spot_img
Homeຂ່າວພາຍ​ໃນປະຊາຊົນ ໜອງພະຍາ-ໜອງບຶກ ຮັບຜົນກະທົບໜັກຈາກຂີ້ຝຸ່ນ

ປະຊາຊົນ ໜອງພະຍາ-ໜອງບຶກ ຮັບຜົນກະທົບໜັກຈາກຂີ້ຝຸ່ນ

Published on

ປະຊາຊົນທີ່ອາໄສຢູ່ລຽບເສັ້ນທາງ ດົງໂດກ-ໜອງບຶກ ໄດ້ຮັບຜົນກະທົບຢ່າງໜັກ ຕໍ່ສະພາບຂີ້ໃຫງ່ຈາກເສັ້ນທາງທີ່ກຳລັງກໍ່ສ້າງ ແລະເດັກນ້ອຍຈຳນວນຫຼາຍ ກໍເປັນພະຍາດທາງເດິນຫາຍໃຈ (ຫວັດ, ໄອ ແລະປອດອັກເສບ) ແລ້ວ.

ຕາມການລາຍງານຂອງນັກຂ່າວ ລາວໂພສ ກ່າວວ່າ ປັດຈຸບັນນີ້ປະຊາຊົນບ້ານໜອງພະຍາ, ນາສ້ຽວ, ຊຳເກດ, ດົງກະເລົາ ແລະໜອງບຶກ ກໍຄືຜູ້ທີ່ມີຄວາມຈຳເປັນຕ້ອງໃຊ້ເສັ້ນທາງ ດົງໂດກ-ໜອງບຶກ ແມ່ນໄດ້ຮັບຜົນກະທົບຢ່າງໜັກຕໍ່ສະພາບເສັ້ນທາງທີ່ກຳລັງມີການກໍ່ສ້າງ ຈຶ່ງເຮັດໃຫ້ມີຂີ້ຝຸ່ນໃຫງ່ຫຼາຍ. ປະຊາຊົນຈຳນວນໜຶ່ງທີ່ຢູ່ລຽບແຄມທາງກໍໄດ້ພະຍາຍາມສີດນໍ້າໃສ່ທາງໃນບໍລິເວນໜ້າເຮືອນຂອງຕົນເອງຢູ່ທຸກມື້ ແຕ່ກໍບໍ່ໄຫວ ເນື່ອງຈາກບໍ່ສາມາດຫົດໃຫ້ທົ່ວເຖິງໄດ້ ເວລາລົດແລ່ນກາຍເຮັດໃຫ້ຂີ້ຝຸ່ນໃຫງ່ປິວເຂົ້າເຮືອນ ແລະປິວໄປໄກຫຼາຍຮ້ອຍແມັດ.

ນອກຈາກສະພາບຂີ້ຝຸ່ນໃຫງ່ແລ້ວ ເສັ້ນທາງດັ່ງກ່າວຫຼາຍບ່ອນແມ່ນຍັງບໍ່ໄດ້ມີການປັບໜ້າທາງ ຈຶ່ງຍັງປະເສັ້ນທາງທີ່ເປ່ເພເປັນຂຸມໄວ້ຢູ່ ເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ແລະເຮັດໃຫ້ລົດເພຢູ່ເລື້ອຍໆ ດັ່ງປະຊາຊົນທ່ານໜຶ່ງກ່າວວ່າ: ເສັ້ນທາງທີ່ເປ່ເພບາງບ່ອນຍັງບໍ່ໄດ້ຮັບການສ້ອມແປງ ມັນເຮັດໃຫ້ການສັນຈອນຫຍຸ້ງຍາກໄດ້ຄ່ອຍໄປ-ຄ່ອຍມາ ແຕ່ວ່າບາງເທື່ອມີເຫດຫຼືວຽກກໍຕ້ອງແລ່ນລົດອ່າວໄວ ຈຶ່ງເຮັດໃຫ້ລົດເປ່ເພໄວພໍສົມຄວນ ຕ້ອງໄດ້ເອົາລົດເຂົ້າອູ່ກວດເຊັກຊ່ວງລ່າງແລະປ່ຽນອາໄຫຼ່ຢູ່ເລື້ອຍໆ. ສ່ວນເລື່ອງສຸຂະພາບກໍເຫັນວ່າມີເດັກນ້ອຍພາກັນເປັນພະຍາດທາງລະບົບຫາຍໃຈຫຼາຍ, ເລື່ອງການຄ້າການຂາຍກໍງຽບເຫງົາ ໂດຍສະເພາະແມ່ນຮ້ານອາຫານ ໄດ້ປິດໄປຫຼາຍຮ້ານ. ສົມມຸດວ່າຫາກມີເຄື່ອງກວດສະພາບອາກາດໄດ້ ຂ້ອຍຄິດວ່າມັນເກີນມາຕະຖານຄວາມປອດໄພຫຼາຍເທົ່າຢ່າງແນ່ນອນ.

ເສັ້ນທາງດັ່ງກ່າວ ມີຄວາມຍາວ 9.7 ກິໂລແມັດ ເປັນຈຸດເຊື່ອມຕໍ່ລະຫວ່າງທາງເລກທີ 13 ໃຕ້ ກັບທາງເລກທີ 13 ເໜືອ ແລະເປັນທີ່ຕັ້ງຂອງໂຮງໝໍແມ່ແລະເດັກເກີດໃໝ່ສູນກາງ ໂດຍແມ່ນບໍລິສັດຕັງຈະເລີນເປັນຜູ້ຂະຫຍາຍແລະສ້າງໃໝ່ໃຫ້ໃຫຍ່ກວ່າເກົ່າ ແລະຄາດວ່າຈະເທຄອນກີດໃຫ້ແລ້ວໃນເດືອນກັນຍາ 2018. ແຕ່ປະຊາຊົນຫຼາຍຄົນກ່າວວ່າ ບາງໄລຍະທາງຜູ້ຮັບເໝົາກໍ່ສ້າງກໍເຮັດວຽກໄວ, ແຕ່ມາໄລຍະນີ້ຮູ້ສຶກວ່າການເຮັດວຽກແມ່ນຊັກຊ້າຫຼາຍ ຖ້າເປັນຄືໄລຍະນີ້ແມ່ນບໍ່ສຳເລັດທັນຕາມເວລາທີ່ກຳນົດໄວ້ຢ່າງແນ່ນອນ.

ສິ່ງທີ່ປະຊາຊົນຮຽກຮ້ອງໃນປັດຈຸບັນຄື ຕ້ອງການໃຫ້ທາງຜູ້ຮັບເໝົາກໍ່ສ້າງຂູດປັບໜ້າທາງໃນຈຸດທີ່ເສັ້ນທາງເປັນຂຸມຫຼາຍໆ, ຫົດນໍ້າເປັນປະຈຳຢ່າງໜ້ອຍ ມື້ລະ 4 ຮອບ ແລະເຮັດໃຫ້ສຳເລັດໂດຍໄວ.

ສະພາບຂີ້ຝຸ່ນໃຫງ່ບາງເວລາໃນເສັ້ນທາງດັ່ງກ່າວ (ຮູບຖ່າຍຕອນແລງວັນທີ 5 ມີນາ 2018)
ສະພາບຂີ້ຝຸ່ນໃຫງ່ບາງເວລາ ແລະສະພາບໜ້າທາງບາງຍ່ານ ໃນເສັ້ນທາງດັ່ງກ່າວ (ຮູບຖ່າຍຕອນແລງວັນທີ 5 ມີນາ 2018)

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...