spot_img
Homeຂ່າວຕ່າງປະເທດນໍ້າກ້ອນຂົ້ວໂລກໃຕ້ລະລາຍໄປ  2.7 ລ້ານລ້ານລິດ ພາຍໃນເວລາ 25 ປີ

ນໍ້າກ້ອນຂົ້ວໂລກໃຕ້ລະລາຍໄປ  2.7 ລ້ານລ້ານລິດ ພາຍໃນເວລາ 25 ປີ

Published on

ສຳນັກຂ່າວ AFP ລາຍງານຈາກເມືອງຫລວງປາລີ ວ່າກຸ່ມນັກວິທະຍາສາດ 84ຄົນ ໂຮມຕົວກັນສຶກສາເຖີງການປ່ຽນແປງຂອງປະລິມານນໍ້າກ້ອນໃນທະວີບແອນຕາກຕິກ ຫລື ຊັ້ນຂົ້ວໂລກໃຕ້ ເຜີຍລາຍງານໃນວາລະສານວິທະຍາສາດເນເຈີໃນວັນພຸດ ລະບຸວ່າ ຕັ້ງແຕ່ປີ 1992 ເປັນຕົ້ນມາ ພູມຖານແອນຕາກຕິກແມ່ນສູນເສຍນໍ້າກ້ອນໄປແລ້ວປະມານ 2,7 ລ້ານລ້ານລິດ ຊື່ງສົ່ງຜົນໃຫ້ລະດັບນໍ້າທະເລສູງຂື້ນປະມານ 8 ມິນລີແມັດ.

ຜົນການສຶກສາຊີ້ແຈງວ່າ ປະມານ 25 ປີທີ່ຜ່ານມາ ນໍ້າກ້ອນລະລາຍຫາຍໄປເກືອບທັງຫມົດແມ່ນມາຈາກຝັ່ງແອນຕາກຕິກຕາເວັນຕົກ ປະລິມານນໍ້າກ້ອນປະມານ 2 ໃນ 5 ລະລາຍຫາຍໄປໃນຊ່ວງ 5 ປີທີ່ຜ່ານມາ ຊື່ງເປັນອັດຕາທີ່ເພີ່ມຂື້ນສູງຜິດປົກກະຕິ 3 ເທົ່າ. ໃນການທີ່ຊັ້ນນໍ້າກ້ອນຫນາປະມານ 8 ກິໂລແມັດ ກຳລັງລະລາຍຫາຍໄປແຕ່ປີ 1992-2012 ປະລິມານນໍ້າກ້ອນທີ່ແອນຕາກຕິກສຸນເສຍໄປຕໍ່ປີຢູ່ທີ່ປະມານ 7,600 ລ້ານລິດ. ຂະນະທີ່ຊ່ວງຫລັງປີ 2012 ເປັນຕົ້ນມາ ມີອັດຕາການເລັ່ງເພີ່ມຂື້ນມາຢູ່ທີ່ປະມານ 219,000 ລ້ານລິດ/ປີ.

ເຄດທ໌ ເຮນລີ, ນັກວິໄຈຈາກມະຫາວິທະຍາໄລ ບຣິສຕອລ ໃນປະເທດອັງກິດ ກ່າວວ່າ ນໍ້າກ້ອນໃນຝັ່ງແອນຕາກຕິກຕາເວັນອອກ ຊື່ງເປັນພື້ນທີ່ສ່ວນໃຫຍ່ເລີ່ມມີຄວາມບໍ່ສະຖຽນຫລາຍຂື້ນ ແຕ່ສີ່ງທີ່ຫນ້າກັງວົນໄປກວ່ານັ້ນ ແມ່ນການສູນເສຍນໍ້າກ້ອນໃນຝັ່ງແອນຕາກຕິກຕາເວັນຕົກ ລະລາຍໄປໃນອັດຕາທີ່ໄວວາເກີນຄາດ ຫາກມີແນວໂນ້ມທີ່ເປັນຢູ່ໃນປະຈຸບັນຍັງຄົງດຳເນີນໄປເຊັ່ນນີ້ ແອນຕາກຕິກກໍຈະກາຍມາເປັນແຫລ່ງທີ່ມາຂອງປະລິມານນໍ້າມະຫາສານຫລາຍທີ່ສຸດ ທີ່ນຳໄປສູ່ການເພີ່ມຂື້ນຂອງລະດັບນໍ້າທະເລ.

ອັດຕາການເພີ່ມຂື້ນຂອງລະດັບນໍ້າທະເລປະຈຸບັນແມ່ນຢູ່ທີ່ 3,4 ມິນລີແມັດຕໍ່ປິ ໂດຍຕັ້ງແຕ່ປີ 1992ເປັນຕົ້ນມາ ລະດັບນໍ້າທະເລເພີ່ມສູງຂື້ນ 84,8 ມິນລີແມັດ ມີຄວາມເປັນໄປໄດ້ວ່າ ພາຍໃນທ້າຍສະຕະວັດນີ້ ລະດັບນໍ້າອາດເພີ່ມສູງຫລາຍສິບຊັງຕີແມັດ ຫລື ແມັດກວ່າ ເມື່ອປຽບທຽບກັບຊ່ວງຍຸກອຸດສາຫະກຳ ຂື້ນຢູ່ກັບສັກກາຍະພາບໃນການຈັດການຄວບຄຸມການປ່ອຍກ໊າສຄວາມຮ້ອນເຮືອນກະຈົກ ຊື່ງເປັນຕົວເລັ່ງປະຕິກິລິຍາສຳຄັນຕໍ່ການເພີ່ມຂື້ນຂອງອຸນຫະພູມໂລກ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...