spot_img
HomeBaby-ແມ່ແລະເດັກ3 ວິທີແກ້ໄຂນິໄສລູກຕິດໜ້າຈໍ

3 ວິທີແກ້ໄຂນິໄສລູກຕິດໜ້າຈໍ

Published on

 

2

ຕອນ​ນີ້​ບັນຫາ​ເດັກນ້ອຍ​ຕິດ​ເກມ ຫລື​ ເຄື່ອງ​ມື​ສື່​ສານ​ຕ່າງໆ ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກ​ມື້ ບໍ່​ວ່າ​ເຮົາ ​ຈະ​ຫັນ​ໄປ​ທາງ​ໃດ​ກໍ​ມັກ​ຈະ​ເຫັນ​ເດັກນ້ອຍ ກົ້ມ​ໜ້າ​ກົ້ມ​ຕາ​ແຊັດ ຫລິ້ນ​ເກມ ຫລື ອື່ນໆ ຕະຫລອດ ເຊິ່ງ​ຫາກ​ປ່ອຍ​ໄວ້​ແບບ​ນີ້​ດົນ​ໆ ບັນຫາ​ຕ່າງໆ ບໍ່​ໄດ້​ເກີດ​ກັບ​ຕົວ​ເດັກນ້ອຍ​ເອງ​ເທົ່າ​ນັ້ນ ແຕ່​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ສັງຄົມ​ນໍາອີກ​ ສະ​ນັ້ນ​ກ່ອນທີ່ຈະ​ເກີດ​ບັນຫາ​ໃຫຍ່ ເຮົາ​​ມາ​ຮ່ວມ​ຊ່ວຍ​ກັນ​ແກ້​ໄຂ​ນິ​ໄສ​ລູກ​ຕິດ​ໜ້າ​ຈໍ​ກັນ​   1. ຈັດ​ແຍກ​ພື້ນ​ທີ່​ສຳລັບ​ອຸປະກອນ​ເອເລັກໂຕນິກ​ໂດຍ​ສະເພາະ   

ພໍ່ແມ່​ຫລາຍໆທ່ານ​ອາດຈະ​ຄິດວ່າ​ ການ​ຈຳ​ກັດ​ຊົ່ວ​ໂມງ​ໃນ​ການ​ຫລິ້ນ​ອິນ​ເຕີ​ເນັດ ເກມ ໂທລະ​ສັບ​ມື​ຖື ເບິ່ງ​ໂທລະພາບ ຫລື ​ອື່ນໆ ເປັນ​ການ​ກະທຳ​ທີ່​ຖືກ​ຕ້ອງ ເຊິ່ງ​ແທ້ໆ ແລ້ວ​ກໍ​ບໍ່​ຜິດ​ຫຍັງຫລາຍ ແຕ່​ເຮົາ​ມີ​ວິທີ​ທີ່​ດີກວ່າ​ມາ​ນຳ​ສະເໜີ​ກັນ ນັ້ນ​ກໍ​ຄື ພໍ່​ແມ່​ຄວນ​ຈະ​ຈັດ​ແຍກ​ໂຊນ​ສຳລັບ​ອຸປະກອນ​ ເຕັກ​ໂນ​ໂລ​ຊີ ​ເຫລົ່າ​ນີ້​ເອົາ​ໄວ້​ຕ່າງ​ຫາກ ຖ້າຫາ​ກລູກ​ຢາກ​ຈະ​ເບິ່ງ​ໂທລະພາບ ຫລິ້ນ​ເກມ ຫລື ​ຫລິ້ນ​ຄອມພິວເຕີ ກໍ​ໃຫ້​ລູກ​ໄປ​ຢູ່​ຫ້ອງ ​ຫລື ​ມຸມ​ທີ່​ຈັດ​ກຽມ​ໄວ້​ເທົ່າ​ນັ້ນ ນອກ​ຈາກ​ນີ້​ໃນ​ໄລຍະ​ອື່ນໆ ເຊັ່ນ ຕອນ​ເຮັດວຽກ​ບ້ານ ກິນ​ເຂົ້າ ຫລື ​ອອກ​ນອກ​ເຮືອນ ກໍ​ຄວນ​ຕັດ​ຊ່ອງ​ທາງ​ການ​ສື່​ສານ​ອອກ​ໄປ​ທັງ​ໝົດ ໂດຍ​ສະເພາະ​ໄລຍະ​ກ່ອນ​ເຂົ້າ​ນອນ ເພາະ​ຄື້ນ​ຄວາມ​ຖີ່​ຕ່າງໆ ຈາກ​ອຸປະກອນ​ອີເລັກ​ໂທນິກ​ ​ຈະ​ເຂົ້າໄປ​ລົບກວນ​ການ​ນອນ​ຂອງ​ລູກ​ເຈົ້າ

2.
ຢູ່​ກັບ​ລູກ​ໃຫ້​ຫລາຍ​ຂຶ້ນ 

ຈາກ​ການ​ວິ​ໄຈ​ຫລາຍໆບ່ອນ​ພົບ​ວ່າ ເດັກນ້ອຍ​ທີ່​ສົນໃຈ​​ກັບ​ການ​ເບິ່ງ​ໂທລະພາບ ຫລື ​ສັງຄົມ​ອອນ​ລາຍ ​ຫລາຍ​ເກີນ​ໄປ ມີ​ຄວາມ​ສ່ຽງ​ທີ່​ຈະ​ກາຍ​ເປັນ​ເດັກ​ດື້ດ້ານ ບໍ່ຟັງຄວາມ ຫລື ​ເບິ່ງໂລກ​ໃນ​ແງ່​ລົບ​ສູງ​ກວ່າ​ເດັກນ້ອຍ​ທົ່ວ​ໄປ ເຊິ່ງ​ພຶດຕິກຳ​ເຫລົ່າ​ນີ້​ ນີ້​ເອງ​ທີ່​ເຮັດໃຫ້​​ພວກເຂົາ​ປັບ​ໂຕ​ເຂົ້າ​ກັບ​ໝູ່ໆ ແລະ​ສັງຄົມ​ໃນ​ຊີວິດ​ຈິງ​ໄດ້​ຍາກ ດັ່ງ​ນັ້ນ​ສິ່ງ​ທີ່​ດີ​ທີ່ສຸດ​ກ່ອນທີ່ຈະ​ເກີດ​ບັນຫາ​ແບບ​ນີ້​ກັບ​ລູກ​ຂອງ​ເຈົ້າ ກໍ​ຄື ພະຍາຍາມ​ຫາ​ເວລາ​ມາ​ຢູ່​ກັບ​ລູກ​ຂອງ​ເຈົ້າ​ໃຫ້​ຫລາຍ​ໆ ຫລື​ ອາດຈະ​ຫາ​ກິດຈະກຳ​ມ່ວນໆ ມາ​ເຮັດ​ຮ່ວມ​ກັນ​ດີກວ່າ ນອກ​ຈາກ​ຈະ​ຊ່ວຍ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ລູກ​ແລ້ວ ກໍ​ຍັງ​ຊ່ວຍ​ສານ​ສຳພັນ​ທີ່​ດີ​ໃຫ້​ກັບ​ຄົນ​ໃນ​ຄອບຄົວ​ນໍາອີກ​

3.
ບອກ​ເລົ່າ​ຂໍ້​ເສຍ​ໃຫ້​ລູກ​ຟັງ 

ການ​ບັງຄັບ​ບໍ່​ໃຫ້​ລູກ​ເຮັດ​ເລີຍ ກໍ​ອາດຈະ​ເຮັດໃຫ້​ຮູ້ສຶກ​ວ່າ​ ກໍາລັງ​ຖືກ​ບັງຄັບ ແລະ​ ລັກ​ຕໍ່​ຕ້ານ​ຢູ່ໃນ​ໃຈ ສະ​ນັ້ນ​ພໍ່ແມ່ ​ກໍ່​ໜ້າ​ຈະ​ສອນ​ລູກ​ທາງ​ອ້ອມ​ແທນ ໂດຍ​ການ​ເລົ່າ​ຂ່າວ ຫລື​ ປະສົບການ​ຄວາມ​ຜິດ​ພາດ ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ອຸປະກອນ​ອີເລັກໂທນິກ​​ໃຫ້​ລູກ​ຟັງ ເພື່ອ​ໃຫ້​ລູກ​ຄ່ອຍ​ໆ ຊຶມ​ຊັບ​ຂໍ້​ເສຍ​ຂອງ​ມັນ​ໄປ​ເທື່ອລະ​ນ້ອຍ ເພື່ອ​ໃຫ້​ລູ​ກະ​ມັດ​ລະ​ວັງ​ຕົນ​ເອງ​ໃນ​ການ​ໃຊ້​ຫລາຍ​ຍິ່ງ​ຂຶ້ນ ແລະ ​ປ້ອງ​ກັນ​ພຶດຕິກຳ​ຕ່າງໆ ທີ່​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ກັບ​ຜູ້​ອື່ນ​ໄດ້

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...