spot_img
Homeຍ້ອງຍໍຄົນດີເດັ່ນຜະລິດລູກຊີ້ນຂາຍ ກາຍເປັນທຸລະກິດດີເດັ່ນ ກຽມຮັບກາໝາຍ ODOP

ຜະລິດລູກຊີ້ນຂາຍ ກາຍເປັນທຸລະກິດດີເດັ່ນ ກຽມຮັບກາໝາຍ ODOP

Published on

 

ທ່ານ ທອງພັດ ວົງຕະກຸນ ເຈົ້າຂອງໂຮງງານລູກຊີ້ນຮ່ອງເຕ້ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ໄດ້ເປີດເຜີຍຕໍ່ນັກຂ່າວພວກເຮົາໃນວັນທີ 3 ກັນຍາຜ່ານມາວ່າ: ຂ້າພະເຈົ້າໄດ້ເລີ່ມຕົ້ນສ້າງໂຮງງານຜະລິດລູກຊີ້ນມາ

ແຕ່ຊຸມປີ 2007 ເປັນຕົ້ນມາ ໂດຍເລີ່ມຈາກການເຮັດເປັນທຸລະກິດແບບຄອບຄົວ ແລ້ວນຳໄປຈຳໜ່າຍຢູ່ຕະຫຼາດສວນ

ມອນ, ໂພນຕ້ອງ, ຫົວຂົວ, ໜອງດ້ວງ ແລະ ດົງໂດກ ຊຶ່ງສັງເກດເຫັນວ່າລູກຊີ້ນຂອງຕົນ ໄດ້ເລີ່ມເປັນທີ່ຍອມຮັບຈາກ

ຜູ້ບໍລິໂພກໃນສັງຄົມເປັນຢ່າງດີ ຈຶ່ງຫັນຈາກການຜະລິດແບບຄອບຄົວ ມາສ້າງໂຮງງານຜະລິດລູກຊີ້ນຂະໜາດ 100-

200 ກິໂລຕໍ່ມື້.

 

ພາຍຫຼັງທີ່ໄດ້ສ້າງໂຮງງານເປັນທີ່ຮຽບຮ້ອຍແລ້ວ ທາງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ກໍໄດ້ລົງມາຕິດ

ຕາມກວດກາຢ່າງໃກ້ຊິດ ພ້ອມທັງສົ່ງຊ່ຽວຊານຈາກປະເທດຍີ່ປຸ່ນ ມາກວດກາທາງດ້ານຄວາມສະອາດ ແລະ ການຫຸ້ມຫໍ່

ຜະລິດຕະພັນຂອງໂຮງງານພວກເຮົາຢ່າງສະໝ່ຳສະເໝີ, ສ່ວນວັດຖຸດິບທີ່ນຳມາຜະລິດ ແມ່ນໄດ້ຊື້ຊີ້ນມາຈາກໂຮງງານ

ຂ້າສັດດອນດູ່, ລູກຊີ້ນທີ່ທາງໂຮງງານຂອງພວກເຮົາຜະລິດແມ່ນມີ ລູກຊີ້ນໝູ, ງົວ ແລະ ໄກ່ ຊຶ່ງໄດ້ອາໄສວັດຖຸດິບພາຍ

ໃນປະເທດເປັນຫຼັກ ໃນອະນາຄົດອັນໃກ້ນີ້ ທາງໂຮງງານຂອງພວກເຮົາຈະໄດ້ຮັບກາໝາຍຜະລິດຕະພັນຈາກກະຊວງອຸດ

ສາຫະກຳ ແລະ ການຄ້າ ໃຫ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ປະຈຸບັນແມ່ນ ຢູ່ໃນຂັ້ນຕອນການ

ກວດສອບເອກະສານຈາກຂັ້ນເທິງ ເຊິ່ງຄາດວ່າຈະອະນຸມັດໃນໄວໆນີ້.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...