Homeຂ່າວຕ່າງປະເທດຈີນກຽມພິຈາລະນາຍົກເລີກນະໂຍບາຍຄວບຄຸມບຸດ!

ຈີນກຽມພິຈາລະນາຍົກເລີກນະໂຍບາຍຄວບຄຸມບຸດ!

Published on

ສະພາແຫ່ງ ສປ ຈີນ, ເຊິ່ງເປັນຜູ້ດຳເນີນການ ແລະ ຄວບຄຸມນະໂຍບາຍການວາງແຜນຄອບຄົວ, ໄດ້ກ່າວວ່າ ຈະມີການສຶກສາຄົ້ນຄວ້າກ່ຽວກັບການຍົກເລີກນະໂຍບາຍການຄວຍຄຸມບຸດຂອງຄອບຄົວຄົນຈີນໃນທົ່ວປະເທດ ເຊິ່ງຄາດວ່າຈະໄດ້ຜົນສະຫຼຸບໃນທ້າຍປີນີ້.

ປະຈຸບັນ, ຄອບຄົວຄົນຈີນສາມາດມີລູກໄດ້ 2 ຄົນຕໍ່ໜຶ່ງຄອບຄົວ ເຊິ່ງໄດ້ປະກາດໃຊ້ໃນປີ 2016, ແທນທີ່ນະໂຍບາຍລູກຄົນດຽວເຊິ່ງນໍາໃຊ້ມາດົນກວ່າ 40 ປີ. ນະໂຍບາຍລູກຄົນດຽວຂອງ ສປ ຈີນ ເລີ່ມນໍາໃຊ້ຕັ້ງແຕ່ປີ 1970 ເນື່ອງຈາກຈໍານວນປະຊາກອນທີ່ເພີ່ມຂຶ້ນຫຼາຍເກີນໄປ, ແຕ່ປະຈຸບັນ ລັດຖະບານໄດ້ມີຄວາມກັງວົນເຖິງຄວາມບໍ່ສົມດຸນກັນທາງດ້ານເພດ ແລະ ອາຍຸຂອງປະຊາກອນໃນປະເທດ, ຈໍານວນຜູ້ສູງອາຍຸຫຼາຍຂຶ້ນ ແຕ່ຈໍານວນປະຊາກອນໃນໄວໜຸ່ມເຊິ່ງກໍຄືໄວເຮັດວຽກ ແມ່ນຫຼຸດລົງ ແລະ ຜົນສຳຫຼວດດ້ານເພດຂອງປະຊາກອນຈີນໃນປີ 2017 ພົບວ່າ ປະຊາກອນເພດຊາຍ ມີຫຼາຍກວ່າ ປະຊາກອນເພດຍິງເຖິງ 32.66 ລ້ານຄົນ.

ຖ້າຫາກກົດໃໝ່ນີ້ຖືກປະກາດນໍາໃຊ້ເປັນທາງການ, ຄູ່ຮັກຊາວຈີນຈະສາມາດເລືອກວ່າເຂົາເຈົ້າຕ້ອງການມີລູກຈັກຄົນໄດ້ ແລະ ມັນຈະເປັນການປະຕິວັດນະໂຍບາຍການຄວບຄຸມບຸດຄັ້ງໃຫຍ່ຂອງຈີນທີ່ມີແມ່ແຕ່ປີ 1970.

ຂ່າວຈາກ: ສຳນັກຂ່າວ Bloomberg, ຮູບຈາກ: cornell

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...