spot_img
Homeຂ່າວທ້ອງຖິ່ນລາຄານ້ຳມັນໂລກສູງຂຶ້ນ! ລັດຈຳເປັນຕ້ອງປັບລາຄານ້ຳມັນຂຶ້ນເພື່ອບໍ່ໃຫ້ກະທົບເສດຖະກິດຂອງປະເທດ

ລາຄານ້ຳມັນໂລກສູງຂຶ້ນ! ລັດຈຳເປັນຕ້ອງປັບລາຄານ້ຳມັນຂຶ້ນເພື່ອບໍ່ໃຫ້ກະທົບເສດຖະກິດຂອງປະເທດ

Published on

ການປັບຂຶ້ນລາຄານ້ຳມັນມັກເປັນທີ່ວິພາກວິຈານກັນໃນກຸ່ມຜູ້ຊົມໃຊ້ ແຕ່ກໍ່ມີຄວາມຈຳເປັນຕ້ອງປະຕິບັດຕາມກົນໄກຂອງສາກົນ ເນື່ອງຈາກການເໜັງຕີງ ຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ສປປ ລາວເອງຖືວ່ານໍາເຂົ້ານ້ຳມັນເຊື້ອໄຟ 100%. ສະນັ້ນ, ໃນເມື່ອລາຄາຕະຫຼາດໂລກເພີ່ມຂຶ້ນ ພາຍໃນປະເທດກໍ່ຈຳເປັນຕ້ອງໄດ້ປັບເພື່ອໃຫ້ແທດເໝາະ, ແຕ່ຖ້າຈະປັບຂຶ້ນແຮງບາດດຽວກໍ່ຈະມີຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດ ແຕ່ຖ້າບໍ່ປັບຜູ້ປະກອບການອາດຫຼຸດຜ່ອນການນໍາເຂົ້າ ເຊິ່ງຈະສົ່ງຜົນກະທົບກັບການຊົມໃຊ້ພາຍໃນໄດ້ ຫຼື ຮ້າຍແຮງໄປກວ່ານັ້ນ ເກີດການນຳເຂົ້ານອກລະບົບ ເຊິ່ງຈະເຮັດໃຫ້ລັດສູນເສຍລາຍຮັບເຂົ້າງົບປະມານ.

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈິ່ງໄດ້ຮ່ວມກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ກໍ່ຄືຜູ້ປະກອບການຄົ້ນຄວ້າ ແລະ ສະເໜີຂໍທິດຊີ້ນຳຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໂດຍຂໍປັບລາຄານ້ຳມັນແອັດຊັງພິເສດຂຶ້ນ 230 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ 200 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 200 ກີບຕໍ່ລິດ ເຊິ່ງທາງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນກໍ່ເຫັນດີ, ສະນັ້ນ ຈິ່ງມີການປັບລາຄານ້ຳມັນຂຶ້ນໃນເມື່ອວັນທີ 4 ຕຸລາ 2018 ທີ່ຜ່ານມາ.

ຕໍ່ກັບສະພາບການເໜັງຕີຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ທາງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຮຽກຮອງໃຫ້ປວງຊົນລາວຈົ່ງເຂົ້້າໃຈ ແລະ ຊ່ວຍກັນປະຢັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ ແລະ ຮຽກຮ້ອງມາຍັງຜູ່ນຳເຂົ້າ ກໍ່ຄືບັນດາທຸລະກິດປ້ຳຕົວແບບ ແລະ ປ້ຳຕົວແທນ ຢ່າໄດ້ສວາຍໂອກາດຂຶ້ນລາຄານ້ຳມັນຕາມລຳພັງໃຈ ແລະ ກັກຕຸນນ້ຳມັນເຊື້ອໄຟໄວ້ ໃນໄລຍະລາຄານ້ຳມັນເຊື້ອໄຟເໜັງຕີງສູງຂຶ້ນ ແລະ ຖ້າຫາກພົບເຫັນການສວາຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...