spot_img
Homeຂ່າວທ້ອງຖິ່ນພາສປອດລາວຖືກຈັດອັນດັບໃຫ້ຊົງອິດທິພົນອັນດັບທີ 90 ຂອງໂລກ

ພາສປອດລາວຖືກຈັດອັນດັບໃຫ້ຊົງອິດທິພົນອັນດັບທີ 90 ຂອງໂລກ

Published on

ໜັງສືຜ່ານແດນ (passport) ຂອງລາວຖືກຈັດອັນດັບໃຫ້ໃຫ້ຊົງອິດທິພົນອັນດັບ 90 ຂອງໂລກ ໃນຂະນະທີ່ອັນດັບ 1 ເປັນຂອງຍີ່ປຸ່ນ ແລະ ສິງກະໂປ.

ເຮນລີ ແອນ ພາດເນີ ບໍລິສັດດ້ານກົດໝາຍສຳຫຼວດ ແລະ ຈັດອັນດັບໜັງສືຜ່ານແດນທີ່ຊົງອິດທິພົນທີ່ສຸດຂອງໂລກປະຈຳປີ 2018 ເຊິ່ງໜັງສືຜ່ານແດນທີ່ເລື່ອນຂຶ້ນມາຊົງອິດທິພົນທີ່ສຸດໃນໂລກໄດ້ແກ່ຍີ່ປຸ່ນ ແລະ ສິງກະໂປ ຈາກການສຳຫຼວດທັງໝົດ 180 ປະເທດ. ສ່ວນ ລາວຖືກຈັດຢູ່ອັນດັບທີ 90 ຮ່ວມກັບ ອານຈີເຣຍ, ເອຄວາທໍຣຽວກີນີ, ແອງໂກຣາ ແລະ ໄລບີເຣຍ ສາມາດເດີນທາງເຂົ້າປະເທດອື່ນໄດ້ 47 ປະເທດ.

ປະເທດເພື່ອນບ້ານລາວເຊັ່ນ ໄທ ຢູ່ທີ່ອັນດັບ 65 ຮ່ວມກັບນາມິເບຍ, ຊູຣິນາເມ ແລະ ບາເຣນ ສາມາດເດີນທາງເຂົ້າ 75 ປະເທດໂດຍບໍ່ຕ້ອງໃຊ້ວີຊາ. ສ່ວນປະເທດມຽນມາ ຢູ່ອັນດັບທ້າຍສຸດໃນພາກພື້ນອາຊຽນ.

ຕໍ່ໄປນີ້ແມ່ນອັນດັບຄວາມຊົງອິດທິພົນຂອງໜັງສືຜ່ານແດນປະເທດທັງໝົດໃນອາຊີຕາເວັນອອກສ່ຽງໃຕ້:

(1) ສິງກະໂປເຂົ້າໄດ້ 180 ປະເທດ

(11) ມາເລເຊຍເຂົ້າໄດ້ 169 ປະເທດ

(21) ບຣູໄນເຂົ້າໄດ້ 153 ປະເທດ

(57) ຕິມໍເລສເຕເຂົ້າໄດ້ 85 ປະເທດ

(65) ໄທເຂົ້າໄດ້ 75 ປະເທດ

(69) ອິນໂດເນເຊຍເຂົ້າໄດ້ 70 ປະເທດ

(70) ຟິລິບປິນເຂົ້າໄດ້ 63 ປະເທດ

(88) ຫວຽດນາມ ແລະ ກຳປູເຈຍເຂົ້າໄດ້ 49 ປະເທດ

(90) ລາວເຂົ້າໄດ້ 47 ປະເທດ

(94) ມຽນມາເຂົ້າໄດ້ 42 ປະເທດ

 

ແຫລ່ງຂໍ້ມູນ : .henleyglobal ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...