spot_img
Homeຂ່າວພາຍ​ໃນທຫລ ເກັບຄ່າທຳນຽມມອບເງິນສົດເງິນຕາຕ່າງປະເທດປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ

ທຫລ ເກັບຄ່າທຳນຽມມອບເງິນສົດເງິນຕາຕ່າງປະເທດປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ

Published on

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການວ່າດ້ວຍການເກັບຄ່າທຳນຽມມອບເງິນສົດ ເງິນຕາຕ່າງປະເທດປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບ ຢູ່ທະນາຄານແຫ່ງ ສປປ ລາວ ອອກ 2 ສະບັບ, ເຊິ່ງສະບັບທຳອິດແມ່ນສະບັບເລກທີ 450/ທຫລ, ລົງວັນທີ 05 ຕຸລາ 2018 ແລະ ສະບັບທີສອງແມ່ນສະບັບເລກທີ 381/ຫກ, ລົງວັນທີ 30 ຕຸລາ 2018.

ແຈ້ງການສອງສະບັບນີ້, ໄດ້ກຳນົດມາດຕະຖານກ່ຽວກັບການເກັບຄ່າທຳນຽມຮັບເງິນສົດປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບຂອງສະກຸນເງິນຕາຕ່າງປະເທດຢູ່ທະນາຄານແຫ່ງ ສປປລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບໃນທົ່ວລະບົບທະນາຄານ.

ມາດຖານປະເພດເງິນໃບນ້ອຍ ແລະ ເສື່ອມຄຸນນະພາບ ຂອງສະກຸນເງິນຕາຕ່າງປະເທດມີດັ່ງນີ້: ມາດຖານປະເພດເງິນໃບນ້ອຍ ສະກຸນເງິນໂດລານັບແຕ່ປະເພດໃບ 1-20 ໂດລາ, ສະກຸນເງິນບາດ ນັບແຕ່ປະເພດໃບ 20-100 ບາດ.

ເງິນສົດທີ່ນຳມາມອບຕ້ອງເປັນຕັບ (ຄົບ 100 ໃບ), ເປັນໂຄ້ນ (ຄົບ 1000 ໃບ) ຕ້ອງເປັນເງິນປະເພດດຽວກັນ ແລະ ແຍກເງິນເສື່ອມຄຸນນະພາບຕາມມາດຖານທີ່ກຳນົດໄວ້ ເພື່ອສະດວກໃນການກວດນັບ.

ມາດຖານເງິນເສື່ອມຄຸນນະພາບຈະແຍກອອກເປັນ 2 ມາດຖານຄື: ເງິນເສື່ອມຄຸນນະພາບທີ່ສາມາດປ່ຽນໄດ້ ແລະ ເງິນເສື່ອມຄຸນນະພາບທີ່ບໍ່ສາມາດປ່ຽນໄດ້

ລະດັບເງິນເສື່ອມຄຸນນະພາບທີ່ສາມາດຮັບໄດ້ຈະແບ່ງອອກເປັນ 3 ລະດັບຄື:

  • ລະດັບ 20% ລົງມາ ແມ່ນທີ່ມີສະພາບເປັນເງິນເກົ່າ, ເປື້ອນ, ພັບ, ຫຍໍ່ ແລະ ຖືກສີ ພຽງເລັກໜ້ອຍ;
  • ລະດັບ 40% ລົງມາ ແມ່ນເງິນທີ່ມີສະພາບເປັນເງິນເກົ່າ, ເປື້ອນ, ຂາດແວ່ງ ທີ່ມີສ່ວນໃດສ່ວນໜຶ່ງເສຍໄປ, ຕິດສະກ໋ອດ, ຖືກຈ້ຳກາ, ສີຈືດຈາງ ທີ່ຖືກຈາກການຊັກຟອກ ຫຼື ຖືກສານເຄມີ;
  • ລະດັບ 60% ລົງມາ ແມ່ນເງິນທີ່ມີສະພາບເກົ່າ, ເປື້ອນ ທີ່ເບິ່ງບໍ່ເຫັນຄຸນລັກສະນະຂອງເງິນຢ່າງບໍ່ຈະແຈ້ງ, ຖືກຕັດ ລື ຂາດເປັນສອງທ່ອນແນວຕັ້ງທີ່ນຳມາປະກອບເຂົ້າກັນເປັນເງິນທີ່ສົມບູນ ແລະ ຖືກສີຢາຍເປັນຈຸດທົ່ວໃບເງິນ.

ລະດັບເງິນເສື່ອມຄຸນນະພາບທີ່ບໍ່ສາມາດຮັບໄດ້ແມ່ນເງິນໃນລະດັບ 61% ຂຶ້ນໄປທີ່ມີສະພາບເປັນເງິນຖືກເຈາະຮູ ຫຼື ຂີດຂຽນ ໂດຍເຈດຕະນາ, ຖືກຕັດ ຫຼື ຂາດເປັນທ່ອນແນວນອນ, ຂາດຈາກມຸມໜຶ່ງໄປຫາອີກມຸມໜຶ່ງ, ຂາດເປັນຫຼາຍຊີ້ນສ່ວນ, ຂາດບໍ່ຮອດເຄິ່ງໜຶ່ງ ຫຼື ຂາດກາຍເຄິ່ງໜຶ່ງທີ່ມີແຕ່ສ່ວນດຽວ, ຖືກສີທົ່ວໃບເງິນ, ປວກກັດ ຫຼື ຖືກໄຟໄໝ້.

ທະນາຄານແຫ່ງ ສປປ ລາວຈະເກັບຄ່າທຳນຽມຮັບເງິນປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບດັ່ງນີ້: ເງິນສະກຸນໂດລາປະເພດໃບ 1-20 ໂດລາ ເກັບຄ່າທຳນຽມ 1% ຂອງຈຳນວນເງິນທີ່ມາມອບຕົວຈິງ, ປະເພດເງິນໃບ 1-5 ໂດລາ ເກັບຄ່າທຳນຽມ 3% ຂອງຈຳນວນເງິນທີ່ມາມອບໃຫ້ຕົວຈິງ. ສະກຸນເງິນບາດປະເພດໃບ 100 ບາດ ເກັບຄ່າທຳນຽມ 0,5% ຂອງຈຳນວນເງິນມາມອບຕົວຈິງ, ປະເພດເງິນໃບ 20-50 ບາດ ເກັບຄ່າທຳນຽມ 1% ຂອງຈຳນວນເງິນທີ່ມາມອບຕົວຈິງ.

ສຳລັບການເກັບອັດຕາຄ່່າທຳນຽມເງິນເສື່ອມຄຸນນະພາບ ຈະແຍກອອກເປັນ 3 ລະດັບດັ່ງລຸ່ມນີ້:

  • ເງິນເສື່ອມຄຸນນະພາບລະດັບ 20% ລົງມາ ເກັບຄ່າທຳນຽມ 15% ຂອງເງິນທີ່ມາມອບຕົວຈິງ
  • ເງິນເສື່ອມຄຸນນະພາບລະດັບ 40% ລົງມາ ເກັບຄ່າທຳນຽມ 20% ຂອງເງິນທີ່ມາມອບຕົວຈິງ
  • ເງິນເສື່ອມຄຸນນະພາບລະດັບ 60% ລົງມາ ເກັບຄ່າທຳນຽມ 30% ຂອງເງິນທີ່ມາມອບຕົວຈິງ
  • ສຳລັບຄ່າທຳນຽມຮັບເງິນປະເພດໃບນ້ອຍ ແລະ ເງິນເສື່ອມຄຸນນະພາບແມ່ນຈະຖືກເກັບເປັນສະກຸນເງິນກີບ ໂດຍນຳໃຊ້ອັດຕາແລກປ່ຽນຂອງກົມບໍລິການທະນາຄານທີ່ປະກາດໃຊ້ໃນແຕ່ລະມື້

ທ່ານສາມາດເຂົ້າອ່ານຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊສ໌: www.bol.gov.la

 

 

ຮຽບຮຽບຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...