spot_img
HomeມູມໄອທີລາວApple ເປີດໂຕ iPhone SE ສະມາດໂຟນຈໍ 4 ນິ້ວຢ່າງເປັນທາງການ

Apple ເປີດໂຕ iPhone SE ສະມາດໂຟນຈໍ 4 ນິ້ວຢ່າງເປັນທາງການ

Published on

ຫຼັງຈາກທີ່ມີຂ່າວຫຼຸດກັນອອກມາຢ່າງຫຼວງຫຼາຍວ່າ ບໍລິສັດອັນດັບໜຶ່ງຂອງໂລກແບບ Apple ຈະເປີດໂຕສະມາດໂຟນລຸ້ນໃໝ່ມາພ້ອມກັບຈໍຂະໜາດ 4 ນິ້ວ ແລະເປັນການເປີດໂຕເພື່ອມາແທນທີ່ລຸ້ນ iPhone 5s ໃນຕະຫຼາດຕອນນີ້. ເຊິ່ງຂ່າວລືທັງໝົດນີ້ກໍເປັນຄວາມຈິງເມື່ອມື້ຄືນນີ້ທາງບໍລິສັດ Apple ໄດ້ມີການຈັດງານເປີດໂຕສະມາດລຸ້ນໃໝ່ນັ້ນກໍຄື iPhone SE

image

Apple iPhone SE

iPhone SE ມາພ້ອມກັບໜ້າຈໍ IPS LCD ຂະໜາດ 4 ນິ້ວ ຄວາມລະອຽດ 640 x 1136 ພິກເຊວ ແລະ 326 ppi. ໃຊ້ງານຊິບປະມວນຜົນ Apple A9 APL0898  Dual-core, ຄວາມໄວທີ່ 1840 MHz, Twister, 64-bit ແລະຊິບປະມວນຜົນກຣາບຟິກ PowerVR GT7600 ແບບ 6 ຄໍ, RAM ຍັງບໍ່ທັນມີຂໍ້ມູນ (ແຕ່ຄາດວ່າຈະແມ່ນ 1GB) RAM 2GB, ROM 16/64GB. ຂະໜາດໂຕເຄື່ອງ 4.87 x 2.31 x 0.30 ນິ້ວ (123.8 x 58.6 x 7.6 ມມ) ແລະໜັກປະມານ 113 ກຣາມ

ສຳລັບໃນດ້ານຂອງກ້ອງຫຼັງແມ່ນມີຄວາມລະອຽດ 12 ລ້ານພິກເຊວ (ຮູຮັບແສງ F2.2) ພ້ອມກັບແຟລັດຄູ່ LED ສ່ວນຄຸນສົມບັດໂຟກັດອັດຕະໂນມັັດແລະອື່ນໆແມ່ນມີຄົບ ແລະ ກ້ອງໜ້າຄວາມລະອຽດ 1.2 ລ້ານພິກເຊວ ຮອງຮັບການຈັບພາບວີດີໂອໃນຄວາມລະອຽດ 1280×720 (720p HD)

image

ສຳລັບໂຕເຄື່ອງຂອງ iPhone SE ນັ້ນແມ່ນເຮັດມາຈາກວັດສະດຸອະລູມີນຽມຄືກັບລຸ້ນອື່ນໆໃນຊີຣີ ຍົກເວັ້ນ iPhone 5c, ມາພ້ອມກັບລະບົບ iOS 9.0, ມີລະບົບສະແກນລາຍນິ້ວມືທີ່ດ້ານໜ້າໂຕເຄື່ອງ (ປຸ່ມ Home) ເຊິ່ງເປັນລຸ້ນເກົ່າຄືກັນກັບ iPhone 6, ຈາກທີ່ຂຽນໄວ້ດ້ານເທິງຄື iPhone SE ເປັນລຸ້ນທີ່ຈະມາແທນທີ່ໃນຕະຫຼາດຂອງ iPhone 5s ເພາະວ່າຖ້າທຽບກັນແລ້ວ SE ມີສະເປັກທີ່ດີກວ່າຫຼາຍແລະຄຸນສົມບັດອື່ນໆກໍດີກວ່າອີກ ສາມາດເບິ່ງຕາຕະລາງປຽບທຽບໄດ້ທີ່ລິ້ງຂ່າວຕົ້ນທາງ

ໃນເລຶ່ອງຂອງລາຄາມີດັ່ງນີ້:

image

– iPhone SE 16GB $399 (3.240.000 ກີບ) ມີ 4 ສີຄື: Silver, Gold, Space Gray, Rose Gold

– iPhone SE 64GB $499 (4.050.000 ກີບ) ມີ 4 ສີຄື: Silver, Gold, Space Gray, Rose Gold

ເຊິ່ງທັງ 2 ລຸ້ນຈະເປີດໃຫ້ສັ່ງຈອງໃນວັນທີ 24 ມີນານີ້ ແລະຈະປ່ອຍ (ຈັດສົ່ງ) ໃນວັນທີ 31 ມີນາ ສຳລັບກຸ່ມປະເທດທຳອິດມີ: ອອສເຕເລຍ, ແຄນນາດາ, ຈີນ, ຝຣັ່ງ, ເຢຍລະມັນ, ຮ່ອງກົງ, ຍີ່ປຸ່ນ, ນິວ ຊີແລນ, ເປີໂຕ ຣິໂກ, ສິງກະໂປ, ອັງກິດ ແລະ ອາເມຣິກາ

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...