຽນໄປເປັນໂຄງສ້າງເສດຖະກິດ ດິຈິຕອລ.

ຈາກ ສະພາບອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດລົງດັ່ງກ່າວ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໄດ້ສະເໜີໃນທີ່ກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນໃນວັນທີ 30 ຕຸລາ 2018 ໂດຍສະເໜີໃຫ້ພາກລັດຄວນມີມາດຕະການຕົວຈິງ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ແກ້ໄຂບັນຫາໂຄງສ້າງເສດຖະກິດ ເພື່ອຮັບປະກັນການພັດທະນາໄວ ແລະ ຍືນຍົງ ໂດຍເນັ້ນ 6 ບັນຫາທີ່ຄວນເອົາໃຈໃສ່ດັ່ງນີ້:

  1. ຕ້ອງຕັດສິນໃຈແກ້ໄຂໜີ້ສິນທີ່ຄຸມເຄືອແກ່ຍາວລະຫວ່າງລັກກັບທຸລະກິດ ແລະ ທຸລະກິດກັັບທະນາຄານ.
  2. ຕ້ອງຈັດຫາເມັດເງິນໃໝ່ ເພື່ອເພີ່ມສະພາບຄ່ອງໃຫ້ແກ່ທະນາຄານ ໄດ້ພ້ອມກັບການປັບອັດຕາດອກເບ້ຍ ແລະ ເງື່ອນໄຂກູ້ຢືມເພື່ອອຳນວຍໃຫ້ທຸລະກິດສາມາດຟື້ນຕົວ ແລະ ເກີດໃໝ່ໄດ້.
  3. ມີນະໂຍບາຍສະໜັບສະໜູນດ້ານເງິນທຶນ ແລະ ນະໂຍບາຍພາສີ-ອາກອນຕໍ່ປະເພດທຸລະກິດທີ່ລັດຖະບານສົ່ງເສີມເຊັ່ນ: ທຸລະກິດທີ່ນຳໃຊ້ເຕັກນິກ-ເຕັກໂນໂລຊີໃໝ່ ຮວມທັງທຸລະກິດທີ່ນຳໃຊ້ເສດຖະກິດິຈີຕອລ, ທຸລະກິດນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ນຳໃຊ້ພະລັງງານຢ່າງປະຢັດ ແລະ ຮັກສາສິ່ງແວດລ້ອມ.
  4. ແກ້ໄຂຂັ້ນຕອນຂໍອະນຸຍາດລົງທຶນ (ພາຍໃນ ແລະ ຕ່າງປະເທດ) ໃຫ້ໄວກວ່າເກົ່າ.
  5. ແກ້ໄຂລະບຽບການນຳເຂົ້າ – ສົ່ງອອກສິນຄ້າ ແລະ ຫຼຸດຜ່ອນຂັ້ນຂອດການຈ່າຍຄ່າທຳນຽມຕ່າງໆ.
  6. ຮັບປະກັນການປະຕິບັດລະບຽບກດໝາຍ ແລະ ພັນທະສັນຍາຕ່າງໆທີ່ໄດ້ລົງນາມແລ້ວ ເພື່ອສ້າງຄວາມເຊື່ອໝັ້້ນໃຫ້ແກ່ນັກລົງທຶນ ແລະ ຜູ່ປະກອບການພາຍໃນ ແລະ ຕ່າງປະເທດ.

ສ່ວນບັນຫາທີ່ຄວນປັບປຸງ ເພື່ອການຜ່ອນຄາຍຄວາມຫຍຸ້ງຍາກ ແລະ ເພື່ອອານາຄົດທີ່ດີກວ່າ ໃນການດຳເນີນທຸລະກິດ ສຳລັບພາກທຸລະກິດຄວນເອົາໃຈໃສ່ຕື່ມຄື:

  1. ຕ້ອງສຶກສາຄົ້ນຄວ້າ ແລະ ວິເຄາະສະພາບການດຳເນີນທຸລະກິດໃນໄລຍະຜ່ານມາຢ່າງພາວະວິໄສ ເພື່ອໃຫ້ເຫັນໄດ້ສະພາບແວດລ້ອມ, ຈຸດແຂງ-ຈຸດອ່ອນ, ກາລະໂອກາດ-ສິ່ງທ້າທາຍ ແລະ ທາງອອກໃໝ່ຂອງການດຳເນີນທຸລະກິດ.
  2. ຄົ້ນຄວ້າປັບປຸງຍຸດທະສາດ ແລະ ຍຸດໂທບາຍຂອງບໍລິສັດແຕ່ລະໄລຍະ, ປັບປຸງການບໍລິຫານຈັດການ, ປັບປຸງເຕັກນິກ-ເຕັກໂນໂລຊີ, ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ, ປັບປຸງດ້ານການຕະລາດ ແລະ ຄູ່ຮ່ວມທຸລະກິດ.
  3. ໝັ່ນສຶກສາຮຽນຮູ້ສິ່ງໃໝ່ໆ ແລະ ໝັ່ນສຶກສາສະພາວະຄວາມເປັນຈິງແຕ່ລະໄລຍະ ເພື່ອປັບທິດທາງຂອງບໍລິສັດໃຫ້ທັນເວລາ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...