spot_img
Homeຂ່າວພາຍ​ໃນທົ່ວປະເທດ ຍັງມີຄວາມຕ້ອງການຄູ ຫລາຍກວ່າ 19 ພັນຄົນ

ທົ່ວປະເທດ ຍັງມີຄວາມຕ້ອງການຄູ ຫລາຍກວ່າ 19 ພັນຄົນ

Published on

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 07 ມິຖຸນາ 2018ວ່າ  ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ  ໄດ້ຊີ້ແຈງຂໍ້ສົນໃຈຂອງສະມາຊິກສະພາແຫ່ງຊາດ (ສສຊ)  ກ່ຽວກັບການປະຕິບັດນະໂຍບາຍຕໍ່ນັກ ຮຽນໂຮງຮຽນຊົນເຜົ່າ  ແລະ ການຈັດແບ່ງໂກຕາລັດຖະກອນຄູ ປີ 2018  ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII  ໃນວັນທີ 7 ມິຖຸນາ 2018 ນີ້​ວ່າ:  ອີງຕາມສຳຫລວດລັດຖະກອນຄູ ລວມທັງຄູອາສາສະໝັກ  ໃນຈຳນວນໂຮງຮຽນທັງໝົດ 12.744 ແຫ່ງ  ທົ່ວປະເທດ ເຫັນວ່າຍັງມີຄວາມຕ້ອງການຄູຫລາຍກວ່າ 19.757 ຄົນ.  ​ໃນ​ຂະນະ​ທີ່​ໂກ​ຕາຄູ ທີ່​ລັດຖະບານ​ຈັດ​ແບ່ງ​ໃຫ້​ໃນ​ສົກ​ປີນີ້ ​ມີ​ພຽງ 1.850 ຄົນ. ​  ​ໃນນັ້ນ, ​ແຂວງ​ທີ່​ໄດ້​ໂກ​ຕາ​ຫລາຍ​ກວ່າໝູ່​ແມ່ນ  ​ສະຫວັນ​ນະ​ເຂດ 172 ຄົນ ​ແລະ ​ໄດ້ໜ້ອຍກວ່າໝູ່​ແມ່ນ​ແຂວງ​ໄຊ​ສົມບູນ  ຈຳນວນ 68 ຄົນ.

          ທ່ານນາງ ແສງເດືອນ ຫລ້າຈັນທະບູນ ​ໄດ້​ຍົກ​ໃຫ້​ເຫັນ ເຖິງ​ເຫດຜົນ​ຄວາມ​ຕ້ອງການ​ຄູ​ ຈຳ ນວນ​ດັ່ງກ່າວ ຍ້ອນ​ການ​ນຳ​ໃຊ້​ການ​ສິດສອນຂອງ​ຄູ ​ ຢູ່ໂຮງຮຽນ​ຫລາຍ​ແຫ່ງ ໃນ​ໄລຍະ​​ຜ່ານ​ມາ ​ບໍ່​ຖືກຕ້ອງ​ຕາມ​ເປົ້າໝາຍ,  ບໍ່ຖືກ​ຕາມ​ສາຂາ​ວິຊາ ຫລື ​ເອົາ​ຄູ​ສອນເລກ​ໄປ​ສອນ ພາສາ​ລາວ,  ​ເອົາ​ຄູ​ພາສາ​ລາວ ​ໄປ​ສອນ​ພາສາ​ອັງກິດ,  ຄູບາ​ງສາຂາ​ວິຊາ​ມີ​ໜ້ອຍ ​ແຕ່​ບາງ​ສາຂາ​ວິຊາ​ມີ​ຫລາຍ  ​ເຊິ່ງມັນ​ເປັນ​ທີ່​ມາ​ຂອງ​​ຄຳ​ວ່າ “ຄູ​ເຫລືອ​ບໍ່ພໍ”. ​ສະ​ນັ້ນ,  ມາ​ຮອດປີ 2018 ການ​ນຳກະຊວງສຶກສາທິການ ແລະ ກິລາ  ໄດ້ປັບປຸງ​ວຽກງານ​ດັ່ງກ່າວ  ​ໂດຍ​ມອບ​ໃຫ້​ໂຮງຮຽນ​ເປັນ​ຜູ້​ຄັດເລືອກເອົາຄູ  ທີ່ໄດ້ຄຸນນະພາບ, ຄູ​ທີ່ຜ່ານການສອບເສັງ ບັນຈຸແນໃສ່ເຮັດໃຫ້ການການຮຽນ-ການສອນ  ມີປະສິດທິພາບ ແລະ ອື່ນໆ.

ສຳລັບ ການປະຕິບັດນະໂຍບາຍຕໍ່ນັກຮຽນໂຮງຮຽນຊົນເຜົ່າ  ທ່ານນາງ ແສງເດືອນ ຫລ້າຈັນທະບູນ ​ໄດ້ຊີ້ແຈງວ່າ:  ປັດຈຸບັນ ທົ່ວປະເທດ ມີໂຮງຮຽນສາມັນກິນນອນຊົນເຜົ່າ 32 ແຫ່ງ,  ມີນັກຮຽນທັງໝົດ 14.216 ຄົນ  ໃນນັ້ນ, ນັກຮຽນໃນແຜນ​ເກື​ອບ 10 ພັນຄົນ,  ຍິງ 4.335 ຄົນ ​ໂດຍໄດ້ມີ​ນະ​ໂຍບາຍຮັບເບ້ຍລ້ຽງ 2 ແສນກີບຕໍ່ເດືອນ  ພ້ອມເຄື່ອງອຸດໜູນຕ່າງໆ, ສ່ວນນັກຮຽນນອກແຜນ ມີ 4.222 ຄົນ(ບໍ່ໄດ້ຮັບເບ້ຍລ້ຽງ).  ພ້ອມນັ້ນ ກະຊວງສຶກສາທິການ ແລະ ກິລາ  ຍັງໄດ້ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງຮຽນສາມັນກິນນອນຊົນເຜົ່າ,  ຂໍ້ຕົກລົງວ່າດ້ວຍນະໂຍບາຍຄູ-ນັກຮຽນ ຊົນເຜົ່າ ແລະ ຂໍ້ຕົກລົງວ່າດ້ວຍລະບຽບຄຸ້ມຄອງຄູ ແລະ ນັກຮຽນຊົນເຜົ່າ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...