spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນ ຕິດໜີ້ 40 ຕື້ກີບ ຄ່າໄຟຟ້າເຍືອງທາງ

ນະຄອນຫຼວງວຽງຈັນ ຕິດໜີ້ 40 ຕື້ກີບ ຄ່າໄຟຟ້າເຍືອງທາງ

Published on

ນະຄອນຫລວງວຽງຈັນ ຍັງຕິດການຊໍາລະໜີ້ ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ຄ່າໄຟຟ້າເຍືອງທາງປະມານ 40 ຕື້ກີບ. ປັດຈຸບັນ, ຍັງບໍ່ທັນຮູ້ວ່າພາກສ່ວນໃດຈະເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍການຊຳລະໜີ້ດັ່ງກ່າວ, ໃນຂະນະທີ່ ຟຟລ ສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮ່ວມກັນປຶກສາຫາລືເພື່ອຫາວິທີແກ້ໄຂໂດຍໄວ.

ທ່ານ ຈັນສົມ ພິລາລົມ, ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: “ໃນໄລຍະ 7 ປີມາຜ່ານມາ, ນັບແຕ່ປີ 2002 ຫາ ເດືອນພຶດສະພາ 2018,  ລະບົບໄຟຟ້າເຍືອງທາງຢູ່ເສັ້ນທາງໃຫຍ່ທີ່ ຟຟລ ຄຸ້ມຄອງມີ 45 ເສັ້ນທາງ ແລະ ທາງຮ່ອມ 41 ເສັ້ນທາງ ແຕ່ຍັງມີອີກ 13 ເສັ້ນທາງທີ່ຂະຫຍາຍໃໝ່ທີ່ ຟຟລ ບໍ່ໄດ້ຮັບເຂົ້າໃນການຄຸ້ມຄອງ ຍ້ອນມີການພົວພັນເຖີງບັນຫາງົບປະມານໃຊ້ຈ່າຍໃນການບຳລຸງຮັກສາ. ເນື່ອງຈາກໄຟຟ້າດັ່ງກ່າວ ບໍ່ໄດ້ຂຶ້ນກັບ ຟຟລ ໂດຍກົງ ຈຶ່ງເຮັດໃຫ້ການເບິ່ງແຍງໄຟຟ້າເຍືອງທາງໃນສະຖານທີ່ດັ່ງກ່າວ ບໍ່ໄດ້ເສຍຄ່າໄຟ ເຊິ່ງມີພຽງການສ້ອມແປງ ແລະ ບໍາລຸງຮັກສາແບບສຸກເສີນເທົ່ານັ້ນ ເພາະຄ່າໄຟຟ້າເຍືອງທາງທີ່ຕ້ອງຈ່າຍໃນແຕ່ລະເດືອນ ສະເລ່ຍແລ້ວ 500-600 ລ້ານກີບ. ດ້ວຍເຫດນີ້, ແຕ່ປີ 2012 ເປັນຕົ້ນມາ ຈຶ່ງບໍ່ມີພາກສ່ວນໃດເຂົ້າມາຮັບຜິດຊອບຄ່າໃຊ້ຈ່າຍໃນການຊຳລະຄ່າໄຟຟ້າເຍືອງທາງໃນແຕ່ລະເດືອນ. ແນວໃດກໍຕາມ, ເພື່ອໃຫ້ໜີ້ຄ່າໄຟຟ້າເຍືອງທາງຈຳນວນດັ່ງກ່າວໄດ້ຮັບການແກ້ໄຂ, ຟຟລ ຈະໄດ້ຈັດກອງປະຊຸມຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການເງິນ ແລະ ທຸກພາກສ່ວນກ່ຽວຂ້ອງເພື່ອຊອກຫາທາງອອກຮ່ວມກັນຢ່າງເໝາະສົມໃຫ້ໄດ້ໂດຍໄວ ເພື່ອຮັບປະກັນໃຫ້ໄຟຟ້າເຍືອງທາງ ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນກ່ວາເກົ່າ”.

ເວລາດຽວກັນທ່ານໄດ້ກ່າວຢໍ້າຕື່ມວ່າ: “ເນື່ອງຈາກໄຟຟ້າເຍືອງທາງ ເປັນໄຟຟ້າສາທາລະນະ, ດັ່ງນັ້ນ ຖ້າຫາກຈະອາໄສແຕ່ ຟຟລ ສ້ອມແປງ ແລະ ບໍາລຸງຮັກສາພຽງຝ່າຍດຽວຄົງເປັນໄປໄດ້ຍາກ ເພາະມັນພົວພັນໂດຍກົງເຖີງການໃຊ້ຈ່າຍງົບປະມານຈຳນວນ ຫລາຍໃນແຕ່ລະເດືອນ. ດັ່ງນັ້ນ, ວິທີທາງທີ່ດີທີ່ສຸດຄື ບັນດາພາກສ່ວນທີ່ກ່ຽວຂ້ອງ ຕ້ອງເຂົ້າມາມີສ່ວນຮ່ວມນຳກັນ. ໃນໄລຍະຜ່ານມາ, ຟຟລ ໄດ້ຄົ້ນຄ້ວາປຶກສາຫາລືຊອກຫາວິທີແກ້ໄຂ ເພື່ອຮັບປະກັນບໍ່ໃຫ້ມີບັນຫາໜີ້ສິນຄ່າໄຟຟ້າດັ່ງກ່າວເກີດຂຶ້ນອີກໃນຕໍ່ໜ້າ ອາດຈະໃຊ້ວິທີການໃຫ້ປະຊາຊົນກໍຄື ຜູ້ຊົມໃຊ້ໄຟຟ້າໃນ ນະຄອນຫລວງວຽງຈັນ ເຂົ້າມາມີສ່ວນຮ່ວມດ້ວຍການຊ່ວຍຈ່າຍ ເງິນ 2.000-3.000 ກີບຕໍ່ບິນຕໍ່ລູກຄ້າ ເພື່ອຊຳລະຄ່າໄຟຟ້າເຍືອງທາງຮ່ວມກັນ.

ຢ່າງໃດກໍຕາມ, ບັນຫານີ້ຕ້ອງໄດ້ປຶກສາຫາລືຮ່ວມກັບອີກຫຼາຍຝ່າຍທີ່ກ່ຽວຂ້ອງຢ່າງລະອຽດຕື່ມອີກ; ສິ່ງສຳຄັນຕ້ອງໄດ້ຮັບການເຫັນດີອະນຸມັດຈາກລັດຖະບານ ແລະ ຜ່ານການຮັບຮອງຈາກສະພາແຫ່ງຊາດສາກ່ອນ ຈິ່ງສາມາດນຳໄປຈັດຕັ້ງປະຕິບັດໄດ້ ທັງນີ້ເພື່ອຫຼີກລ້ຽງບໍ່ໃຫ້ມີຫາງສຽງຈົ່ມວ່າ ຫຼື ຫາງສຽງວິພາກວິຈານຈາກສັງຄົມກໍຄື ຈາກຜູ້ຊົມໃຊ້ກະແສໄຟຟ້າທຸກຄົນໃນນະຄອນຫລວງວຽງຈັນ”.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຂ່າວຈາກ: Lao National Radio

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...