spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ ເນັ້ນ ທຫລ ສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ

ຮອງນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ ເນັ້ນ ທຫລ ສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ

Published on

 

ກອງປະຊຸມສາພາບໍລິຫານ ທະນາຄານແຫ່ງ ສປປ ລາວ ສະ ໄໝສາມັນຄັ້ງທີ I ປະຈຳປີ 2014 ໄດ້ສຳເລັດລົງໃນວັນທີ

10 ກັນຍາຜ່ານມາ, ເຊິ່ງໄດ້ດຳເນີນມາເປັນເວລາເຄິ່ງວັນ ທີ່ຫ້ອງປະຊຸມທະນາຄານ ແຫ່ງ ສປປ ລາວ, ພາຍໃຕ້ການ

ເປັນປະທານຂອງ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ປະທານສະພາບໍລິຫານທະນາຄານ

ແຫ່ງ ສປປ ລາວ ມີບັນດາຮອງປະທານ, ຄະນະກຳມະການສະພາບໍລິຫານ ແລະ ບັນດາຄະນະກົມກ່ຽວຂ້ອງຈຳນວນ

ໜຶ່ງເຂົ້າຮ່ວມ, ເຊິ່ງກອງປະຊຸມເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ໃຫ້ໝັ້ນທ່ຽງ, ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບໜຶ່ງຕົວເລກ, ຄັງສຳຮອງເງິນຕາຕ່າງປະເທດໃຫ້ກຸ້ມການນຳເຂົ້າ 5 ເດືອນ

ແລະ ຄວບຄຸມການເພີ່ມຂຶ້ນຂອງປະລິມານເງິນໃຫ້ຢູ່ໃນລະດັບ 24% ຕໍ່ປີ.

 

ກອງປະຊຸມໄດ້ມີການຄົ້ນຄວ້າ ແລະ ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານທະນາຄານແຫ່ງ ສປປ ລາວ

ປະຈຳປີ 2013 ແລະ ແຜນການປີ 2014, ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງທະນາຄານແຫ່ງ

ສປປ ລາວ (ສະບັບປັບປຸງ), ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການຈັດຕັ້ງປະຕິບັດແຜນເງິນຕາໃນປີ 2013, ເຊິ່ງ

ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງປະຕິບັດໃນບັນຍາກາດທີ່ສະພາບຂອງສາກົນ, ພາກພື້ນ ແລະ ພາຍໃນບໍ່ເອື້ອ

ອຳນວຍ, ໂດຍສະເພາະບັນຫາລາຄານ້ຳມັນ, ລາຄາຄຳ, ອັດຕາແລກປ່ຽນໃນຕະຫລາດໂລກມີຄວາມຜັນຜວນ ແລະ

ຢູ່ພາຍໃນປະເທດເຮົາກໍມີບັນຫາຄວາມບໍ່ຄ່ອງຕົວຂອງງົບປະມານ ແລະ ໜີ້ສິນຄຸມເຄືອຈາກການລົງທຶນຂອງລັດ,

ແຕ່ເຖິງຢ່າງໃດກໍຕາມ ທະນາຄານແຫ່ງ ສປປ ລາວ ກໍ ໄດ້ອົາໃຈໃສ່ຈັດຕັ້ງປະຕິບັດແຜນເງິນຕາທີ່ກຳນົດໄວ້ສາມາດ

ຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງຍາວນານ ດ້ວຍມາດຕະການດ້ານເງິນຕາໂດຍສະເພາະ, ນອກນີ້

ທະນາຄານ ແຫ່ງ ສປປ ລາວ ຍັງໄດ້ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ, ການປະຕິບັດແຜນການກໍ່ສ້າງພື້ນຖານ

ໂຄງລ່າງ ແລະ ປະກອບວັດຖຸເຕັກນິກປີ 2013 ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

 

ກອງປະຊຸມ, ໄດ້ຜ່ານທິດທາງແຜນການເຄື່ອນໄຫວວຽກງານທະນາຄານປີ 2014, ເຊິ່ງ ທະນາຄານ ແຫ່ງ ສປປ ລາວ

ຍັງຈະສືບຕໍ່ສູ້ຊົນຮັກສາລະດັບອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບໜຶ່ງຕົວເລກ ແລະ ຕ່ຳກວ່າການຂະຫຍາຍຕົວຂອງເສດ

ຖະກິດ, ອັດຕາແລກປ່ຽນມີຄວາມສະຫງົບ, ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ 5 ເດືອນ ຂຶ້ນໄປ, ຄວບ

ຄຸມການເພີ່ມຂຶ້ນຂອງປະລິມານເງິນ M2 ໃຫ້ຢູ່ໃນລະດັບ 24% ຕໍ່ປີ ແລະ ຍັງສືບຕໍ່ຈັດຕັ້ງປະຕິບັດແຜນການກໍ່ສ້າງພື້ນ

ຖານໂຄງລ່າງ 3 ໂຄງການ, ປະກອບວັດຖຸເຕັກນິກ 6 ໂຄງການ,ຈາກນັ້ນກອງປະຊຸມຍັງໄດ້ມີການປຶກສາຫາລື, ປະກອບ

ຄຳຄິດຄຳເຫັນຢ່າງກົງໄປກົງມາ ຈາກບັນດາທ່ານຄະນະກຳມະການສະພາບໍລິຫານແນໃສ່ປະກອບສ່ວນເຂົ້າໃນການພັດ

ທະນາລະບົບທະນາຄານ ໃຫ້ມີຄວາມເຕີບໃຫຍ່ ແລະ ທັນສະໄໝເປັນກ້າວໆ.

 

ທ່ານຮອງນາຍົກລັດຖະມົນຕີ,ປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຊີ້ນຳ-ນຳພາ

ຂອງສະຫາຍຄະນະພັກ-ຄະນະຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍຕ່າງໆ

ເພື່ອ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແລະ ຄວາມເຂັ້ມແຂງຂອງລະບົບທະນາຄານ, ສະຖາບັນການເງິນໃຫ້

ໝັ້ນທ່ຽງ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆດ້ວຍຄວາມຮັບຜິດຊອບສູງ ຊຶ່ງໄດ້ນຳໄປສູ່ຜົນສຳເລັດໃນລະດັບອັນແນ່

ນອນ ແລະ ໃນໂອກາດດຽວກັນນັ້ນ ທ່ານປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຜູ້ແທນຂອງ

ກອງປະຊຸມຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ອອກເປັນແຜນງານ-ໂຄງການອັນລະອຽດ ແລະ ຈັດຕັ້ງ

ເຊື່ອມຊຶມໃຫ້ເປັນເອກະພາບ ໃນທົ່ວຂະແໜງການທະນາຄານ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...