ບຸນປີໃຫມ່ລາວເຮົາໃກ້ຈະຫມູນວຽນຄົບຮອບມາອີກຄັ້ງຫນຶ່ງແລ້ວ ຫລາຍໆຄົນ ຫລາຍໆອົງກອນ ຫລາຍໆບໍລິສັດ ຫລາຍໆວັດວາອາຮາມ… ກໍ່ມີການກະກຽມເພື່ອສະເຫລີມສະຫລອງບູນປີໃຫມ່ລາວເຮົາຢ່າງຄຶກຄັກ ແຕ່ສິ່ງທີ່ເຄີຍກະທຳທີ່ຜ່ານໆມານັ້ນ ແມ່ນມີບາງສິ່ງທີ່ພາກັນເຮັດຜິດ ບໍຖືກຕ້ອງປານໃດ ນັ້ນກໍ່ຄື ການຂຽນ ປ້າຍ ສິ່ງຕ່າງໆ ວ່າ ສະບາຍດີປີໃຫມ່ລາວ ພສ 2561 ຫລື ຄສ 2018 ນັ້ນແມ່ນການຂຽນຜິດພາດຫລາຍ ເພາະບຸນປີໃຫມ່ລາວເຮົານັ້ນ ແມ່ນການປ່ຽນໂດຍການນັບເປັນປີ ຈຸລະສັກກຣາດ ຫລືຈຸລະສັງກຣາດ
ປີນີ້ ແມ່ນ ຈສ 1380 ລາວເຮົານຳໃຊ້ ຈຸລະສັກກຣາດ ຫລືຕົວຫຍໍ້ວ່າ ຈ.ສ ມາແຕ່ດົນນານແລ້ວ ໂດຍເຫັນໄດ້ໃນສິລຈາຣຶກແລະຫນັງສືຜູກບູຮານຕ່າງໆຢ່າງກວ້າງຂວາງ ຫລັກຖານທີ່ພົບເຫັນທີ່ເກົ່າແກ່ທີ່ສຸດເຊິ່ງມີການຍອມຮັບກັນແລ້ວ ແມ່ນສີລາຈາຣຶກພາສາລາວ ທີ່ບ້ານແຮ່ ເມືອງພັງໂຄນ ແຂວງສະກົນນະຄອນ ປະເທດໄທ ໃນປະຈຸບັນນີ້ເອງ ເຊິ່ງຈາຣຶກນີ້ສ້າງຂຶ້ນເມື່ອ ປີ ຈ.ສ 712 ສ່ວນທີ່ເກົ່າແກ່ສຸດໆ ນັ້ນແມ່ນສີລາຈາຣຶກ ຫລັກທີ່ 1 ຂອງວັດວິຊຸນນະຣາຊ ຫລວງພຣະບາງ ປະຈຸບັນແມ່ນຮັກສາໄວ້ທີ່ຫໍພິພິຕະພັນ ພຣະຣາຊວັງເກົ່າ ຫລວງພຣະບາງ ມີຂໍ້ຄວາມຈາຣຶກໄວ້ວ່າ ຈ.ສ 532 ຫິນຫລັກເມືອງວຽງຈັນ ກໍ່ມີການຈາຣຶກດ້ວຍ ຈຸລະສັກກຣາດວ່າມີຂຶ້ນ ເມື່ອມື້ແຮມ 10 ຄ່ຳ ປີກຸນ ຫລື ປີສັດໄຄ້ ຈຸລະສັກກຣາດ ( ຈ.ສ) 901 ກົງກັບວັນຈັນ ທີ່ 16 ກຸມພາ ຄສ 1540.
ປະຈຸບັນນີ້ມີການກ່າວເຖິງລູລະສັກກຣາດ ແຕ່ວົງແຄບໆ ແລະຄົນສ່ວນຫລາຍກໍ່ຍັງບໍຮູ້ດ້ວຍຊ້ຳວ່າ ຈສ ແມ່ນຫຍັງ ແຕ່ຈະຮູ້ຈັກສະເພາະບາງຄົນ ບາງວັດ ໃນໄລຍະບູນປີໃຫມ່ລາວເທົ່ານັ້ນ ເພາະຂາດຄວາມຮູ້ເລື່ອງ ຈສ ເພາະ ຈຸລະສັງກຣາດ ນັ້ນແມ່ນມີຄວາມສຳຄັນກັບປະຫວັດສາດລາວເຮົາມາແຕ່ດຶກດຳບັນ ຖ້າໃຜຄົ້ນຄວ້າ ເອກະສານບູຮານ ຈະເຫັນແຕ່ຈຸລະສັກກຣາດບັນທຶກໄວ້ ທີ່ມາແລະຄວາມຫມາຍຂອງປີ ຈສ ແມ່ນມີຄື : – ຈຸລະສັກກຣາດ ( ຈ.ສ ) ເປັນມື້ບຸນປີໃຫມ່ລາວ ແມ່ນມື້ປ່ຽນ ຈຸລະສັກກຣາດ ເຊິ່ງມີການຂຽນຫຍໍ້ວ່າ : ຈ.ສ ຄຳວ່າ ຈຸລະ ແປວ່າ:ນ້ອຍ, ລຸ້ນ/ຫລັງ ແລະຄຳວ່າ ສັກກະຣາດ ແປວ່າ: ການກຳນົດ ທີ່ມາຈາກຈຸລະສັກກຣາດນີ້ ໃນເອກະສານມີການບັນທຶກໄວ້ວ່າ : ສ້າງຂຶ້ນໃນເຂດແຄວ້ນພຸກາມ ( ມຽນມາ ) ພາຍຫລັງພຸດທະສັກກຣາດລ່ວງມາໄດ້ 1,181 ປີ ( ຄສ 638 ) ໂດຍມີຣາຊຄູ ຫລືສົມເດັດພຣະສັງຄະຣາຊ ອົງທີ່ 1 ຊືວ່າ : ປຸບພຣະໂສຣະທັນ ເຊິ່ງໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຫລາຍ ຫລັງຈາກນັ້ນຈຶ່ງໄດ້ລາຊີກຂາເພດ ຫລືສິກອອກຈາກວັດມາຍຶດຣາຊະສົມບັດ ( ຍຶດອຳນາດ ) ຂອງກະສັດແລ້ວຕັ້ງຕົນເປັນເຈົ້າຊີວິດແທນ ເພື່ອສະຫລອງໄຊຊະນະອັນນີ້ ແລະໃຫ້ເປັນອະນຸສອນສຶບໄປເພິ່ນຈຶ່ງນຳໃຊ້ແລະຕັ້ງສັກກຣາດຂຶ້ນມາໃຫມ່ ນຳໃຊ້ໃນພູມເຂດແດນຂອງຕົນຕັ້ງ ແຕ່ວັນອາທິດ ປີກຸນ ພ.ສ 1881 ເປັນຕົ້ນມາ.
ອີງຕາມເວັບໄຊ ໄດ້ກ່າວໄວ້ວ່າ ຈຸລະສັກກຣາດ Chula Sakarat, MinorEra ພາສາບາລີວ່າ : Culasakaraj ເປັນສັກກຣາດທີ່ເລີ່ມເມື່ອ ພ.ສ 1181 ( ຄ.ສ 638 ) ນັບຮ້ອຍປີ ຕັ້ງແຕ່ 16 ເມສາ ເຖິງ 15 ເມສາ ຜູ້ກຳນົດໃຫ້ນຳໃຊ້ຈຸລະສັກກຣາດ ກໍ່ຄື : ພຣະຍາກະຣະວັນນະດິດ ເມື່ອຄັ້ງມີກອງປະຊຸມກະສັດໃນລ້ານນາ ທີ່ໄດ້ມາປະຊຸມເຫລົ່າກະສັດທຳການລຶບສັກກຣາດປີມະຫາສັກກຣາດ ແລ້ວພາກັນຕັ້ງຈຸລະສັກກຣາດຂຶ້ນມາແທນເດີມ ເຊິ່ງເຂົ້າໃຈວ່າເປັນສັກກຣາດຂອງມຽນມາ ເຊິ່ງປາກົດຢູ່ໃນຕຳລາໂຫລາສາດ ແຕ່ວ່າປີທີ່ຕັ້ງຈຸລະສັກກຣາດນັ້ນເປັນເວລາກ່ອນປີທີ່ ພຣະເຈົ້າອະໂນຣະທາມັງຊໍ ຈະປະສູດເມື່ອໄທອະໂຍທະຍາ ຮັບເອົາສັກກຣາດນີ້ໄປໃຊ້ ເລີຍເກີດມີຄວາມເຊື່ອກັນວ່າເປັນສັກກຣາດຂອງມຽນມາ ຈຸລະສັກກຣາດນຳມາໃຊ້ແຜ່ຫລາຍ ໃນຂົງເຂດອານາຈັກລ້ານນາ , ສຸໂຂໄທ ສະໄຫມຫລັງ ແລະອານາຈັກອະຍຸດທະຍາ ໃນສະໄຫມເຈົ້າປາສາດທອງ ຊົງມີການຕັດປີຈຸລະສັກກຣາດ ແລະໃຊ້ປີຈຸລາມະນີແທນ ເປັນຜົນເຮັດໃຫ້ປີນັກສັດມີການເຄື່ອນໄປສາມປີ ຕໍ່ມາຈຶ່ງປ່ຽນໄປໃຊ້ປີຈຸລະສັກກຣາດຕາມເດີມ.
ທີ່ມາຂອງ ພສ ຫລືວ່າ ພຸດທະສັກກຣາດ : ແມ່ນການນັບປີໂດຍກຳນົດເລິ່ມຕົ້ນພາຍຫລັງພຣະສັມມາສັມພຸດທະເຈົ້າສະເດັດດັບຂັນປະຣິນິພານ ໃນວັນເພັງເດືອນ 6 ຕາມຄຳເຫັນຂອງບັນດານັກປຣາດທັງຫລາຍກ່າວໄວ້ ພຣະສັມມາສັມພຸດທະເຈົາປະຣິນິພານລ່ວງໄປໄດ້ 3 ເດືອນ ເຫລົ່າບັນດາສົງສາວົກທັງຫລາຍ ໂດຍມີພຣະມະຫາສັດສະປະ ເປັນປະທານນຳພາຄະນະສົງສັງຄາຍະນາຄຳສອນພຣະສັມມາສັມພຸທທະເຈົ້າ ເພິ່ນຈິ່ງເລິ່ມພາກັນສ້າງ ພ.ສ 1 ຂຶ້ນມາ ການປ່ຽນພຸດທະສັກກຣາດ ແມ່ນບໍ່ມີຄວາມເປັນເອກະພາບກັນ ກ່າວຄືມີເຖິງ 3 ແບບ ດັ່ງນີ້ : – ປ່ຽນພ້ອມກັບ ຄ.ສ ແບບສາກົນ ດັ່ງຄືປະເທດໄທ ປ່ຽນ ພ.ສ ພ້ອມກັບ ຄ.ສ ມາແຕ່ ພ.ສ 2484 ເຮັດໃຫ້ ພ.ສ2483 ມີພຽງ 9 ເດືອນ ເທົ່ານັ້ນ ຄື : ເມສາ-ທັນວາ – ປ່ຽນພ້ອມຈຸລະສັກກຣາດໃນວັນປີໃຫມ່ສົງການ ( ການປ່ຽນແບບນີ້ຫລາຍສຸດ ຍ້ອນຄວາມເຂົ້າໃຈຜິດ ຄິດວ່າສົ່ງການເປັນປະເພນີປີໃຫມ່ ຂອງພຣະພຸດທະສາສະໜາ. – ປ່ຽນພາຍຫລັງວັນວິສາຂະບູຊາ
ທີ່ມາຂອງ ຄ.ສ ຫລື ຄຣິດຕະສັກກຣາດ: ຄຣິດຕະສັກກຣາດ ໃນພາສາອັງກິດ Anno Domini ຫຍໍ້ມາຈາກພາສາລາຕິນວ່າ : Anno Domini Nostri Lesu Christi ແປວ່າ ປຂອງພຣະຜູ້ເປັນເຈົ້າເຍຊູຄຣິດ ເປັນປີທີ່ໃຊ້ອ້າງອີງໂດຍເລິ່ມນັບຈາກປີທີ່ເຊື່ອກັນວ່າ ພຣະເຍຊູຄຣິດເກີດ ແລະມີອາຍຸຄົບຮອບ 1 ປີ ເປັນ ຄ.ສ ທີ່ 1 ເຊິ່ງກົງກັບປີພຸດທະສັກກຣາດ 544 ແລະມີໄລຍະຫວ່າງຈາກພຸດທະສັກກຣາດ 543 ປີ
ເນື້ອໃນຂໍ້ມູນໄດ້ຈາກບາງຕອນຂອງປື້ມ ສົງການລາວມາແຕ່ໃສ ? ຂອງພຣະໄພວັນ ມາລາວົງ
ຂໍ້ມູນຈາກ: Art and Culture of Laos