ຕອນທີ 23 ຄຳຂໍຂອງລູກນົກ
ຍັງເຫຼືອອີກສອງອາທິດເທົ່ານັ້ນກໍ່ຈະຮອດວັນສອບເສັງຈົບຊັ້ນ ສະນັ້ນ ໃນຊ່ວງໄລຍະນີ້ນັກຮຽນທຸກຄົນຈິ່ງຕັ້ງໃຈຄົ້ນຄວ້າບົດຮຽນ ມາລີ ເກສອນ ແລະ ມັງກອນ ໄດ້ຈັບກຸ່ມຄົ້ນຄວ້າບົດຮຽນນຳກັນ ແຕ່ເພາະທັງສາມຄົນມີລະດັບການຮຽນເທົ່າໆນັ້ນ ດັ່ງນັ້ນ ເມື່ອພວກເຂົາຕ້ອງແກ້ຄຳຖາມຢາກໆ ພວກເຂົາກໍ່ບໍ່ສາມາດເຮັດໄດ້
ເກສອນເອົາມືຄ້ຳແກ້ມເພາະກຸ້ມໃຈ: ໂອ້ຍຍຍຍຍ! ສາມຄົນເຮົາກໍ່ຈະຮຽນຈົບຢູ່ຫວານິ! ຄົ້ນຄວ້າບົດຮຽນມາສອງຊົ່ວໂມງແລ້ວຍັງແກ້ເລກບໍ່ໄດ້ຮອດສິນຂໍ້
ມັງກອນ: ຕ້ອງເສັງຈົບແນ່ນອນ! ຢ່າຟ້າວທໍ້ ເຮົາກໍ່ເລືອກແກ້ຂໍ້ທີ່ມັນງ່າຍໆໄປກ່ອນ
ມາລີ: ຊັ້ນເຮົາມາລອງແກ້ຂໍ້ນີ້ເບິ່ງເນາະ ຄຳຖາມ
ມັງກອນ: P(x)=…?
ເກສອນ: ເທົ່າ…ຕໍ່ເລີຍມັງກອນ
ມາລີ: ວ່າແນວໃດມັງກອນ P(x)=…?
ມັງກອນຍິ້ມແຫ້ງໆ: ເອີ… ມັນບໍ່ຮູ້ວ່າເທົ່າຫຍັງຕໍ່ໄປ
ເກສອນ ກັບ ມາລີຖອນເຖິງກັບຖອນຫາຍໃຈຫັນໜ້າໜີໄປຄົນລ່ະທາງ
ມາລີ: ຖ້າເປັນແບບນີ້ຕໍ່ໄປເຮົ່າຕ້ອງຕົກແນ່ນອນ
ເກສອນ: ຫັ້ນລ່ະ! (ແລ້ວເກສອນກໍ່ເກີດຄວາມຄິດຂຶ້ນມາ)! ມາລີ…! ເພິ່ນລອງໄປຂໍໃຫ້ໂທນີມາຊ່ວຍພວກເຮົາໃນການຄົ້ນຄວ້າບົດຮຽນຈະໄດ້ບໍ່
ມາລີ: ອືມມມມ!
ມັງກອນໂວຍວາຍຂຶ້ນ: ນີ້ເກສອນ! ຄິດຈັ່ງໃດຈິ່ງສິໃຫ້ໝໍນັ້ນມາເຂົ້າຮ່ວມຄົ້ນຄວ້າບົດຮຽນນຳພວກເຮົາ! ພວກເຮົາຫາທາງອອກໄດ້ ເຊັ່ນ: ໄປຖາມອາຈານ ຫຼື ໃຫ້ທີ່ເຂົາຮຽນເກັ່ງໆມາຊ່ວຍສອນພວກເຮົາກໍ່ໄດ້
ເກສອນ: ອື ທີ່ເພິ່ນເວົ້າມາມັນກໍ່ຖືກຢູ່ດອກ! ຊ່ວຍນີ້ອາຈານຫຍຸ້ງຈະຕາຍ ເພິ່ນຄືສິມີເວລາມາສອນພວກປຶກໆຢ່າງພວກເຮົາລະເນາະ ແລະ ຄົນເກັ່ງໆຄົງຈະຢາກມາເຂົ້າຮ່ວມກັບພວກເຮົາແຮງລ່ະເນາະ
ມັງກອນ: ຄູກະຈ້າງມາສອນພິເສດໃຫ້ເລີຍບໍ່ເຫັນຈະຄິດຍາກເລີຍແມ່ນບໍ່ມາລີ
ມາລີຄິດໃນໃຈ: ຈ້າງຄູກໍ່ເສຍເງິນ ແຕ່ຖ້າໂທນີຍອມມາຊ່ວຍພວກເຮົາແລ້ວນອກຈາກຈະໄດ້ຄວາມຮູ້ແລ້ວ ເຮົາຍັງໄດ້ຢູ່ໃກ້ຊິດໂທນີອີກ! ຫຸຫຸຫຸ
ເກສອນ: ຍິ້ມຫຍັງມາລີ! ເພິ່ນມີຄວາມຄິດເຫັນວ່າແນວໃດ
ມາລີ: ເຫັນດີນຳກັບເກສອນ ເພາະຖ້າສາມາດຂໍໃຫ້ໂທນີມາຊ່ວຍພວກເຮົາໄດ້ແລ້ວນອກຈາກຈະໄດ້ຄວາມຮູ້ ປະຢັດຄ່າໃຊ້ຈ່າຍໃນການຈ້າງຄູ ແລະ ຖ້າເຮົາບໍ່ເຂົ້າໃຈຄຳຖາມໃດ ເຮົາກໍ່ຖາມລາວໄດ້ແບບບໍ່ຕ້ອງເກງໃຈ ເພາະເຮົາເປັນເພື່ອນກັນ ແລະ ຂໍດີອີກຢ່າງເຮົາຍັງໄດ້ຄົ້ນຄວ້າຫຼາຍວິຊາອີກດ້ວຍ
ເກສອນ: ແມ່ນລ່ະມັງກອນ ພວກເຮົາປີນີ້ເສັງຕັ້ງ 6 ວິຊາ ຖ້າຈະຈ້າງຄູມາສອນພິເສດໃຫ້ທຸກວິຊາມີຫວັງກະເປົາເງິນຂາດແນ່ນອນ
ມັງກອນ: ແຕ່ຂ້ອຍສາມາດຈ່າຍໃຫ້ໄດ້
ມາລີ: ເລີກນິໃສເອົາເງິນພາດໄດ້ແລ້ວ! ຂ້ອຍກັບເກສອນເປັນສອງສຽງຕົກລົງເຫັນດີເອົາຕາມນີ້ແຫຼະ
ມັງກອນເຮັດໜ້າບໍ່ພໍໃຈທີ່ສອງສາວຈະໄປຊວນໂທນີມາເຂົ້າຮ່ວມໃນການຄົ້ນຄວ້າບົດຮຽນ ແຕ່ກໍ່ເຮັດຫຍັງບໍ່ໄດ້ກໍ່ເລີຍຕ້ອງໄປຕາມນ້ຳ
ມາລີໄດ້ມາຫາໂທນີທີ່ເຮືອນ ແລະໄດ້ພົບກັບແມ່ເມສາ ກັບ ພໍ່ຈອນນີທີ່ກຳລັງຕັດກິ່ງຕົ້ນໄມ້ທີ່ສວນໜ້າບ້ານ
ມາລີ: ສະບາຍດີພໍ່ຈອນນີ ແມ່ເມສາ ກຳລັງຕັດແຕ່ງກິ່ງໄມ້ບໍ
ພໍ່ຈອນນີ: ສະບາຍດີລູກ! ແມ່ນລ່ະ! ພໍ່ກັບແມ່ບໍ່ໄດ້ເບິ່ງແຍງມັນດົນ ມັນເລີຍເບິ່ງຂີ້ລ້າຍໄປແນ່ຈັກໜ່ອຍ ກໍ່ເລີຍຕ້ອງແປງມັນໃໝ່
ແມ່ເມສາ: ມາຫາອ້າຍຫວາລູກ
ມາລີ: ໂດຍແມ່ນແລ້ວ
ແມ່ເມສາ: ອ້າຍຢູ່ໃນເຮືອນເຂົ້າໄປຫາອ້າຍໂລດເດີ້
ມາລີຍ່າງເຂົ້າໄປທາງໃນເຮືອນແຕ່ບໍ່ເຫັນມີໃຜ ດັ່ງນັ້ນມາລີຈິ່ງຮ້ອງຫາຊື່ໂທນີ, ໂທນີທີ່ກຳລັງແກ້ໂຈດເລກຢູ່ນັ້ນ ເມື່ອໄດ້ຍິນສຽງມາລີເອີ້ນຫາຕົນເອງ ເຂົາຈິ່ງໄດ້ຢຸດ ແລະ ຍ່າງມາໄຂປະຕູຫ້ອງອ່ານໜັງສື
ໂທນີ: ຢູ່ນີ້! ມີຫຍັງຮ້ອງສຽງດັງໂວຍວາຍແທ້
ມາລີຍິ້ມໃສ່ໂທນີດ້ວຍໃບໜ້າເບີກບານ: ໂທນີ! ຖ້າເຂົາຮ້ອງຄ່ອຍຢ້ານເພິ່ນບໍ່ໄດ້ຍິນ
ໂທນີ: ເຂົ້າມາໃນຫ້ອງກ່ອນ
ມາລີຍ່າງເຂົ້າໄປໃນຫ້ອງອ່ານໜັງສື ນາງເຫັນປື້ມຄົ້ນຄວ່າບົດເລກ ພ້ອມດ້ວຍເຈ້ຍວາງເຕັມໜ້າໂຕະ ມາລີນັ່ງລົງຕໍ່ໜ້າໂທນີ ແລະ ທັກທ້ວງດ້ວຍສາຍຕາລຸກວາວ
ມາລີ: ວ້າວວວ! ນີ້ກຳລັງຄົ້ນຄວ້າຄຳຖາມເລກຢູ່ຫວາ
ໂທນີຕອບກັບດ້ວຍນ້ຳສຽງລຽບໆ: ອື
ມາລີ: ເບິ່ງເພິ່ນຄືສິຫຍຸ້ງຂະໜາດເນາະ
ໂທນີ: ແລ້ວໃຜສິມີເວລາຫວ່າງຫຼາຍເທົ່າເພິ່ນ
ມາລີ: ແມ່ນໆ
ໂທນີເບິ່ງນ້າມາລີແບບໜ້ານິ້ງ: ມານີ້ມີຫຍັງ! ຢ່າບອກໃດ໋ວ່າມາເບິ່ງໜ້າຂ້ອຍຊື່ໆ ຖ້າເປັນແບບນັ້ນກໍ່ກັບໄປ ຢ່າມາກວນສະມາທິ
ມາລີ: ຈັ່ງແມ່ນຟ້າວແຕ່ໄລ່! ທີ່ມາວັນນີ້ມີເລື່ອງສຳຄັນຢາກມາຂໍໃຫ້ຊ່ວຍ
ໂທນີ: ວ່າມາ
ມາລີ: ຄືແບບວ່າ…ໃກ້ຈະສອບເສັງແລ້ວ! ຊ່ວຍຕິວພິເສດໃຫ້ເຂົາ ແລະ ເພື່ອນຂອງເຂົາອີກສອງຄົນໄດ້ບໍ່ (ມາລີເຮັດໜ້າອອດອ້ອນ)
ໂທນີຖອນຫາຍໃຈ: ບໍ່
ມາລີ: ຄິດເບິ່ງກ່ອນຈິ່ງຕອບກໍ່ໄດ້! ບໍ່ຟ້າວ
ໂທນີເຮັດໜ້າເຊັງ: ບໍ່! ຄືຄຳຕອບເກົ່າທີ່ຈະຕອບ
ມາລີເຮັດສີໜ້າພ້ອມນ້ຳສຽງອອດອ້ອນ: ນ່ະ! ນ່າາາາາາາ! ຊ່ວຍລູກນົກຕາດຳໆແນ່ຖ້ອນ
ໂທນີ: ໂອຍຍຍຍ! ລຳຄານແທ້ເດະ! ອອກໄປອອກໄປ
ມາລີ: ບໍ່ໄປ
ໂທນີເບິ່ງໜ້າຈິງຈັງ: ໄປ
ມາລີເຮັດໜ້າຈິງຈັງ: ບໍ່ອອກໄປເດັດຂາດຖ້າເພິ່ນບໍ່ຊ່ວຍເຂົາຈະນັ່ງຢູ່ນີ້
ໂທນີ: ຕາມໃຈຢາກນັ່ງຢູ່ນີ້ກໍ່ຕາມໃຈ
ມາລີຢືນຢັນໜັກແໜ້ນບໍ່ຍອມອອກໄປຈາກຫ້ອງ່າຍໆ ໂທນີກໍ່ບໍ່ສົນໃຈເມື່ອມາລີບໍ່ຍອມອອກໄປກໍ່ປ່ອຍໃຫ້ນາງນັ່ງຢູ່ໃນນີ້ແຕ່ມີຂໍ້ແມ້ວ່າຫ້າມສົ່ງສຽງດັງລົບກວນສະມາທິ ມາລີນັ່ງຕົວແຂງເຮັດສາຍຕາລັອກແລັກໄປມາພ້ອມເບິ່ງໂທນີແກ້ຄຳຖາມ ໃນຂະນະທີ່ໂທນີແກ້ໂຈດເລກມາລີກໍ່ຄິດໃນໃຈວ່າ (ໃນສະໝອງຂອງໂທນີບັນຈຸຫຍັງໄວ້ຕຳລາຮຽນ ຫຼື ວິຕາມິນ A ຮອດ Z, ສະໝອງໂທນີຄົງຈະໃຫຍ່ກວ່າສະໝອງເຮົາເຖິງບັນຈຸບົດຮຽນໄວ້ໄດ້ຫຼາຍ ເບິ່ງໂຈດເລກທີ່ວ່າຍາກສຳລັບເຂົາແລ້ວເບິ່ງເລື່ອງງ່າຍພຽງປາຍບິກ) ຜ່ານໄປ 30 ນາທີ ມາລີທີ່ນັ່ງໂຕແຂງກໍ່ຄ່ອຍໆອ່ອນຕົວລົງພ້ອມນອນໝູບລົງໜ້າໂຕະ
ໂທນີໄດ້ເບິ່ງມາລີທີ່ກຳລັງນອນຫຼັບດ້ວຍຮອຍຍິ້ມ ແລະ ແວວຕາທີ່ອ່ອນໂຍນ ມືຂອງເຂົາໄດ້ເອື້ອມໄປສຳພັດຂົນຕາຍາວງອນຂອງມາລີ ໃນຂະນະຈ້ອງເບິ່ງໜ້າມາລີທີ່ພວມຫຼັບຢູ່ນັ້ນ ໂທນີກໍ່ຄິດໃນໃຈວ່າ (ບົດຈະດື້ກໍ່ດື້ຫົວຊົນຝາ ບົດຈະຫຼັບກໍ່ຫຼັບງ່າຍປານເດັກອະນຸບານ ບາງຄັ້ງກໍ່ບໍ່ມີສາລະຫາໃຈຄວາມບໍ່ໄດ້ ບາງຄັ້ງກໍ່ເຮັດເຮົາທຶ້ງໄດ້ ຕົກລົງເຈົ້າເປັນຄົນແບບໃດກັນແທ້ ແຕ່ລວມໆແລ້ວເປັນແບບນີ້ກໍ່ດີຢູ່ໃກ້ແລ້ວຊີວິດມີສີສັນດີ)
ມາລີນອນຫຼັບສະບາຍ ເມື່ອຕື່ນຂຶ້ນມາກໍ່ຍັງເຫັນໂທນີນັ່ງຮຽນໜັງສືຢູ່ຕໍ່ໜ້າຂອງນາງທ່າເກົ່າ
ໂທນີ: ຝັນເຫັນໂຕດີບໍ່
ມາລີ: ຝັນວ່າເພິ່ນຕົກລົງຍອມໄປຕິວໜັງສືໃຫ້ພວກເຂົາ
ໂທນີແຫວ່ງຫົວ: ສົງໃສຄົງເປັນຝັນລົມໆແລ້ງໆ
ມາລີ: ເວົ້າບໍ່ເປັນມຸງຄຸນເລີຍ (ຢູ່ດີໆທ້ອງຂອງມາລີກໍ່ຫ້ອງຂຶ້ນ)
ໂທນີ: ແມ່ທ້ອງຫິວເຂົ້າລະຫັ້ນ! ມົວແຕ່ນອນບໍ່ຫາຫຍັງເກືອສັດລ້ຽງໃນທ້ອງແນ່
ມາລີເອົາມືລູບທ້ອງເພາະຄວາມອາຍ: ຈັກໂມງລ່ະຕອນນິ
ໂທນີ: 20:20 ນາທີ
ມາລີເຖິງກັບຕົກໃຈອ້າປາກຕາໃຫຍ່: ຫາາາາ! 8ໂມງແລ້ວ! ໂອ້ຍຮູ້ສຶກຫິວຂຶ້ນມາທັນທີ! ເປັນຫຍັງເພິ່ນຄືບໍ່ປຸກເຂົາແນ່ຕອນກິນເຂົ້າຫັ້ນນ່ະ
ໂທນີ: ກໍ່ເຫັນເຈົ້າຊົງສິຫິວນອນຫຼາຍກວ່າຫິວເຂົ້າ
ມາລີ: ບ້າທີ່ສຸດເລີຍ
ໂທນີ: ເມືອກິນເຂົ້າທະແມະ
ມາລີ: ບໍ່! ຍັງເມືອບໍ່ໄດ້ດອກເພາະເພິ່ນຍັງບໍ່ຕອບຮັບຄຳຂໍຂອງເຂົາເລີຍ
ໂທນີ: ເຫີຍຍຍ! ຕາມໃຈຈະປ່ອຍໃຫ້ທ້ອງຫິວກໍ່ຕາມໃຈ
ມາລີ: ຫິວກໍ່ຫິວ! ຖ້າເຂົາຕາຍເພາະຄວາມຫິວໂລກຈະໄດ້ປະນາມເພິ່ນ
ໂທນີ: ຈັ່ງແມ່ນດື້ແທ້ໆ! ເອີ໋ໆໆ ລະສິສອນໃຫ້ ພໍໃຈບໍ່ບາດນິ
ມາລີເມື່ອໄດ້ຍິນໂທນີເວົ້າເຖິງກັບດີໃຈໃຫຍ່: ແທ້ເດີ້! ເຢ້!ເຢ້! ໂທນີ (ລາກສຽງ)! ຫວໍ ສີ໋ ຮວນ ໜີ! ຂອບໃຈເດີ້
ໂທນີ: ເອີໆ! ກັບໄປກິນເຂົ້າໄດ້ແລ້ວ! ດຽວຫິວຕາຍສິມີຄົນເວົ້າປະນາມຂ້ອຍ
ຫຼັງຈາກມາລີອອກໄປຈາກຫ້ອງດ້ວຍທ່າທາງດີໃຈ ໂທນີທີ່ນັ່ງຢູ່ໃນຫ້ອງກໍ່ມີຮອຍຍິ້ມສົດໃສ ພ້ອມເວົ້າປະໂຫຍກໜຶ່ງອອກມາວ່າ “ຫວໍ ເຢ໋ ສີ໋ ຮວນ ຫນີ” ແປວ່າ “ຂ້ອຍກໍ່ມັກເຈົ້າຄືກັນ”
ວັນຕໍ່ມາທີ່ໂຮງຮຽນ ມາລີໄດ້ນຳຂ່າວມາບອກເກສອນ ກັບ ມັງກອນ ເກສອນມີຄວາມດີໃຈສຸດໆທີ່ໂທນີຕອບຕົກລົງຊ່ວຍສອນ ຜິດຈາກມັງກອນທີ່ເຮັດໜ້າເບື່ອໂລກແບບສຸດໆ ໃນຊ່ວງໂມງຮຽນ ມັງກອນກໍ່ຍັງມີອາການຫງຸດງິດບໍ່ຫາຍ ດັ່ງນັ້ນ ເກສອນເລີຍຖາມມັງກອນ
ເກສອນ: ເວົ້າແທ້ມັງກອນ! ເປັນຫຍັງເພິ່ນຈິ່ງບໍ່ມັກໜ້າໂທນີ!
ມັງກອນ: ເພາະມັນເບິ່ງຍິ່ງ! ມາດຫຼາຍ! ເກັ່ງເວີ້! ຫຼໍ່ເວີ້! ເຫັນແລ້ວຫງຸດງິດ
ເກສອນ: ສະຫຼຸບງ່າຍໆຄືອິດສາເຂົາທີ່ມີດີວ່າຊັ້ນ
ມັງກອນ: ບໍ່ໄດ້ອິດສາຈັກໜ່ອຍ! ສິ່ງທີ່ກ່າວມາກ່ອນໜ້ານັ້ນ ມັນບໍ່ກ່ຽວຫຍັງກັບເຮົາຈັກດີ້
ເກສອນ: ແລ້ວເຫດຜົນແທ້ໆ
ມັງກອນ: ເພາະເຮົາສຳພັດໄດ້ວ່າ ມັນມີໃຈໃຫ້ກັບມາລີ ເຮົາເປັນຜູ້ຊາຍເຮົາເບິ່ງອອກ ເຖິງເຮົາຈະບໍ່ຮຽນເກັ່ງເທົ່າມັນ ແຕ່ເຮົາບໍ່ໄດ້ໂງ່ເດີ້
ເກສອນ: ກໍ່ເປັນເລື່ອງດີແນວເດ້! ໝູ່ເຮົາຈະໄດ້ພົບກັບຜູ້ຊາຍດີໆ
ມັງກອນ: ໂຕເວົ້າບໍ່ຖືກແລ້ວ! ໝໍນັ້ນມັນອາດຈະດີກັບຄົນອື່ນ ແຕ່ຍັງບໍ່ດີພໍສຳລັບມາລີ ຜູ້ຊາຍທີ່ດີພໍສຳລັບມາລີ ຕ້ອງເຮົາເທົ່ານັ້ນ! ເພິ່ນຄິດຄືເຂົາບໍ່
ຄຳທີ່ມັງກອນກ່າວມານັ້ນມັນແທງໃຈດຳເກສອນສຸດໆ ເຖິງຂັ້ນເຮັດໃຫ້ເກສອນນິ້ງງຽບໄປເລີຍທັນທີ
ມັງກອນ: ອ້າວ! ເປັນຫຍັງໄປລະບາດນິ! ກີ້ນີ້ຍັງດີໆຢູ່