Homeຂ່າວຕ່າງປະເທດເສັ້ນທາງສູ່ການເປັນບໍລິສັດທີ່ມີມູນຄ່າລ້ານລ້ານຂອງ Apple

ເສັ້ນທາງສູ່ການເປັນບໍລິສັດທີ່ມີມູນຄ່າລ້ານລ້ານຂອງ Apple

Published on

Apple ບໍລິສັດທີ່ຕັ້ງຢູ່ໃນເມືອງຄູເປີຕິໂນ, ລັດແຄລິຟໍເນຍ ກໍຕັ້ງເມື່ອປີ 1976 ດ້ວຍງົບປະມານເລັກນ້ອຍ ທີ່ໂຮງລົດແຫ່ງຫນື່ງໃນຊິລິຄອນແວລລີ. Apple ເກີດຂື້ນຈາກມິດຕະພາບຂອງສະຕີຟ ວອສນຽກ ແລະ ສະຕີຟ ຈັອບສ໌ ຜູ້ລ່ວງລັບໄປແລ້ວ ທີ່ໄດ້ຮັບການຂະຫນານນາມວ່າເຮັດໃຫ້ວີຖີຊີວິດແບບສະມາດໂຟນເປັນທີ່ນິຍົມຂື້ນມາດ້ວຍການສ້າງ ແອັບ ສຳລັບເກືອບທຸກສີ່ງຢ່າງ.

Apple ກາຍເປັນບໍລິສັດຈົດທະບຽນໃນຕະຫລາດຫລັກຊັບທຳອິດ ທີ່ມີລາຄາຮຸ້ນ ລ້ານລ້ານ ໂດລາສະຫະລັດ, ລາຄາຮຸ້ນຂອງ Apple ໃນ Wall street ປິດໂຕຢູ່ທີ່ 207.39 ໂດລາສະຫະລັດຕໍ່ຮຸ້ນ, ຜ່ານຕົວເລກປະຫວັດສາດໄປໄດ້ 2 ມື້, ຫລັງຈາກທີ່ບໍລິສັດເຕັກໂນໂລຊີຍັກໃຫຍ່ແຫ່ງນີ້ ຖະແຫລງຜົນປະກອບການລາຍໄດ້ໄຕມາດທີ່ແຂງແກ່ນທີ່ສຸດ.

ຄວາມສຳເລັດດັ່ງກ່າວຖືວ່າເປັນໄຊຄັ້ງລ່າສຸດຂອງ ທິມ ຄຸກ ທີ່ຜະເຊີນຕໍ່ຫລາຍໆສີ່ງ ເມື່ອເຂົ້າຮັບຕຳແຫນ່ງປະທານເຈົ້າຫນ້າທີ່ບໍລິຫານ (CEO) ເມື່ອປີ 2011 ແທນ ສະຕີຟ ຈັອບສ໌ ຜູ້ຮ່ວມກໍ່ຕັ້ງບໍລິສັດທີ່ມີບັນຫາດ້ານສຸຂະພາບ.ຫລັງຈາກການເສຍຊີວິດຂອງ ສະຕີຟ ຈັອບສ໌, ນັກວິເຄາະ ແລະ ຜູ້ສັງເກດການອຸດສາຫະກຳ ຈຳນວນຫລາຍວິຕົກວ່າ Apple ຈະສູນເສຍຄວາມສາມາດໃນການສ້າງຄວາມປະທັບໃຈໃຫ້ກັບໂລກດ້ວຍ ສີ່ງໃຫມ່ທີ່ຈະຍີ່ງໃຫຍ່ໃນອະນາຄົດ.

ທິມ ຄຸກ ໄດ້ຮັບຄຳຍ້ອງຍໍຫລາຍຂື້ນເລື້ອຍໆ ຈາກນັກລົງທຶນດ້ວຍການສະແດງຜົນງານທີ່ແຂງແກ່ນທາງດ້ານການເງີນອອກມາເປັນຊຸດ ແລະ ກະຈາຍຜະລິດຕະພັນຂອງ Apple ໄປຍັງຈີນ ແລະ ຕະຫລາດຕ່າງຂາດແຫ່ງອື່ນໆ. Apple ຖືເປັນບໍລິສັດພາກທຸລະກິດເອກະຊົນແຫ່ງທຳອິດທີ່ຜ່ານມາໄດ້ເຖີງຂະຫນາດນີ້.

ນຳມາຕິດໆກໍຄື ອະເມຊອນ ທີ່ມີມູນຄ່າການຕະຫລາດຢູ່ທີ່ 881.800 ລ້ານໂດລາສະຫະລັດ. ອັລຟາເບັດ ບໍລິສັດແມ່ຂອງ Google ມີມູນຄ່າການຕະຫລາດ 851.800 ລ້ານໂດລາສະຫະລັດ. Microsoft ຢູ່ທີ່ 817.900 ລ້ານໂດລາສະຫະລັດ ແລະ Facebook ທີ່ມີມູນຄ່າການຕະຫລາດຢູ່ທີ່ 500.700 ລ້ານໂດລາສະຫະລັດ

ຈາກຂໍ້ມູນຂອງທະນາຄານໂລກ ຫລື World Bank ເມື່ອປີ 2016 ຈຳນວນເງີນ 1ລ້ານ ໂດລາສະຫະລັດ ມີມູນຄ່າເທົ່າກັບຜະລິດຕະພັນລວມຍອດພາຍໃນປະເທດ (GDP) ຂອງອິນໂດເນເຊຍ ໃນ 1 ປີ ແລະ ຫລາຍກວ່າ GDP ຂອງປະເທດ Belgium ເຖີງ 2 ເທົ່າ.

 

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: MTC

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...