spot_img
Homeຂ່າວຕ່າງປະເທດອັນດັບແຂ່ງຂັນເສດຖະກິດໂລກ ສະວິດເຊີແລນ ອັນດັບ 1 ສ່ວນ ສປປລາວ ຕິດອັນດັບ 93!

ອັນດັບແຂ່ງຂັນເສດຖະກິດໂລກ ສະວິດເຊີແລນ ອັນດັບ 1 ສ່ວນ ສປປລາວ ຕິດອັນດັບ 93!

Published on

 

ອົງກອນ ເວີນ ອີໂຄໂດມິກ ຟໍຣຳ  ຈັດອັນດັບປະເທດທີ່ມີສັກກະຍະພາບໃນການແຂ່ງຂັນທາງເສດຖະກິດຂອງໂລກ

ປະຈຳປີ 2014 ສະລິດເຊີແລນ ຄອງອັນດັບ 1 ສ່ວນ ສປປລາວ ຢູ່ອັນດັບທີ 93.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍາ 2014 ນີ້ວ່າ ອົງກອນ ເວີນ ອີໂຄໂດມິກ ຟໍຣຳ (Wold Economic

Forum) ໄດ້ເປີດເຜີຍຜົນການຈັດອັນດັບ ປະເທດທີ່ມີສັກກະຍະພາບໃນການແຂ່ງຂັນທາງດ້ານເສດຖະກິດສູງທີ່ສຸດ

ໃນໂລກ ປະຈຳປີ 2014 ໂດຍໃຊ້ຫຼັກເກນໃນການວັດແທກຫຼາຍປັດໃຈ ເປັນຕົ້ນແມ່ນສະຖາບັນຕ່າງໆພາຍໃນປະເທດ,

ລະບົບພື້ນຖານໂຄງລ່າງ, ລະບົບສາທາລະນະສຸກ ແລະ ການສຶກສາ, ຂະໜາດຂອງຕະຫຼາດ, ສະພາບແວດລ້ອມທາງ

ດ້ານເສດຖະສາດມະຫາພາກ ແລະ ຍັງມີປັດໃຈອື່ນໆອີກ ໂດຍການສຳຫຼວດກຸ່ມຜູ້ນຳເສດຖະກິດ ໄດ້ປະເມີນສັກກະຍະ

ພາບ ແລະ ຄວາມໂປ່ງໃສຂອງລັດຖະບານ ປະກົດຜົນວ່າ ປະເທດສະວິດເຊີແລນ ຄອງອັນດັບທີ 1 ເປັນປີທີຫົກຕິດຕໍ່

ກັນ ເຖິງແມ່ນວ່າຍັງມີປັນຫາເລື່ອງສີມືແຮງງານ, ສ່ວນປະເທດສິງກະໂປ ຍຶດອັນດັບທີ 2 ຕິດຕໍ່ຈາກປີທີ່ແລ້ວ ໃນຂະ

ນະທີ່ສະຫະລັດອາເມຣິກາ  ຫຍັບຂຶ້ນມາຈາກອັນດັບ 5 ມາເປັນອັນດັບທີ 3 ໃນປີນີ້ ຫຼັງຈາກເຄີຍຄອງອັນດັບ 1 ເມື່ອ 7

ປີກ່ອນ ແຕ່ໄດ້ຕົກຕ່ຳລົງມາເລື້ອຍໆ ຈາກການປະເຊີນກັບວິກິດການທາງການເງິນ.

 

ສ່ວນອັນດັບທີ 4 ຫາອັນດັບທີ 10 ແມ່ນລຽງຕາມລຳດັບຄື: ແຟັງລັງ, ເຢຍລະມັນ, ຍີ່ປຸ່ນ, ຮົ່ງກົງ, ໂຮນລັງ, ອັງກິດ

ແລະ ສະວີເດັນ.  ສ່ວນຈີນແມ່ນໄດ້ຫຍັບຈາກອັນດັບທີ 29 ເປັນອັນດັບທີ 28 ໃນປີນີ້, ຂະນະທີ່ຣັດເຊຍກໍໄດ້ຫຍັບຈາກ

ອັນດັບທີ 64 ມາເປັນ 53, ແຕ່ອິນເດຍແມ່ນໄດ້ຕົກຈາກອັນດັບທີ 60 ມາເປັນອັນດັບທີ 71 (ຕົກ 11 ອັນດັບ).

 

ສຳລັບອັນດັບໃນກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນອກເໜືອຈາກສິງກະໂປທີ່ຕິດອັນດັບ 2 ແລ້ວ

ແມ່ນປະກອບດ້ວຍ ມາເລເຊຍ ອັນດັບທີ 20, ໄທ ອັນດັບທີ 31, ອິນໂດເນເຊຍ ອັນດັບທີ 34, ຟິລິບປິນ ອັນດັບທີ 52,

ຫວຽດນາມ ອັນດັບທີ 68, ສປປ ລາວ ອັນດັບທີ 93, ກຳປູເຈຍ ອັນດັບທີ 95 ແລະ ມຽນມາ ອັນດັບທີ 134.

 

ສຳລັບປະເທດທີ່ມີອັນດັບຕ່ຳທີ່ສຸດ ຄືອັນດັບທີ 144​ ແມ່ນປະເທດກີນີ ເຊິ່ງເປັນປະເທດຕົ້ນຕໍຂອງການລະບາດເຊື້ອ

ອີໂບລາໃນຮອບໃໝ່ປັດຈຸບັນນີ້.

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...