ຫັດຖະກຳຕ່ຳຜ້າ ແມ່ນຕິດພັນກັບວິຖີການດຳລົງຊີວິດ ຂອງຄົນລາວເຮົາມາຕັ້ງແຕ່ບູຮານະການ ເຊິ່ງແຕ່ລະຊົນເຜົ່າ ກໍ່ມີເອກະລັກການຕ່ຳຜ້າ, ຍ້ອມຜ້າ ແລະ ການບັນຈົງອອກແບບລວດລາຍ ທີ່ແຕກຕ່າງກັນໄປ. ໃນຊຸມປີ 1980, ບັນດານັກທ່ອງທ່ຽວທີ່ມາຢ້ຽມຢາມລາວ ໄດ້ເລີ່ມໃຫ້ຄວາມສົນໃຈກັບຜ້າໄໝບູຮານ ທີ່ຕໍ່າໄວ້ໃນສະໄໝກ່ອນປົດປ່ອຍ ເຊິ່ງທ່ານ ຫານຊະນະ ສີສານ ໄດ້ເຫັນໃນຕອນນັ້ນ ກໍ່ມີຄວາມພູມອົກພູມໃຈໃນມໍລະດົກຂອງຊາດລາວ. ແມ່ເຖົ້າຂອງ ພັນລະຍາ ຂອງ ທ່ານ ຫານຊະນະ ເອງ ກໍ່ເຄີຍເປັນຊ່າງຕ່ຳຫູກ ໃນແຂວງຊຽງຂວາງ ເຊິ່ງເພິ່ນໄດ້ນຳໃຊ້ວິທີການແບບບູຮານ ໃນການຕ່ຳຜ້າ ແລະ ຍ້ອມຜ້າແບບທຳມະຊາດ.
ແຕ່ພາຍຫຼັງທີ່ເຫັນຊາວຕ່າງຊາດ ມາທ້ອນເອົາຜ້າໄໝບູຮານຕ່າງໆໄປສະສົມໄວ້, ທ່ານ ຫານຊະນະ ຈຶ່ງເລີ່ມຮູ້ສຶກວ່າ ວັດທະນະທຳອັນສຳຄັນລາວເຮົາ ອາດຈະສູນຫາຍໄປນຳກໍ່ເປັນໄດ້. ດັ່ງນັ້ນ, ທ່ານ ຫານຊະນະ ແລະ ພັນລະຍາ ທີ່ຍັງເປັນລັດຖະກອນຢູ່ໃນຕອນນັ້ນ ຈຶ່ງໄດ້ຕັດສິນໃຈ ເລີ່ມເກັບສະສົມແຜ່ນແພເປັນຂອງຕົນເອງ ເພີ່ມຕື່ມໃສ່ບັນດາຜ້າໄໝຕ່າງໆ ຂອງຄອບຄົວທີ່ມີແຕ່ດັ້ງເດີມແລ້ວ ເພື່ອເປັນການປົກປັກຮັກສາແຜ່ນແພເກົ່າແກ່ໄວ້ ບໍ່ໃຫ້ສູນຫາຍໄປ ເພາະໃນສະໄໝນັ້ນ ແມ່ນຍັງບໍ່ທັນໄດ້ມີການວາງນະໂຍບາຍທາງການໃດໆ ເພື່ອປົກປັກຮັກສາ ແຜ່ນແພຜ້າໄໝດັ່ງກ່າວ.
ທ່ານ ຫານຊະນະ ໄດ້ເລົ່າສູ່ພວກເຮົາຟັງວ່າ ພາຍຫຼັງປົດປ່ອຍ, ປະຊາຊົນຈຳນວນຫຼວງຫຼາຍ ຈາກທາງພາກເໜືອ ຜູ້ມີຄວາມຮູ້ ແລະ ທັກສະໃນການຕ່ຳຜ້າແບບເກົ່າແກ່ ໄດ້ພາກັນຍ້າຍຖິ່ນຖານລົງມາຢູ່ວຽງຈັນ ແຕ່ກໍ່ບໍ່ມີທຶນຮອນ ຫຼື ຕົ້ນທຶນ ໃນການກໍ່ຕັ້ງສະຖານທີ່ຕ່ຳຜ້າ. ທ່ານນາງ ບົວສອນຄໍາ ສີສານ ຜູ້ເປັນພັນລະຍາ ຕ້ອງການຢາກຊ່ວຍຟື້ນຟູຂະແໜງການດັ່ງກ່າວ ຈຶ່ງໄດ້ຕັດສິນໃຈເປີດຮ້ານຫັດຖະກຳ ການຈະນາ ຂຶ້ນ ຢູ່ທີ່ບໍລິເວນທາດດຳ ໃຈກາງນະຄອນຫຼວງວຽງຈັນ. ທ່ານ ຫານຊະນະ ກ່າວວ່າ “ພວກເຮົາໄດ້ຈົກເງິນຕົນເອງເພື່ອໄປຊື້ຫູກ ແລະ ຈ້າງຊ່າງຕ່ຳຜ້າ. ພວກເຮົາຄິດວ່າເຮົາຄວນຈະຕ່ຳຜ້າໃໝ່ອອກມາຂາຍ ແລະ ປົກປັກຮັກສາຜ້າແພເກົ່າໄວ້ ເປັນມູນເຊື້ອໃຫ້ຄົນຮຸ່ນຫຼັງໄດ້ເບິ່ງ.”
ໃນປີ 1990, ທ່ານ ຫານຊະນະ ພ້ອມພັນລະຍາ ກໍ່ໄດ້ກໍ່ຕັ້ງພິພິທະພັນຂອງຕົນເອງຂຶ້ນມາ ໃນບໍລິເວນດິນເຮືອນ ຢູ່ບ້ານໜອງທາໃຕ້ ໃນຮູບແບບເຮືອນຊົງລາວບູຮານ. ພິພິຕະພັນແຫ່ງນີ້ຈະເຮັດໃຫ້ທ່ານຮູ້ສຶກຄືຍ້ອນເວລາໄປໃນອະດີດ ດ້ວຍບັນຍາກາດເຢັນ ແລະ ສະຫງົບ ປາສະຈາກສຽງ ແລະ ຄວາມວຸ້ນວາຍໃນຕົວເມືອງມາລົບກວນ. ໃນພິພິທະພັນດັ່ງກ່າວ ແມ່ນມີການວາງສະແດງ ຕົວຢ່າງຜ້າແພຈາກຫຼາກຫຼາຍຊົນເຜົ່າ, ພ້ອມອະທິບາຍປະຫວັດຄວາມເປັນມາ ແລະ ວິທີການນຳໃຊ້ຜ້າຕ່າງໆເຂົ້າໃນຊີວິດປະຈຳວັນ, ທັງຍັງມີການສາທິດການຕ່ຳຜ້າ ໃຫ້ແກ່ຜູ້ທີ່ມາຢ້ຽມຢາມນຳອີກ. ພິພິຈະພັນແຫ່ງນີ້ ຍັງຍ້ອມສີຜ້າແບບທຳມະຊາດເອງ ແລະ ບາງຄັ້ງກໍເປີດສອນຕ່ຳຜ້ານໍາ.
ທ່ານ ຫານຊະນະ ກ່າວວ່າ “ພວກເຮົາຢາກປົກປັກຮັກສາມູນເຊື້ອການຕ່ຳຜ້າແບບດັ້ງເດີມ ແລະ ສະແດງໃຫ້ຜູ້ມາຢ້ຽມຢາມ ໄດ້ເຫັນເຖິງຂັ້ນຕອນວິທີການຕໍ່າຜ້າ ວ່າມີຄືແນວໃດແດ່. ເຕັກນິກການຕ່ຳຜ້າ ແມ່ນມີຫຼາກຫຼາຍຮູບແບບແຕກຕ່າງກັນໄປ ແລະ ບາງເຕັກນິກກໍ່ເກືອບຈະສູນຫາຍໄປແລ້ວ ແຕ່ກໍ່ກັບມາເຮັດຄືນໃໝ່ໄດ້ ເພາະປັດຈຸບັນແມ່ນມີເຄື່ອງຈັກຕ່ຳ. ຜ້າແພທີ່ຕໍ່າຈາກເຄື່ອງຈັກ ແມ່ນລຽບກວ່າ ແລະ ຜະລິດໄດ້ໄວກວ່າ, ແຕ່ເຖິງຢ່າງໃດກໍ່ຕາມ ມັນກໍ່ບໍ່ຄືກັນກັບຜ້າໄໝທີ່ຕໍ່າໂດຍໃຊ້ມື, ເຊິ່ງຜ້າຕ່ຳມື ແມ່ນຍັງຄົງມີຄຸນຄ່າຫຼາຍ ແລະ ເປັນທີ່ນິຍົມ ຈາກທັງແຂກພາຍໃນ ແລະ ຕ່າງປະເທດ”.
ບົດຄວາມອ້າງອີງ: ວາລະສານຈຳປາເມືອງລາວ.