ປະຈຸບັນ, ປລາສຕິກກາຍເປັນວັດຖຸປະກອບສຳຄັນໃນການຜະລິດສິນຄ້າຮັບໃຊ້ໃນຊີວິດປະຈໍາວັນຂອງເຮົາ ຕັ້ງແຕ່ຜະລິດຕະພັນອຸປະໂພກຈົນເຖິງຜະລິດຕະພັນບໍລິໂພກ. ປລາສຕິກທີ່ນໍາມາໃຊ້ໃນການຜະລິດສິນຄ້າຫຸ້ມຫໍ່ ແລະ ບັນຈຸອາຫານ ຈະມີລະຫັດປລາສຕິກຢູ່ດ້ານກ້ອງ ຫຼື ດ້ານໃດໜຶ່ງຂອງຜະລິດຕະພັນ ເພື່ອຊ່ວຍໃນການຄັດແຍກປາສຕິກວ່າປລາສຕິກດັ່ງກ່າວມີຄຸນສົມບັດແນວໃດ, ສາມາດນໍາກັບມາໃຊ້ຊໍ້າ ຫຼື ຣິໄຊເຄິລໄດ້ຫຼືບໍ່. ລະຫັດປລາສຕິກຈະມີສັນຍາລັກເປັນ ລູກສອນໝູນວົນເປັນນຮູບສາມຫຼ່ຽມຈະຕຸລັດ, ມີເລກກຳກັບຊະນິດຂອງປລາສຕິກດ້ານໃນ ແລະ ໂຕອັກສອນພາສາອັງກິດຢູ່ດ້ານລຸ່ມສາມຫຼ່ຽມ, ກຳນົດໂດຍ NA Society of the Plastic Industry ໃນປີ 1988. ປລາສຕິກທີ່ນໍາໃຊ້ເພື່ອຜະລິດສິນຄ້າຫຸ້ມຫໍ່ ແລະ ບັນຈຸອາຫານ ມີຄວາມແຕກຕ່າງກັນຕາມຊະນິດຂອງປລາສຕິກ ແບ່ງອອກໄດ້ເປັນ 7 ຊະນິດຄື:
1.ປລາສຕິກໂພລີເອທິລີນ ເທີເຣີທາເລດ (Polyethylene Terephthalate) ຫຼື ເພັດ (PET/PETE) ສາມາດແບ່ງອອກ ເປັນ 2 ກຸ່ມຄື: ກຸ່ມທີ່ມີເນື້ອໃສ (A-PET) ແລະ ກຸ່ມທີ່ເປັນສີຂາວ ຫຼື ຂາວຂຸ່ນ (C-PET) ເຊິ່ງໃຊ້ຜະລິດເປັນຕຸກສຳລັບບັນຈຸເຄື່ອງດື່ມ ເພື່ອໃຫ້ພົກພາງ່າຍ ເຊັ່ນ ຕຸກນໍ້າດື່ມ, ຕຸກນໍ້າອັດລົມ, ຕຸກນໍ້າມັນສຳລັບປຸງແຕ່ງອາຫານ, ຖົງຂະໜົມຕ່າງໆ.
ຕຸກປລາສຕິກທີ່ໃຊ້ບັນຈຸເຄື່ອງດື່ມເຫຼົ່ານີ້ອອກແບບມາເພື່ອໃຊ້ພຽງຄັ້ງດຽວ, ບໍ່ໄດ້ອອກແບບມາສຳລັບໃຫ້ນໍາມາເຮັດຄວາມສະອາດໃໝ່ໂດຍໃຊ້ຄວາມຮ້ອນສູງ ຫຼື ຂັດຖູແລ້ວນໍາມາໃຊ້ຊໍ້າ. ຕຸກທີ່ໃຊ້ແລ້ວຄວນນໍາໄປຜ່ານຂະບວນການຣີໄຊເຄິລເພື່ອນໍາກັບມາໃຊ້ໃໝ່ ຫຼາຍກວ່າການນໍາມາໃຊ້ຊໍ້າ. ເຖິງແມ່ນວ່າການໃຊ້ຊໍ້ານັ້ນອາດຈະບໍ່ມີອັນຕະລາຍຈາກສານທີ່ຫຼຸດອອກມາ ແຕ່ຜູ້ບໍລິໂພກອາດຈະໄດ້ຮັບອັນຕະລາຍຈາກການປົນເປື້ອນຂອງຈຸລິນເນື່ອງຈາກການເຮັດຄວາມສະອາດທີ່ບໍ່ດີພໍ.
ນອກຈາກນີ້, ສານອະຊິທັລດີໄຮ ສາມາດແຜ່ອອກຈາກຜະລິດຕະພັນເຂົ້າໄປປົນເປື້ອນເຄື່ອງທີ່ບັນຈຸໃນພາຊະນະໄດ້. ອະຊິທັລດີໄຮ ແມ່ນສານທີ່ອົງການອະນຸລັກສິ່ງແວດລ້ອມຂອງສະຫະລັດອາເມລິກາລະບຸວ່າ ເປັນສານທີ່ອາດກໍ່ໃຫ້ເກີດໂລກມະເຮັງໃນຄົນ, ລວມທັງອາດສົ່ງຜົນກະທົບຕໍ່ການພັດທະນາທາງສະໝອງ
2. ປລາສຕິກໂພລີເອທິລິນຊະນິດຄວາມໜາແໜ້ນສູງ (High density polyethylene) ຫຼື HDPE ເປັນປລາສຕິທີ່ທົນທານຕໍ່ສານລະລາຍຕ່າງໆ ເຮັດໃຫ້ມີການນໍາໄປໃຊ້ເຮັດຜະລິດຕະພັນຈໍານວນຫຼາຍ, ບໍ່ວ່າຈະເປັນພາຊະນະບັນຈຸຕ່າງໆ ເຊັ່ນ ກ່ອງອາຫານ, ຕຸກນໍ້າຍາຊັກເຄື່ອງ, ຕຸກນົມ, ຖັງນໍ້າມັນສຳລັບຍານພາຫະນະ, ໂຕະ ແລະ ຕັ່ງແບບພັບໄດ້, ຖົງຢາງ. ການໃຂ້ຜະລິດຕະພັນເປັນສີຄວນລະມັດລະວັງອັນຕະລາຍຈາກເມັດສີມີ່ເພີ່ມເຂົ້າໄປ ເຊິ່ງມີສ່ວນປະສົມຂອງສານຕະກົ່ວ ແລະ ແຄັດມຽມ. ສານທັງສອງຢ່າງນີ້ສາມາດແຜ່ອອກມາຈາກປລາສຕິກໄດ້.
3. ປລາສຕິກໂພລີໄວນິວຄລໍຣາຍ (Polyvinul Chloride) ຫຼື PVC ນິຍົມໃຊ້ເຮັດປລາສຕິກຫໍ່ອາຫານ, ຖົງຫິ້ວ (ຂະໜາດນ້ອຍຍິຍົມບັນຈຸເຂົ້າໜົມຕູ່, ຈືນກ້ວຍ), ຕຸກບັນຈຸຊະນິດບີບ (ເຊັ່ນ ນໍ້າມັນພືດ, ນໍ້າປາ), ກ່ອງອະປະກອບຕ່າງໆ, ພາຊະນະບັນຈຸເຄື່ອງດື່ມອາຫານ, ຕະແກງມ້ຽນຖ້ວຍຈານ. ສິ່ງທີ່ຄວນລະວັງຄື ສານເຕີມແຕ່ງເພື່ອປັບປຸງຄຸນນະພາບພີວີຊີ ເຊັ່ນ ສານປລາສຕິກໄຊເຊີ້ ແລະ ສານອື່ນໆອັນໄດ້ແກ່: ສານພາທາເລດ ທີ່ເປັນສານແຕ່ງສີເຊິ່ງມີສານຕະກົ່ວ ແລະ ແຄັດມຽມ, ສານເຮັດໃຫ້ຄົງໂຕ ເຊັ່ນ ສານແບຮຽມ ສາມາດແຜ່ກະຈາຍອອກມາໄດ້ ຈຶ່ງຄວນຫຼີກລ່ຽງການຫໍ່ອາຫານຂະນະຮ້ອນດ້ວຍປລາສຕິກອຸ່ນອາຫານ ໂດຍມີປລາສຕິກທີ່ຫໍ່ອາຫານຢູ່ ແລະ ການໃສ່ອາຫານຮ້ອນໃນຖົງຫິ້ວໂດຍກົງ.
4. ປລາສຕິກໂພລີເອທິລີນຊະນິດຄວາມໜາແໜ້ນຕໍ່າ (Low Density Polyethylene) ຫຼື LDPE ນໍາໄປໃຊ້ເຮັດຖົງຫິ້ວ, ຕຸກຢາງບາງຊະນິດ ແລະ ທີ່ໃຊ້ກັນຫຼາຍທີ່ສຸດແມ່ນ ຖຸງເຢັນສຳລັບບັນຈຸອາຫານ. ສິ່ງທີ່ຄວນລະວັງແມ່ນ ການໃຊ້ຖົງປລາສຕິກທີ່ເປັນສີຄວນລະມັດລະວັງຈາກເມັດສີທີ່ເພີ່ມເຂົ້າໄປ ເຊິ່ງມີສ່ວນປະສົມຂອງສານຕະກົ່ວ ແລະ ແຄັດມຽມ. ສານທັງສອງຢ່າງນີ້ສາມາດແຜ່ອອກມາຈາກປລາສຕິກໄດ້. ສ່ວນຖົງເຢັນມີລັກສະນະຂຸ່ນ ແລະ ຢືດຢຸ່ນໄດ້ດີກວ່າຖົງຮ້ອນ, ທົນຄວາມເຢັນໄດ້ເຖິງ -70 ອົງສາ ແຕ່ທົນຄວາມຮ້ອນໄດ້ບໍ່ຫຼາຍ.
5. ປລາສຕິກໂພລີໂພຣພິລີນ (Polypropylene) ຫຼື PP ນໍາໄປໃຊ້ເຮັດຖົງຮ້ອນສຳລັບບັນຈຸອາຫານ, ຕຸກໃສ່ເຄື່ອງດື່ມ, ຖົງຂະໜົມ, ກ່ອງໂຢເກິດ, ທໍ່ດູດ, ຕຸກນົມເດັກນ້ອຍ. ຂໍ່ຕວນລະວັງແມ່ນປລາສສະຕິກຊະນິດນີ້ຕິດໄຟງ່າຍ ຈຶ່ງຕ້ອງມີການຕື່ມສານໜ່ວງໄຟເພື່ອປ້ອງກັນການຕິດໄຟໃນຂະບວນການຜະລິດ. ສານໜ່ວງໄຟທີ່ຕື່ມເຂົ້າໄປຈະເປັນພວກໂບຣມີເນັດ ແລະ ຄລໍຣິເນເຕດ. ສານກຸ່ມນີ້ຖ້າໄໝໄຟແລ້ວ ຈະເຮັດໃຫ້ສານໄດອັອກຊິນ (dioxin) ເຊິ່ງເປັນສານກໍ່ມະເຮັງ ສານເມັດສີທີ່ມີສານຕະກົ່ວ ແລະ ແຄັດວຽມ ເຊິ່ງຜະສົມລົງໄປເພື່ອເຮັດໃຫ້ປລາສຕິກມີສີຕ່າງໆ. ສານຕະກົ່ວ ແລະ ແຄັດມຽມສາມາດແຜ່ກະຈາຍອອກມາຈາກປລາສຕິກໄດ້. ນອກຈາກນີ້ຖົງຮ້ອນມີລັກສະນະໃສກວ່າຖົງເຢັນ ແລະ ບໍ່ມີຄວາມຢືດຢຸ່ນ ສາມາດທົນຄວາມຮ້ອນໄດ້ສູງເຖິງ 100 ອົງສາ (ຈຸດຟົດຂອງນໍ້າ) ແລະ ທົນໄຂມັນໄດ້ດີ ແຕ່ສາມາດບັນຊຸອາຫານເຢັນໄດ້ພຽງ 0 ອົງສາ.
6. ປລາສຕິກໂພລີສະໄຕຣີນ (Polystrene) ຫຼື PS ຫຼືທີ່ເອີ້ນກັນວ່າ ໂຟມ ນໍາໄປໃຊ້ເຮັດຜະລິດຕະພັນບັນຈຸຮອງຮັບການກະທົບກະແທັກດ ກ່ອງສຳລັບບັນຈຸອາຫານ, ປລາສຕິກທີ່ໃຊ້ແລ້ວຖິ້ມ (ເຊັ່ນ ບ່ວງຢ່ງ, ສ້ອມຢາງ, ມີດຢາງ). ຂໍ້ຄວນລະວັງຄື ການໃຊ້ພາຊະນະໂຟມໃສ່ອາຫານທີ່ຮ້ອນ ຫຼື ນໍາໄປເຂົ້າໄມໂຄເວບ ສາມາດເຮັດໃຫ້ສະໄຕຣີນໂມໂນເມີ້ໃນໂຟມລະລາຍອອກມາປະສົມໃນອາຫານໄດ້ ເຊິ່ງມີຜົນຕໍ່ສະໝອງ, ລະບົບປະສາດ, ເມັດເລືອດແດງ, ຕັບ, ໝາກໄຂ່ຫຼັງ ແລະ ອາດກໍ່ໃຫ້ເກີດອາການຄັນທີ່ຜິວໜັງ, ຕາ, ລະບົບທາງເດີນຫາຍໃຈ, ຊຶມເສົ້າ, ອ່ອນເພຍ ຫຼື ເຮັດໃຫ້ສະພາບການເຮັດວຽກຂອງຕັບຫຼຸດລົງ ເຊິ່ງການເຜົາໂຟມເຮັດໃຫ້ເກີດກ໊າສພິດສະໄຕຣີນອັອກໄຊ ເຊິ່ງເປັນສາເຫດຂອງໂລກມະເຮັງ. ແຕ່ໂຟມແມ່ນບໍ່ມັກໄດ້ຮັບການຣີໄຊເຄິລຫຼາຍປານໃດ ເພາະມີບັນຫາໃນເລື່ອງບໍ່ຄຸ້ມທຶນ.
7. ປລານຕິກຊະນິດອື່ນໆ ເຊັ່ນ ໂພລີຄາບອນເນດ (Polycarbonate) ຫຼື PC ເນື່ອງຈາກໂພລີຄາບໍເນດເປັນປລາສຕິກທີ່ມີລັກສະນະໃສ, ແຂງ ແລະ ທົນຄວາມຮ້ອນຈຶ່ງນໍາມາເຮັດເປັນພາຊະນະບັນຈຸອາຫານທີ່ສາມາດເກັບໃນຕູ້ເຢັນ ແລະ ນໍາເຂົ້າໄມໂຄເວັບໄດ້ພ້ອມ ເຊັ່ນ ໂຖນໍ້າ, ຕຸກນໍ້າຂະໜາດບັນຈຸ 5 ລິດ, ຕຸກນໍ້ານັກກິລາ, ຕຸກນົມ ລວມທັງຜະລິດຕະພັນຈໍາພວກຖ້ວຍ, ບ່ວງ, ສ້ອມ, ມີດຊະນິດໃສ. ຂໍ້ຄວນລະວັງຄື ມີການສຶກສາພົບວ່າຂວດນໍ້າດື່ມແຜ່ສານບີສຟີນໍ ເອ (Bisphenol A, BPA) ອອກມາຫຼາຍກວ່າປົກກະຕິເຖິງ 55 ເທົ່າ ເມື່ອໃຊ້ບັນຈຸນໍ້າຮ້ອນ ບໍ່ວ່າຈະເປັນຕຸກໃໝ່ ຫຼື ຕຸກເກົ່າກໍຕາມ ເຊິ່ງສານນີ້ມີໂຄງສ້າງຄ້າຍຮໍໂມນແອສໂຕເຈນ (estrogen) ຂອງເພດຍິງ ສົ່ງຜົນກະທົບເຮັດໃຫ້ສະເປີມຫຼຸດລົງ ປ່ຽນພຶດຕິກຳເພດ. ນອກຈາກນີ້ຍັງພົບວ່າສາມາດກໍ່ໃຫ້ເກີດການຕ້ານອິນຊູລິນ ແລະ ເພີ່ມຄວາມສ່ຽງການເກີດມະເຮັງເຕົ້ານົມອີກດ້ວຍ ສ່ວນໃນເດັກແມ່ນເຮັດໃຫ້ເປັນໜຸ່ມສາວໄວເກີນໄປ ມີແນວໂນ້ມທີ່ຈະເປັນໂລກອ້ວນ ແລະ ໄຮເປີແອັກທີບ.