spot_img
Home​ຂ່າວທ່ອງທ່ຽວດອກໄມ້ບານທີ່ "ບ້ານເກີດປະເທດລາວ"

ດອກໄມ້ບານທີ່ “ບ້ານເກີດປະເທດລາວ”

Published on

ວຽງໄຊ ເປັນເມືອງປະຫວັດສາດ ເປັນຖານທີ່ໝັ້ນຂອງການປະຕິວັດ ຫຼືເວົ້າຢ່າງໜຶ່ງວ່າເປັນ “ບ້ານເກີດຂອງ ສປປ ລາວ” ກໍວ່າໄດ້ ເພາະກອງທັບ, ພັກ, ລັດຖະບານ, ບັນດາກະຊວງ ແລະອົງການຈັດຕັ້ງຕ່າງໆ ຂອງ ສປປ ລາວ ໃນປັດຈຸບັນແມ່ນເກີດຂຶ້ນທີ່ນີ້ ກ່ອນຈະຍົກຍ້າຍໄປຍັງນະຄອນຫຼວງວຽງຈັນ ພາຍຫຼັງປະກາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

ວັນທີ 29 ທັນວາ 2017 ລູກຊາວບ້ານນາພາ ທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ນຳພາລູກຫຼານ ທີ່ເກີດໃໝ່ໃຫຍ່ລຸນໄປຢາມບ້ານ ເພື່ອຢ້ຽມຊົມສະຖານຖໍ້າທີ່ລີ້ໄພຈາກລະເບີດແລະລູກສອນໄຟຂອງກອງທັບອາກາດສະຫະລັດ ໃນປີ 1968-1970.

ຖໍ້າຜາສູບ ຕັ້ງຢູ່ທາງຕີນບ້ານນາພາ ຍ່າງຜ່ານທົ່ງນາໄປບໍ່ຮອດ 10 ນາທີ ກໍຮອດຕີນຜາ ແລະຍ່າງຂຶ້ນໄປບໍ່ທັນເມື່ອຍກໍຮອດປາກຖໍ້າ ເຊິ່ງເປັນອຸໂມງທີ່ກວ້າງໃຫຍ່ ສາມາດດຳລົງຊີວິດຢູ່ໄດ້ຫຼາຍຮ້ອຍຄົນ. ຜູ້ເຖົ້າເລົ່າວ່າ ຕະຫຼອດໄລຍະສົງຄາມ, ປະຊາຊົນແລະທະຫານ ທີ່ຢູ່ບ້ານນາພາ ເມືອງວຽງໄຊແຫ່ງນີ້ ໄດ້ຫຼົບຫຼີກຈາກການຖິ້ມລະເບີດໃສ່ຖໍ້າແຫ່ງນີ້. ບັນດາການນຳແນວລາວຮັກຊາດ ແລະຄອບຄົວຂອງເພິ່ນຫຼາຍທ່ານ ທີ່ຢູ່ຝ່າຍແນວລາວຮັກຊາດ ກໍເຄີຍດຳລົງຊີວິດຢູ່ໃນຖໍ້າແຫ່ງນີ້ ລວມທັງຄອບຄົວທ່ານ ສີຊະນະສີສານ ແລະ ທ່ານ ດຣ ເພັດ ພົມພິທັກ (ຫົວໜ້າຫ້ອງວ່າການລັດຖະບານໃນປັດຈຸບັນ) ກໍໄດ້ອາໄສຢູ່ໃນຖໍ້າແຫ່ງນີ້. ການດຳລົງຊີວິດຢູ່ໃນຖໍ້າແຫ່ງນີ້ ແມ່ນດຳເນີນໄປຢ່າງເປັນປົກກະຕິ ແລະມີການຮ່ວມມືກັບຫຼາຍພາກສ່ວນ. ນອກຈາກນັ້ນ ກໍຍັງມີລູກຫຼານຫຼາຍຄົນທີ່ເກີດຢູ່ໃນຖໍ້າແຫ່ງນີ້.

ຢູ່ກົງກັນຂ້າມກັບປາກຖໍ້າແຫ່ງນີ້ ແມ່ນມີຜາສູງອີກໜ່ວຍໜຶ່ງ ເປັນກຳບັງໄວ້ ເຊິ່ງເຮັດໃຫ້ເຮືອບິນບໍ່ສາມາດຍິງລູກສອນໄຟ ຫຼືຖິ້ມລະເບີດເຂົ້າໃສ່ປາກຖໍ້າຜາສູບໄດ້. ເຊິ່ງນີ້ກໍແມ່ນລັກສະນະພິເສດໜຶ່ງ ຂອງເຂດທີ່ໝັ້ນເມືອງວຽງໄຊ ທີ່ສາມາດເປັນທີ່ຫຼົບຫຼີກຈາກການໂຈມຕີຂອງສັດຕູຝ່າຍກົງກັນຂ້າມໄດ້.

ມາຮອດປັດຈຸບັນນີ້, ບັນດາຖໍ້າຕ່າງໆ ທີ່ເປັນເຮືອນຂອງຜູ້ນຳການປະຕິວັດ, ເປັນໂຮງໝໍ, ເປັນໂຮງຮຽນ, ເປັນກະຊວງ, ເປັນໂຮງງານ, ເປັນກອງທັບ… ລ້ວນແຕ່ໄດ້ມີການອະນຸລັກ-ພັດທະນາ ແລະພ້ອມທີ່ຈະພານັກທ່ອງທ່ຽວເຂົ້າໄປທ່ອງທ່ຽວແລະທັດສະນະສຶກສາໄດ້ຕະຫຼອດເວລາ.

ນອກຈາກ, ທິວທັດທຳມະຊາດຜາຫີນແລະຖໍ້າ ທີ່ປະດັບປະດາໃຫ້ເມືອງວຽງໄຊ ມີຄວາມໂດດເດັ່ນແລະສວຍງາມແລ້ວ, ການປູກຕົ້ນດອກໄມ້ທີ່ເປັນເອກະລັກຂອງທ້ອງຖິ່ນ ແມ່ນສິ່ງໜຶ່ງທີ່ມີຄວາມໂດດເດັ່ນ. ຕົ້ນດອກຄາຍປ່າໄດ້ຖືກປູກປະດັບປະດາຕົວເມືອງ ທີ່ກຳລັງເບັ່ງບານໃນລະດູໜາວ ນັບແຕ່ທ້າຍເດືອນທັນວາ ຫາທ້າຍເດືອນກຸມພາ ນັກທ່ອງທ່ຽວສາມາດທ່ຽວຊົມໄດ້ຢ່າງເບີກບານໃຈ ປະກອບກັບສະພາບອາກາດທີ່ເຢັນເປັນພິເສດ ຈຶ່ງເຮັດໃຫ້ຫຼາຍຄົນທີ່ໄດ້ໄປທ່ຽວນຶກເຖິງດອກສະກຸລະຂອງຍີ່ປຸ່ນ.

ດັ່ງນັ້ນ, ເມື່ອປີ 2014 ໂດຍໄດ້ຮັບການອຸປະຖຳຈາກ ລັດຖະບານຍີ່ປຸ່ນ ເມືອງວຽງໄຊຈຶ່ງໄດ້ສ້າງສວນດອກສະກຸລະຂຶ້ນ ເຊິ່ງປັດຈຸບັນພວມເຕີບໃຫຍ່ ແລະຫຼາຍຕົ້ນກໍເລິ່ມອອກດອກແລ້ວ.

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...