Home​ຂ່າວບັນເທິງໂຊຊ້ຽວສະນັ່ນຫຼັງ MGL 12 "ນົບພະລັດ ສີໄກພັກ" ຄວ້າມຸງກຸດມິສແກຣນລາວ 2018 ໄປຄອງ

ໂຊຊ້ຽວສະນັ່ນຫຼັງ MGL 12 “ນົບພະລັດ ສີໄກພັກ” ຄວ້າມຸງກຸດມິສແກຣນລາວ 2018 ໄປຄອງ

Published on

ຫຼັງຈາກການປະກວດມິສແກຣນລາວ 2018 ສິ້ນສຸດລົງ  ແລະ ຜົນປະກົດວ່າ MGL 12 “ນົບພະລັດ ສີໄກພັກ”  ສາວງາມໄວອາຍຸ 20, ຄວາມສູງ 173 ຊມ ໄດ້ຄວ້າມົງກຸດມິສແກຣນລາວ 2018 ໄປຄອງ ເກີດມີກະແສດຣາມ່າມີຄວາມຄິດເຫັນທີ່ແຕກຕ່າງກັນ ໃນໂລກອອນໄລນ໌ ເພາະມີທັງຄົນບໍ່ມັກ ແລະ ຄົນທີ່ມັກນາງເຊຍນາງ, ຄົນທີ່ບໍ່ມັກນາງກໍ່ເບິ່ງວ່ານາງຍັງບໍ່ເໝາະສົມກັນການທີ່ໄດ້ເປັນມິສແກຣນລາວ ສ່ວນຄົນທີ່ເຊຍນາງກໍ່ເຂົ້າມາສະແດງຄວາມຍິນດີກັບການທີ່ນາງໄດ້ຮັບຕຳແໜ່ງ

ແຕ່ເຖິງແນວໃດກໍ່ຕາມທາງບັນເທີງດາລາກັບລາວໂພສກໍ່ສະແດງຄວາມຍິນດີກັບ ນາງ ນົບພະລັດ ສີໄກພັກ ທີ່ໄດ້ກາຍເປັນມິສແກຣນລາວຄົນໃໝ່ຂອງປະເທດ ແລະ ໄດ້ກາຍເປັນຕົວແທນຂອງສາວລາວໄປປະກວດເວທີສາກົນ ມິສແກຣນອິນເຕີເນຊັ່ນເນລ 2018 ແລະ ສະແດງຄວາມຍິນດີກັບ MGL7 ມາລິກາ ໄດ້ຮັບຕຳແໜ່ງຮອງອັນດັບ1, MGL 1 ສີລິຍາພອນ ໄດ້ຮັບຕຳແໜ່ງ ຮອງອັນດັບທີ 2 ແລະ MGL 5 ມະໂນລັກ ໄດ້ຮັບຕຳແໜ່ງ ນາງສາວມິດຕະພາບ

MGL7 ມາລິກາ ໄດ້ຮັບຕຳແໜ່ງຮອງອັນດັບ1

MGL 1 ສີລິຍາພອນ ໄດ້ຮັບຕຳແໜ່ງ ຮອງອັນດັບທີ 2

MGL 5 ມະໂນລັກ ໄດ້ຮັບຕຳແໜ່ງ ນາງສາວມິດຕະພາບ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...