Homeຂ່າວທ້ອງຖິ່ນລັດຖະບານຈະຢຸດຕິການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊໃນອີກບໍ່ດົນນີ້

ລັດຖະບານຈະຢຸດຕິການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊໃນອີກບໍ່ດົນນີ້

Published on

ກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງທີ 6 ຄົ້ນຄ້ວາປຶກສາຫາລື ກ່ຽວກັບຮ່າງບົດຖະແຫຼງຂ່າວການປະກາດ ການຢຸດຕິຄົ້ນຫາຜູ້ສູນຫາຍຈາກສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື.

ວິທະຍຸກະຈາຍສຽງແຫ່ງຊາດລາວລາຍງານໃນວັນທີ 4 ຕຸລາ 2018ວ່າ ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງທີ 6 ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມບັນດາແຂກພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການສະຫລຸບຕີລາຄາຄືນສະພາບການແກ້ໄຂໄພພິບັດທີ່ເກີດຂຶ້ນທົ່ວປະເທດໃນໄລຍະຜ່ານມາ, ໂດຍຜ່ານການລາຍງານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ໂດຍສະເພາະຄວາມຄືບໜ້າໃນການກໍ່ສ້າງສູນພັກຊົ່ວຄາວຢູ່ຈຸດຕ່າງໆ ແລະ ການແຈກຢາຍສະບຽງອາຫານໃຫ້ປະຊາຊົນຜູ້ປະສົບໄພ, ຮວມເຖິງ ການຄົ້ນຄ້ວາກ່ຽວກັບການປະກອບຄະນະສະເພາະກິດໄປປະຈຳຢູ່ແຂວງ ອັດຕະປື ເພື່ອຊຸກຍູ້, ຕິດຕາມ ແລະ ຊ່ວຍເຫລືອການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອຊ່ວຍເຫລືອປະຊາຊົນຜູ້ປະສົບອຸທົກກະໄພທີ່ເມືອງ ສະໜາມໄຊ ຈົນກ່ວາ ແຂວງອັດຕະປື ຈະສາມາດມີຄວາມເຂັ້ມແຂງດ້ວຍຕົນເອງໄດ້.

ບັນດາຜູ້ເຂົ້າຮ່ວມທີ່ຕາງໜ້າມາຈາກທຸກຂະແໜງການທີ່ກ່ຽວຂ້ອງ ໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື ກ່ຽວກັບຮ່າງບົດຖະແຫຼງຂ່າວການປະກາດ, ການຢຸດຕິຊອກຫາຜູ້ສູນຫາຍຈາກສັນເຂື່ອນກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ເພື່ອໃຫ້ມີຄວາມສົມບູນທີ່ສຸດ ເຊິ່ງຈະໄດ້ມີການຖະແຫຼງການຕໍ່ສື່ມວນຊົນໃນໄວໆນີ້.

ອີງຕາມຂໍ້ມູນໃນຮ່າງບົດຖະແຫລງຂ່າວດັ່ງກ່າວ ໃຫ້ຮູ້ວ່າ ຂໍ້ມູນການສູນຫາຍຂອງປະຊາຊົນຜູ້ປະສົບໄພຢູ່ເມືອງ ສະໜາມໄຊ, ແຂວງອັດຕະປື, ໃນເບື້ອງຕົ້ນແມ່ນ 131 ຄົນ ແຕ່ຜ່ານການເຕົ້າໂຮມບ້ານ ແລະ ເກັບກຳສະຖິຕິຄືນໃໝ່ຂອງຄະນະກຳມະການກ່ຽວຂ້ອງ ເຫັນວ່າມີປະຊາຊົນ 66 ຄົນ ທີ່ໄປອາໃສຢູ່ບ່ອນອື່ນໃນໄລຍະເກີດເຫດ ແລະ ໄດ້ກັບຄືນມາແລ້ວ ຈິ່ງເຮັດໃຫ້ຕົວເລກຜູ້ສູນຫາຍຢ່າງເປັນທາງການແມ່ນ 65 ຄົນ, ໃນນີ້ ຄົ້ນພົບສົບຜູ່ເສຍຊີວິດແລ້ວ 34 ສົບ, ຈິ່ງເຮັດໃຫ້ຈຳນວນຜູ້ສູນຫາຍຕົວຈິງໃນປັດຈຸບັນ ຍັງເຫລືອ 31 ຄົນ. ນອກຈາກນີ້, ຍັງມີຜູ້ອົບພະຍົບຖືກບາດເຈັບໜັກຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ແລະ ມີຜູ້ເສຍຊີວິດຢູ່ໂຮງໝໍ ອີກ 6 ຄົນ. ດ້ວຍເຫດນີ້, ເມື່ອເອົາຕົວເລກຜູ້ເສຍຊີວິດຢູ່ໂຮງໝໍ 6 ຄົນ ມາລວມກັບ ຕົວເລກຜູ້ສູນຫາຍທີ່ເສຍຊີວິດ ແລະ ເກັບກູ້ສົບໄດ້ 34 ສົບ ຈິ່ງເຮັດໃຫ້ຈຳນວນຜູ້ເສຍຊີວິດ ລວມທັງໝົດ ແມ່ນ 40 ສົບ, ຍິງ 19 ສົບ.

ທ່ານປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດເນັ້ນໜັກແຂວງ ອັດຕະປື ຕ້ອງສືບຕໍ່ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບອຸທົກກະໄພທີ່ເມືອງສະໜາມໄຊ ໃຫ້ດີກ່ວາເກົ່າ, ເປັນຕົ້ນ ການຈັດສັນເຂດທຳການຜະລິດ, ການປ້ອງກັນການລະບາດຂອງພະຍາດ, ການວາງແຜນເຄື່ອນໄຫວຊີວິດປະຈຳວັນ, ການສືບຕໍ່ກໍ່ສ້າງທີ່ຢູ່ອາໃສທັງຊົ່ວຄາວ ແລະ ຖາວອນ ແລະ ອື່ນໆ  ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນ້ຳມັດ

ແຫຼ່ງຂ່າວ ແລະ ຮູບປະກອບ: ບຸນຕຽງ ຈັນທະວົງ (Lao National Radio)

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...