spot_img
Homeວັນນະກຳເລື່ອງສັ້ນເຈົ້າສາວແວມພາຍ...ຕອນທີ 7 ເກີດເຫດບໍ່ຄາດຄິດ

ເຈົ້າສາວແວມພາຍ…ຕອນທີ 7 ເກີດເຫດບໍ່ຄາດຄິດ

Published on

ຕອນທີ 7 ເກີດເຫດບໍ່ຄາດຄິດ

ທີ່ຫ້ອງລັບໃນປຣາສາດ ໄຊມອນ

“ທ່ານຈະອອກໄປສະຖານທີ່ໃດ ຕອນນີ້ຮ່າງກາຍທ່ານຍັງບໍ່ຟື້ນເຕັມຮ້ອຍ” ເດຣ໌ຟາສ ກ່າວທັກທ້ວງຜູ້ເປັນນາຍ

“ຮ່າງກາຍຂອງແຂງແຮງດີແລ້ວ ເຈົ້າຢ່າກັງວົນເກີນໄປ” ເຂົາຕອບກັບດ້ວຍນ້ຳສຽງເຢັນຊາ

“ແລ້ວທ່ານຈະໃສ…?” ບ່າວຮັບໃຊ້ເອີ່ຍຖາມດ້ວຍຄວາມຍາກຮູ້

“…..” ມີພຽງສາຍຕາລຳຄານທີ່ໄຊມອນສົ່ງໃຫ້ກັບເດຣ໌ຟາສນັ້ນຄືຄຳຕອບ

“…..” ເດຣ໌ຟາສບໍ່ກ້າເອີ່ຍຖາມຕໍ່ໄດ້ແຕ່ກົ້ມໜ້າລົບສາຍຕາຢ່າງຢ້ານກົວ

ກັບມາທີ່ປຣາສາດ ຣິສຊາສ໌

ອາຣິຊ່າຢືນແຂນເກາະເອິກຫັນໜ້າໄປທາງປ່ອງຢ້ຽມແກ້ວໃສບານໃຫຍ່ “ເມຢ້າຂ້ອຍຄິດຮອດເຈົ້າເຫຼືອເກີນ ຂ້ອຍຄືສິບໍ່ໄດ້ກັບໄປຫາເຈົ້າອີກແລ້ວ” ນາງກ່າວອອກມາຢ່າງສິ້ນຫວັງ ທ່າມກາງຄວາມມິດງຽບໃນຫ້ອງນອນທີ່ກວ້າງໃຫຍ່ມີພຽງສຽງສະອື້ນຈາກຍິງສາວທີ່ຮ້ອງໄຫ້ ນາງທອດສາຍຕາອອກໄປນອກແວ່ນແກ້ວໃສເຫັນພຽງຄວາມມືດ ທ້ອງຟ້າໃນສະຖານທີ່ແຫ່ງນີ້ມີແຕ່ໝອກເມກດຳປົກຄຸມໄປທົ່ວບໍ່ລິເວນ ນາງມາຢູ່ບ່ອນນີ້ຫຼາຍມື້ແຕ່ບໍ່ເຄີຍແສງຈາກດວງຕາເວັນເລີຍຈັກເທື່ອ ນາງແຍກບໍ່ອອກວ່າຊ່ວງເວລາໃດເປັນຕອນກາງຄືນ ແລະ ຊ່ວງເວລາໃດແມ່ນຕອນກາງເວັນ ເມື່ອທຸກຢ່າງມັນມືດອຶມຄຶ້ມຊວນໃຫ້ອຶດອັດຢູ່ຕະຫຼອດເວລາ

ຣິສຊາສ໌ ຫາຍຕົວເຂົ້າມາໃນຫ້ອງນອນເພື່ອມາຫາອາຣິຊາສ໌ ເຂົາເຂົ້າໄປໂອບກອດເອວຂອງນາງຈາກທາງດ້ານຫຼັງ ພ້ອມກົ້ມໜ້າລົງໄປຈູບບ່າໄຫລ່ຂອງນາງເບົາໆ ແລະ ຖູໄຖໄປມາບໍລິວນກ້ານຄໍຂອງນາງເບົາໆ ເຖິງຈະໃກ້ຂະໜາດນີ້ແຕ່ອາຣິຊ່າກັບບໍ່ຮັບຮູ້ເຖິງລົມຫາຍໃຈຂອງເຂົາ

“ອຸ້ຍ…!! ນີ້ເຈົ້າຈະເຮັດສິ່ງໃດ” ຍິງສາວສະດຸ້ງຕື່ນຕາລຸກວາວດ້ວຍຄວາມຕົກໃຈ ແລະ ຢ້ານຈົນຕົວສັ່ນ

ຊາຍໜຸ່ມຈັບນາງພິກຫັນດ້ານໜ້າມາຫາເຂົາ ຍິງສາວໃຊ້ມືບາງທັງສອງດັນໜ້າເອິກຂອງຊາຍໜຸ່ມໄວ້ ພ້ອມຈ້ອງໜ້າຊາຍໜຸ່ມຢ່າງສົງໃສ

“ເຈົ້າຈະເຮັດຫຍັງຂ້ອຍ” ຍິງສາວກ່າວອອກໄປທັງໆທີ່ເກັບກົດອາລົມຄວາມຢ້ານເອົາໄວ້

ຊາຍໜຸ່ມຫຼີ່ຕາລົງເລັກນ້ອຍກ່ອນຈະຄິ້ວຍູ່ເຂົ້າຫາກັນ

“ເຈົ້າມີນ້ຳຕາ…” ຊາຍໜຸ່ມເອີ່ຍຂຶ້ນກ່ອນຈະຍົກມືທີ່ຂາວຈືດຂອງເຂົາເບື້ອງຂຶ້ນໄປເຊັດນ້ຳຕາໃຫ້ນາງ

“ປ່ອຍຂ້ອຍ…! ຢ່າເອົາມືສົກກະປົກຂອງເຈົ້າມາແຕະຕ້ອງຕົວຂ້ອຍ” ນາງຈ້ອງໜ້າຊາຍໜຸ່ມດ້ວຍນ້ຳສຽງກຽດຊັງພ້ອມກັບໃຊ້ມືບາງພະຍາຍາມຍູ້ເອິກຮ່າງສູງໃຫ້ອອກຫ່າງຈາກຕົວນາງ “ເຈົ້າເຮັດໃຫ້ຊີວິດຂອງຂ້ອຍພັງລົງທັງການຮຽນ ແລະ ເລື່ອງອື່ນໆ ເຈົ້າໃຫ້ຂ້ອຍມາຢູ່ໃນສະຖານທີ່ບ້າໆແບບນີ້! ຂ້ອຍຊັງເຈົ້າ…!!!”

“ກີ໊ດດດດດດດດ…!!”

“ປ່ອຍຂ້ອຍດຽວນີ້…! ປ່ອຍ…! ປ່ອຍ…! ” ມືບາງປັດໄປມາຈົນຟາດເຂົ້າທີ່ໃບໜ້າຂອງຊາຍໜຸ່ມ “ເປ໊ຍ…!!”

ເຖິງຈະຖືກຕົບຈາກມືບາງຢ່າງແຮງແຕ່ຮ່າງສູງກໍ່ບໍ່ສະທ້ານສະເທືອນ ຮ່າງສູງຍັງຄົງຈ້ອງເບິ່ງນາງດ້ວຍສາຍຕານິ້ງ ຍິງສາວໃນອ້ອມກອດຂອງເຂົາແຮງສັ່ນສະທ້ານຂຶ້ນໄປອີກເພື່ອຮູ້ສຶກວ່າຕົນເອງເຮັດສິ່ງທີ່ຜິດພາດ ແລະ ຢ້ານໄດ້ຮັບການລົງໂທດຈາກເຂົາ

ແຕ່ເກີນຄາດນອກຈາກຮ່າງສູງຈະບໍ່ຕອບໂຕ້ນາງແລ້ວເຂົາຍັງຍົກມຸມປາກຍິ້ມໃຫ້ນາງ ພ້ອມທັງປ່ອຍແຂນທີ່ໂອບກອດນາງໄວ້

“ຂ້ອຍຈະມາຫາເຈົ້າທຸກມື້ຈົນກວ່າເຈົ້າຈະໃຈອ່ອນໃຫ້ກັບຂ້ອຍ”

ຮ່າງສູງຍ່າງຈາກໄປຢ່າງງ່າຍດາຍ

ປັ໊ງ!!!

ສຽງປະຕູຫ້ອງຖືກປິດເຂົ້າພ້ອມການອອກໄປຂອງຄົນຮ່າງສູງ ຍິງສາວຮ່າງບາງເຖິງກັບເຂົ່າອອ່ນນັ່ງລົງທັນທີ ມືໜຶ່ງຄ້ຳໄວ້ທີ່ພື້ນອີກມືໜຶ່ງຕົບເອິກນາງເບົາເພື່ອເປັນການປອບຂວັນ

ການປະຕິເສດຈາກຍິງສາວທີ່ຕົນຮັກມັນໄດ້ສ້າງຄວາມເຈັບປວດໃຫ້ກັບ ຣິສຊາສ໌  ເຂົາເດີນທາງມາທີ່ດິນແດນມະນຸດເພື່ອຕາມລ່າກຸ່ມແວມພາຍນັກຂ້າ ຣິສຊາສ໌ໄລ່ລ່າພວກນັ້ນ ເພື່ອລະບາຍອາລົມໂທສະຢ່າງບ້າບິ່ນ  ກ່ອນຈະສິ້ນສຸດຣາຕີອັນແສນຍາວໃນດິນ ແດນມະນຸດ ເຂົາໄດ້ຂ້າພວກແວມພາຍຝ່າຍສັດຕູໄປຫຼາຍສິບຕົນ.

ເຊົ້າວັນຕໍ່ມາທີ່ດິນແດນມະນຸດ

ທີ່ສະຖານີຕຳຫຼອດ ເມຢ້າເດີນທາງມາລົງບັນທຶກປະຈຳວັນແຈ້ງຄວາມຄົນຫາຍ ບັນຍາກາດໃນສະຖານີຕຳຫຼວດແອອັດໄປດ້ວຍຜູ້ຄົນທີ່ມາແຈ້ງຄວາມຄົນຫາຍ

“ໄລຍະນີ້ມີຄະດີຄົນຫາຍເກືອບ 100 ຄະດີ…! ມັນຄົງເປັນສີມືຂອງກຸ່ມຂ້າມະນຸດທີ່ອອກຫາເຫຍື່ອຕາມອໍເດີ້” ເຈົ້າໜ້າທີ່ຕຳຫຼວດນາຍໜຶ່ງກ່າວຂຶ້ນກັບເຈົ້າໜ້າທີ່ຕຳຫຼວດທີ່ນ່ັງຂ້າງໆ

ຫຼັງອອກຈາສະຖານີຕຳຫຼວດ ເມຢ້ານາງເດີນທາງມາທີ່ເຮືອນຂອງ ອາຣິຊ່າ ເມື່ອນາງເຂົ້າໄປໃນເຮືອນເຖິງກັບຫົວໃຈທໍ້ ເມື່ອເຫັນສິ່ງຂອງຍັງຄົງຖືກຈັດໄວ້ຄືເກົ່າ ນັ້ນໝາຍຄວາມວ່າອາຣິຊ່າຍັງບໍ່ກັບມາເຮືອນ

“ອາຣິຊ່າ…ເຈົ້າຢູ່ໃສ” ນາງເອີ່ຍເບົາໆພ້ອມກັບນ້ຳຕາທີ່ຄ່ອຍໆໄຫລອອກມາ

ເມຢ້ານັ່ງໄຫ້ຈົນເຜີຫຼັບໄປ ນາງຮູ້ສຶກຕົວອີກຄັ້ງກໍ່ຕາເວັນຕົກດິນແລ້ວ ຍິງສາວຍົກແຂນຊ້າຍຂຶ້ນມາເບິ່ງໂມງ

“19:15…! ນີ້ເຮົາຫຼັບຍາວປານນີ້ພຸ້ນຫວາ” ນາງຈົ່ມອອກມາພ້ອມກັບຄ່ອຍໆລຸກຂຶ້ນຢືນ

ຍິງສາວຍ່າງອອກຈາກເຮືອນຂອງເພື່ອນຮັກ ແລ້ວຍ່າງຈາກໄປ ຮ່ອມເຂົ້າເຮືອນເມຢ້າເປັນຮ່ອມປ່ຽວ ຊ່ວງນີ້ເກີດປະກົດການຄົນຫາຍຕົວຕະຫຼອດ ຈິ່ງເຮັດໃຫ້ຜູ້ຄົນບໍ່ອອກມາທ່ຽວຕອນກາງຄືນໜາແໜ້ນຄືເມື່ອກ່ອນ ບັນຍາກາດມັນວັງເວງຊວນຂົນລຸກ ຍິງສາວກຶ່ງຍ່າງກຶ່ງແລ່ນ ມີຫຼຽວຫຼັງເປັນບາງຄັ້ງ ນາງເລັ່ງຝີຕີນເພີ່ມຂຶ້ນເມື່ອນາງສຳພັດໄດ້ວ່າກຳລັງມີບາງສິ່ງໄລ່ຫຼັງນາງມາ

“ພັບ!!!”

“ວ໊າຍ!!!”

ມີບາງສິ່ງຈູ່ໂຈມມາທາງຫຼັງຂອງນາງ ຮ່າງກາຍນາງຫາຍໄປໃນພຸ່ມໄມ້ຂ້າງທາງແລ້ວຢູ່ໆກໍ່ມາໂຜ່ໃນກາງປ່າດົງຕຶບໜາທີ່ນາງບໍ່ຄຸ້ນເຄີຍ ເມຢ້າຖືກແວມພາຍລູກນ້ອງຂອງ ໄຊມອນຫຼັກພາຕົວນາງມາ ແຕ່ເພາະຫຸ່ນອັນເຊັກຊີ້ຂະຍີ້ໃຈບວກກັບເນື້ອຕົວອັນອ່ອນນຸ້ມຂອງຍິງສາວ ເຮັດໃຫ້ແວມພາຍໜຸ່ມທີ່ຫຼັກພາຕົວນາງມາເກີດມາອາລົມທາງກຣາມຂຶ້ນເລີຍຄິດຈະຂົ່ມຂືນນາງກ່ອນແລ້ວຄ່ອຍດື່ມເລືອດ

“ຢ່າເຮັດຫຍັງຂ້ອຍໃດ໋ເຈົ້າສັດປະຫຼາດ…! ຊ່ວຍແນ່…ໃຜກໍ່ໄດ້ຊ່ວຍຂ້ອຍແນ່…! ຮື…!ຮື…” ຍິງສາວກ່າວອອກໄປດ້ວຍນ້ຳສຽງສັ່ນເຄືອພ້ອມດີດດິ້ນເອົາຕົວລອດ

ແວມພາຍໜຸ່ມເຫັນເຫຍື່ອຍິງສາວມະນຸດທີ່ຢູ່ຕໍ່ໜ້າຢ້ານກົວເຂົາແຮງສົ່ງສຽງຫົວຢ່າງຖືກໃຈ ເຂົາຈັບນາງກົດຕົວລົງນອນຫງາຍກາງພື້ນປ່າ ພ້ອມທັງດຶງກະຊາກເສື້ອຜ້າຂອງນາງອອກຢ່າງປ່າເຖື່ອນ ສາຍຕາຂອງແວມພາຍໜຸ່ມໄລ່ເບິ່ງຮ່າງກາຍຂອງຍິງສາວຕັ້ງແຕ່ໃບໜ້າລ່ວງລາມລົງມາຮອດຈຸດສະຫວາດດ້ວຍຄວາມພໍໃຈ

“ອຶມມ!!!” ສຽງຄາງໃນລຳຄໍຂອງແວມພາຍໜຸ່ມຜູ້ກະຫາຍໃນກຣາມ

ກ່ອນທີ່ແວມພາຍໜຸ່ມຜູ້ບ້າຕັນຫາຈະຈົກເຈົ້າມັງກອນທີ່ຢູ່ພາຍໃນໂສ້ງຢືນທີ່ມັນອຶດອັດມາດົນໃຫ້ອອກມາສູດອາກາດພາຍນອກ ແລະ ຕອນນີ້ມັນພ້ອມຈະໃຊ້ງານແລ້ວ

“ຢ່າເຮັດຫຍັງຂ້ອຍເລີຍ…ຂ້ອຍຂໍຮ້ອງ” ຍິງສາວຍົກມືໄຫວ້ພ້ອມກ່າວດ້ວຍນ້ຳສຽງສັ່ນໆ

ແວມພາຍໜຸ່ມຍັງບໍ່ທັນໄດ້ກົດທ່ອນໃຫຍ່ເຂົ້າຮູ້ສະຫວາດຂອງຍິງສາວ ກໍ່ຖືກຕີນປິດສະໜາເຕະເຂົ້າເຕັມໆຕີນ ຈົນຮ່າງກາຍແວນພາຍຜູ້ກຳລັງຈະເຮັດອານາຈານໂຟ້ງໄປກະແທກເຂົ້າກັບຕົ້ນໄມ້ໃຫຍ່ທີ່ຢູ່ໃນບໍລິເວນນັ້ນກ່ອນຈະຕົກລົງມາກະແທກພື້ນດິນສຽງດັງ “ຕຸບ”

ແວມພາຍຜູ້ຖືກກະທຳເງີຍໜ້າຂຶ້ນມາແວວຕາຍປ່ຽນເປັນສີດຳ ນັ້ນໝາຍເຖິງຄວາມບໍ່ພໍໃຈຢ່າງໜັກ

“ມຶງ!!!” ສຽງທີ່ດຸດັນເປັ່ງອອກມາກັບສາຍຕາທີ່ເຕັມໄປດ້ວຍຄວາມກະຫາຍໃນການຂ້າ

ທ່າມກາງການຫຼັບນິ້ງຂອງຍິງສາວແວມພາຍໜຸ່ມຍັງສູ້ກັນເອົາເປັນເອົາຕາຍ ທັງອອກອາວຸດເຕະຕ່ອຍໄປຫຼາຍກະບວນທ່າ

ດ້ວຍວິຊາການຕໍ່ສູ້ທີ່ເໜືອຊັ້ນຂອງ ວິນລ້ຽມ ເຂົາໄດ້ຈັບຫົວຂອງແວມພາຍຕົວທີ່ກຳລັງຕໍ່ສູ່ກັບເຂົາແລ້ວຈັດການຫັກຄໍເພື່ອຈົບຊີວິດ ຮ່າງກາຍຂອງແວມພາຍຜູ້ບ້າມອດໄໝ້ແຫລກສະຫຼາຍໄປກັບອາການ

ຫຼັງຈາກການຕໍ່ສູ້ຈົບລົງແລະເຂົາເປັນຝ່າຍຊະນະ ວິນລ້ຽມໄດ້ຍ່າງກັບມາຢືນສຳຫຼວດເບິ່ງຮ່າງຂອງຍິງສາວທີ່ນອນເປືອຍກາຍຕັ້ງແຕ່ໃບໜ້າຈົນລາມໄປຮອດປາຍຕີນດ້ວຍສາຍຕາພິຈາລະນາ

“ອຶມມມ!!!” ສຽງຄາງໃນລຳຄໍ

ກ່ອນທີ່ເຂົາຈະຕັດສິນໃຈແກ້ເສື້ອຄຸມໂຕນອກຜ້າກຳມະຍີ່ສີດຳຂອງເຂົາມາຫົ່ມໃຫ້ກັບຍິງສາວທີ່ນອນສະຫຼົບຢູ່ທີ່ພື້ນ ຮ່າງສູງໄດ້ອຸ້ມຮ່າງບາງທີ່ນອນໝົດສະຕິຂຶ້ນມາຈາກດິນ ເຂົາພານາງກັບມາທີ່ຫ້ອງນອນຂອງເຂົາແທນທີ່ຈະພານາງກັບໄປສົ່ງທີ່ດິນແດນມະນຸດ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...